ຍົນຕົກ ທີ່ Guyana

  • ທອງປານ ເທບວົງສາ

ຍົນສາຍການບິນ Caribbean Airlines ປະສົບອຸບັດເຫດ ທີ່ເດີນຍົນ ນານາຊາດ Cheddi Jagan ປະເທດ Guyana ເມື່ອຕອນເດິກວັນເສົາ ທີ່ 30 ກໍລະກົດນີ້.

ຍົນໂດຍສານຂອງສາຍການບິນ Caribbean Airlines ລໍານຶ່ງ ປະສົບອຸບັດເຫດເວລາ ແລ່ນລົງເດີ່ນທີ່​ປະ​ເທດ​ໄກ​ຢານາ (Guyana) ​ໃນ​ຕອນ ກ່ອນຂ້ອນແຈ້ງເມື່ອວັນເສົາວານນີ້ ແຕ່ຜູ້ໂດຍສານທັງ​ໝົດ 163 ຄົນ ໜີອອກຈາກຍົນມາໄດ້ ​ໂດຍ​ບໍ່​ໄດ້​ຮັບ​ບາດເຈັບສາຫັດ​ແຕ່​ຢ່າງ​ໃດ.

ພວກເຈົ້າໜ້າທີ່ກ່າວວ່າ ຍົນໄອພົ່ນໂດຍສານລໍາດັ່ງກ່າວໄດ້ແລ່ນເຈືອກ ກາຍທາງ​ແລ່ນອອກ​ໄປ ຍ້ອນຝົນຕົກ ທີ່ສະໜາມບິນນານາຊາດ Cheddi Jagan ຂອງເມືອງ Georgetown. ຍົນໄອພົ່ນໂບອິ້ງ 737 ລໍາ​ນັ້ນ ໄດ້ ແລ່ນ​ໄປ​ຢຸດຢູ່ທົ່ງ​ ໃກ້ໆ​ແຄມ​ເຫວ ທີ່ເລິກ 60 ແມດ ​ແລ້ວແຕກຫັກອອກ ເປັນສອງປ່ຽງ.

ພວກນັກສືບສວນສອບສວນຈາກສະຫະລັດແລະ​ໄກຢານາ ຈະກວດ​ເບິ່ງຂໍ້ມູນກ່ຽວ​ກັບຖ້ຽວບິນ ແລະຟັງເຄຶ່ອງອັດສຽງ ເພື່ອວິເຄາະເຖິງສາເຫດທີ່ພາ ໃຫ້ຍົນດັ່ງກ່າວປະສົບອຸບັດເຫດນັ້ນ.

ຖ້ຽວບິນ 523 ໄດ້ບິນອອກຈາກນີວຢ໊ອກ ແລະລົງຢຸດແວ່ເປັນເວລາສັ້ນໆທີ່ເກາະ Trinidad ກ່ອນ​ເດີນທາງ​ໄປເມືອງຫລວງຂອງ​ໄກຢານາ.

ປະທານາທິບໍດີ Bharrat Jagdeo ຂອງ​ໄກຢານາ ໄດ້ເດີນທາງ​ໄປຍັງສະໜາມບິນບ່ອນ ເກີດເຫດ ແລະກ່າວວ່າ ທ່ານຮູ້ສຶກຂອບອົກ​ຂອບໃຈ ແລະປື້ມໃຈຫລາຍທີ່ບໍ່ມີຜູ້ໃຜເສຍ ຊີວິດ.

ພວກເຈົ້າໜ້າທີ່ກ່າວວ່າ ການກູ້ໄພ​ໄດ້ດໍາເນີນໄປຢ່າງລໍາບາກ​ຍ້ອນຝົນຕົກ ແລະຄວາມມືດ. ພວກໂດຍສານບາງຄົນໄດ້ຖືກສົ່ງໄປປິ່ນປົວຢູ່ໂຮງໝໍ ​ໃກ້ໆບ່ອນເກີດເຫດ ແຕ່ອາກາ​ນບາດ ເຈັບສາຫັດທີ່​ສຸດນັ້ນ ​ເບິ່ງ​ຄື​ວ່າ​ເປັນ​ພຽງຂາຫັກ.