ມືປືນ ສັງຫານ ຕຳຫລວດຄົນນຶ່ງ ທີ່ນະຄອນຫລວງ ໄຄໂຣ

ແຜນທີ່ອີຈິບ

ກະຊວງພາຍໃນອີຈິບກ່າວວ່າ ມືປືນທີ່ຂີ່ລົດຈັກ ໄດ້ຍິງແລະສັງ
ຫານຕຳຫຼວດຄົນນຶ່ງ ແລະອີກຄົນນຶ່ງບາດເຈັບ.

ກະຊວງພາຍໃນເວົ້າຕື່ມວ່າ ຕຳຫຼວດຈຸດັ່ງກ່າວນີ້ ແມ່ນພວມພາ
ກັນຍາມທະນາຄານແຫ່ງນຶ່ງ ໃນນະຄອນຫລວງໄຄໂຣໃນຕອນ
ເຊົ້າຂອງວັນເສົາມື້ນີ້ ເວລາມືປືນລະດົມຍິງເຂົ້າໃສ່.

ພວກໂຈມຕີໄດ້ຫຼົບໜີໄປ ແລະຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມ
ຮັບຜິດຊອບເທື່ອ ກ່ຽວກັບການໂຈມຕີ ໃນຄັ້ງນີ້. ແຕ່ແນວໃດກໍ
ຕາມ ກຸ່ມຫົວຮຸນແຮງ Ansar Beit al-Maqdis ທີ່ມີຖານປະຕິ
ບັດງານຢູເຂດໄຊນາຍ ເຄີຍອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີທີ່ມີມາເປັນລຳດັບ ທີ່ຄ້າຍຄືກັນນີ້ ຕໍ່ພວກຕຳຫລວດ ແລະທະຫານ.