ສອງຄົນຖືກສັງຫານ ຈາກການຖະຫລົ່ມ ເປົ້າໝາຍ ຜູ້ຕ້ອງສົງໄສ ວາງແຜນໂຈມຕີ ນະຄອນຫລວງປາຣີ

ກຳລັງຕຳຫລວດພິເສດ ຝຣັ່ງ ຮັກສາເຂດ ໃນຂະນະທີ່ມີການແລກ ປ່ຽນຍິງກັນ ທີ່ເມືອງ Saint-Dennis ຊານເມືອງປາຣີ ປະເທດຝຣັ່ງ.

ຫ້ອງການ​ໄອ​ຍະ​ການ ປາຣີ ກ່າວ​ວ່າ ຜູ້ຍິງ​ຄົນ​ໜຶ່ງ ​ໄດ້​ລະ​ເບີດ
ໂຕ​ເອງ​ຕາຍ ​ໃນ​ວັນ​ພຸດ​ມື້​ນີ້​ຢູ່​ຊານ​ເມືອງ ນະຄອນຫລວງ​ປາຣີ
​ໃນ​ຂະນະ​ທີ່ ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ຖະຫລົ່ມເປົ້າ​ໝາຍ​ຜູ້​ຕ້ອງສົງ
​ໄສຫົວຣຸນ​ແຮງ​ລັດ​ອິສລາມ ທີ່​ເປັນ​ຫົວໜ້​າວາງ​ແຜນການ​ໂຈມ
ຕີ ນະຄອນຫລວງ ​ໃນ​ວັນ​ສຸກ​ທີ່​ຜ່າ​ນມາ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຊອກ​ຫາ​ ທ້າວ Abdel-
hamid Abaasoud ຊາວ​ Belgian ​ເຊື້ອ​ສາຍ Marroc ​ແລະ​
ຢ່າງໜ້ອຍ​ໜຶ່ງ​ຄົນ​ຍັງ​ຢູ່​ໃນ​ ເຮືອນຫ້ອງແຖວ ​ແຫ່ງໜຶ່່ງໃນ​ເມືອງ
Saint-Dennis ຫ້າ​ຊົ່ວ​ໂມງ​ຫລັງ​ຈາກ​ການ​ປະຕິບັດ​ງານ​ໄດ້
​ເລີ້ມ​ຂື້ນ.

​ຕຳຫລວດ​ກ່າວ​ວ່າ ເພີ້​ມໃສ່ຜູ້​ວາງ​ລ​ະ​ເບີດ​ສະລະ​ຊີບດັ່ງກ່າວ ອີກ​ຄົນ​ໜຶ່ງ​ໄດ້​ຖືກ​ສັງຫານ
​ແລະ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ສາມ​ຄົນ​ໄດ້​ຮັບ​ບາດ​ເຈັບ.

Your browser doesn’t support HTML5

2 Killed in Raid Targeting Mastermind of Paris Attacks

ຖະ​ແຫລ​ງການ​ຈາກ​ຫ້ອງກາ​ນ​ໄອ​ຍະ​ການ​ກ່າວ​ວ່າ ສາມ​ຄົນ​ຈາກ apartment ນັ້ນ​ໄດ້​ຖືກ
​ຈັບ ​ແລະ​ອີກ​ສອງ​ຄົນ​ໄດ້​ຖືກ​ກັກໄວ້​ຢູ່​ໃກ້ໆ​ກັບບ່ອນ​ເກີດ​ເຫດ.

ບັນດາ​ເຈົ້າ​ໜ້າ​ທີ່​ຍັງ​ຊອກຫາ​ຜູ້​ຕ້ອງ​ສົງ​ໄສ​ຄົນອຶ່ນໆ ທີ່​ພົວພັນ​ກັບ​ການ​ໂຈມ​ຕີ​ໃນ​ເດືອນ​
ພະຈິກ ທີ 13 ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 129 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຫຼາຍກວ່າ 300
ຄົນ. ​ເຈົ້າ​ໜ້າ​ທີ່​ສາມ​ທ່ານ ​ໄດ້​ກ່າວ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້​ ​ໂດ​ຍບໍ່ບອກ​ຊື່ ​ເພາະ
ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ອະນຸຍາດ ​ບອກ​ເຖິງ​ລາຍ​ລະອຽດ ກ່ຽວ​ກັບ​ການ​ສື​ບສວນ​ທີ່​ຍັງ​ດຳ​
ເນີນ​ຢູ່ ​ໂດຍ​ກ່າວ​ວ່າ ການວິ​ໃຈ​ຂອງ​ການ​ໂຈມ​ຕີ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ​ໄດ້​ສະ​ແດງ​ໃຫ້​ເຫັນ​
ວ່າຄົນ​ໜຶ່ງ​ທີ່​ພົວພັນ​ໂດຍ​ກົງ ຍັງ​ຈັບ​ໂຕ​ບໍ່​ທັນໄດ້.

ຜູງຊົນຢືນເບິ່ງ ຕຳຫລວດຖະຫລົ່ມຄຸ້ມ Saint-Denis, Paris.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ຜູ້​ລັກ​ລອບຫລົບ​ໜີ​ໄປ ຍັງ​ບໍ່​ທັນ​ບົ່ໂຕໄດ້ເທື່ອ. ບັນດາ​ເຈົ້າໜ້າ
ທີ່ ຝຣັ່ງ ​ແລະ​ແບນ​ຢຽມ ​ໄດ້​ອອກ​ໝາຍຈັບໂຕ ທ້າວ Salah Abdeshlam ທີ່ເກີດ​ຢູ່​ໃນ​
ແບນ​ຢຽມ ຊຶ່ງ​ອ້າຍ​ຂອງ​ລາວ​ຮວມຢູ່​ໃນ​ບັນດາ​ຜູ້​ໂຈມ​ຕີດັ່ງກ່າວ.

ຜູ້ໂຈມ​ຕີ​ເຈັດ​ຄົນ​ໄດ້ເສຍຊີວິດ​ໃນ​ຄືນ​ນັ້ນ ອີກສາມ​ຄົນ​ຢູ່ອ້ອມ​ແອ້ມ​ເດີ່ນ​ກິລາ​ແຫ່ງ​ຊາດ ສາມ​ຄົນ​ຢູ່​ໃນ​ໂຮງສ​ະ​ແດງ​ດົນຕີ Bataclan ​ແລະ​ອີກ​ໜຶ່ງ​ຄົນ​ຢູ່​ຮ້ານ​ອາຫານທີ່ຢູ່​ໃກ້​ນັ້ນ ​
ໃ​ນລະຫວ່າງ​ການ​ໂຈມ​ຕີ.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande, ກາງ, ແລະ ນາຍົກລັດຖະມົນຕີ ທ່ານ Manuel Valls, ຂວາ ຫລັງຈາກ ກອງປະຊຸມທີ່ທຳນຽບ Elysee.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທິມມື​ປືນ​ທິມໜຶ່ງ ຍັງ​ໄດ້​ເປີດສາກຍິງ​ຢ່າງ​ຕໍ່​ເນື່ອງໃ​ສ່ຈຸດ​ເຕົ້າ​ໂຮມ​ກາງ
ຄືນ​ຂອງ​ຄຸ້ມ​ບ້ານ ​ໃນນະຄອນ​ປາຣີ ອັນ​ເປັນບ່ອນ​ທີ່​ນິຍົມ​ທີ່​ສຸດ.

ຕຳຫລວດ​ນະຄອນຫລວງ​ປາຣີ ຍັງ​ກ່າ​ວ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ 16 ຄົນ​ໄດ້​ຖືກ​ຈັບ ​ແລະ

​ຖືກ​ກັກ​ຂັງ​ຢູ່​ໃນ​ຂົງ​ເຂດ ນັບ​ແຕ່​ວັນ​ອາທິດ​ເປັນ​ຕົ້ນ​ມາ ໃນ​ຖານ​ພົວພັນ​ກັບ​ການ​ໂຈມ​ຕີ
​ແລະ​ອາວຸດ​ຫົກ​ກະບອກ​ໄດ້​ຖືກ​ຍຶດ​ ນັບ​ແຕ່​ໄດ້​ປະກາດ​ພາວະ​ສຸກເສີນ​ໃນ​ວັນ​ເສົາ​ທີ່
​ຜ່າ​ນມາ.

ນ້ອງ​ຊາຍ​ຄົນ​ທີ່​ສາມ​ຂອງ ທ້່າວ Abdeslam ຄື​ທ້າວ Mohammed ​ໄດ້​ຖືກ​ກັກ​ໄວ້​ຊົ່ວ​
ລະຍະ​ໜຶ່ງໃນທ້າຍສັບປະດາ​ໂດຍ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ.