ຕຳຫຼວດອັຟການິສຖານ ກ່າວວ່າ ມີຢ່າງນ້ອຍ 10 ຄົນ ໄດ້ເສຍຊີວິດ ແລະອີກຫຼາຍກວ່າ 37 ຄົນ ໄດ້ຮັບບາດເຈັບ ຫຼັງຈາກທີ່ ໄດ້ມີການໂຈມຕີ ເປັນເວລາ 10 ຊົ່ວໂມງ ຢູ່ມະຫາວິທະຍາໄລ ອາເມຣິກັນ ຫຼື American University ຂອງອັຟການິສຖານ ໃນນະຄອນກາບູລ ທີ່ສິ້ນສຸດລົງໃນວັນພະຫັດມື້ນີ້.
ພວກທີ່ເສຍຊີວິດແມ່ນຮວມທັງ ນັກສຶກສາ 7 ຄົນ ຕຳຫຼວດ 2 ຄົນ ແລະ ຄົນຍາມຮັກສາຄວາມປອດໄພຜູ້ນຶ່ງ. ອາຈານສອນຊາວຕ່າງຊາດແມ່ນຮວມຢູ່ໃນພວກທີ່ໄດ້ຮັບບາດເຈັບ ຊຶ່ງນັ້ນແມ່ນຄຳເວົ້າຂອງໂຄສົກ ກະຊວງພາຍໃນ ທ່ານ Sedig Sediggi ທີ່ໄດ້ກ່າວໄວ້.
ທ່ານ Abdul Rahman Rahini ຜູ້ບັນຊາການຕຳຫຼວດຂອງນະຄອນກາບູລ ໄດ້ກ່າວວ່າ ມີພະນັກງານຫຼາຍກວ່າ 700 ຄົນ ແລະນັກສຶກສາ ໄດ້ຖືກຊ່ອຍໄວ້ໄດ້ ຫຼັງຈາກທີ່ໄດ້ຕົກຄ້າງຢູ່ຂ້າງໃນມະຫາວິທະຍາໄລ.
ກອງກຳລັງຮັກສາຄວາມປອດໄພອັຟການິສຖານ ຮີບຟ້າວເຂົ້າໄປ ໃນສະຖານທີ່ເກີດເຫດ ທີ່ໂຈມຕີໂດຍ ກຸ່ມຕາລິບັນ ໃນມະຫາວິທະຍາໄລ ອາເມຣິກັນ ໃນນະຄອນ Kabul, 24 ສິງຫາ 2016.
ການໂຈມຕີ ໄດ້ເລີ້ມຂຶ້ນດ້ວຍການວາງລະເບີດ ໃນເວລາປະມານ 6:30 ຕອນແລງ ໃນວັນພຸດວານນີ້ ຕາມເວລາທ້ອງຖິ່ນ ແລະຍິງຕໍ່ສູ້ກັນຢູ່ຕໍ່ມາ ອີກ 1 ຊົ່ວໂມງ ໃນຂະນະ ທີ່ກອງກຳລັງຮັກສາຄວາມປອດໄພ ຕອບໂຕ້ກັບຄືນ. ເຈົ້າໜ້າທີ່ອະທິບາຍ ເຖິງການໂຈມຕີ ຄັ້ງນີ້ວ່າ “ເປັນການໂຈມຕີທີ່ສະລັບສັບຊ້ອນ.”
ເຈົ້າໜ້າທີ່ ໄດ້ກ່າວວ່າ ມີຜູ້ໂຈມຕີ ຢ່າງນ້ອຍ 2 ຄົນ ຖືກສັງຫານ.
ນັກສຶກສາ ຄົນນຶ່ງ ຕົກຄ້າງໃນມະຫາວິທະຍາໄລ ໄດ້ບອກກັບອົງການຂ່າວ Reuters ທາງໂທລະສັບວ່າ ລາວໄດ້ຕົກຄ້າງຢູ່ໃນຫ້ອງຮຽນ ກັບອີກຫຼາຍໆຄົນ. ລາວກ່າວວ່າ ພວກເຂົາເຈົ້າໄດ້ຍິນສຽງປືນຍິງກັນຢູ່ຂ້າງນອກ.
ມະຫາວິທະຍາໄລ ອາເມຣິກັນ
ທ້າວ Massoud Hossaini ນັກສຶກສາຜູ້ທີ່ຫລົບໜີອອກມາໄດ້ນັ້ນ ໄດ້ບອກກັບອົງການຂ່າວ AP ວ່າ ລາວກໍເຊັ່ນກັນ ທີ່ໄດ້ຕົກຄ້າງຢູ່ກັບພວກນັກສຶກສາອື່ນໆໃນຫ້ອງຮຽນນຳກັນ ດ້ວຍການທີ່ພວກເຂົາເຈົ້າເອົາໂຕະ ຕັ່ງມາຮວມກັນປິດຄ້ຳປະຕູໄວ້. ລາວຍັງໄດ້ກ່າວວ່າ ພວກເຂົາເຈົ້າສາມາດທີ່ຈະຫລົບໜີອອກມາໄດ້ຈາກທາງອອກສຸກເສີນທາງກ້ຳເໜືອຂອງມະຫາວິທະຍາໄລ.
ນັກສຶກສາອີກຜູ້ນຶ່ງ ທ້າວ Roman Dehsabzwal ໄດ້ບອກກັບວິທະຍຸ ອັຟການິສຖານ ເສລີ ວ່າ ລາວຍັງຢູ່ໃນຫ້ອງຮຽນຢູ່ ຕອນທີ່ພວກເຂົາເຈົ້າ ໄດ້ຍິນສຽງປືນດັງ ແບ໊ງໆ ແລະປ່ອງຢ້ຽມ ແມ່ນແຕກກະຈາຍ. ລາວໄດ້ກ່າວວ່າ ລາວແລະເພື່ອນນັກສຶກສາອີກ 2 ຄົນ ໂດດລົງມາຈາກປ່ອງຢ້ຽມຊັ້ນທີ 2 ເພື່ອຫລົບໜີ.
ໂຄສົກຂອງທຳນຽບຫ້າແຈ ໄດ້ບອກກັບ VOA ວ່າ ມີທີ່ປຶກສາສະຫະລັດ ຈຳນວນນ້ອຍໆກຸ່ມນຶ່ງ ໃຫ້ການຊ່ອຍເຫຼືອແກ່ຄູ່ຮ່ວມງານອັຟການິສຖານ ເພື່ອຮັບມືກັບການໂຈມຕີຄັ້ງນີ້.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ເຊີນຊົມ: ການໂຈມຕີ ທີ່ມະຫາວິທະຍາໄລ ອາເມຣິກັນ
Your browser doesn’t support HTML5
Deadly Attack at American University in Afghanistan