ມືປືນໃສ່ໜ້າກາກ ຍິງໃສ່ພວກປະທ້ວງ ໃນກຸງໄຄໂຣ (ສະໄລດ໌ກັບວີດິໂອ)

Your browser doesn’t support HTML5

ຄວາມເປັນຫ່ວງເພີ້ມທະວີຫລາຍຂຶ້ນນັບມື້ ກ່ຽວກັບ ຮ່າງລັດຖະທໍາມະນູນສະບັບໃໝ່ ຂອງອີຈິບ

ມື​ປືນ​ທີ່​ໃສ່​ໜ້າ​ກາກ ​ໄດ້ພາກັນ​ຍິງ​ໃສ່ ພວກປະ​ທ້ວງ ທີ່​ພາກັນ
​ກາງ​ເຕ້ນ ຕັ້ງຄ້າຍ ຢູ່​ໃນ​ເມືອງ​ຫລວງ​ຂອງອີ​ຈິບ ​ເຮັດ​ໃຫ້​ມີ​ຜູ້​
ໄດ້​ຮັບ​ບາດ​ເຈັບ 9 ຄົນ ​ໃນ​ຂະນະ​ທີ່​ພວກ​ສະໜັບສະໜູນ ​
ແລະ​ຕໍ່ຕ້ານ ປະທານາທິບໍດີ Mohamed Morsi ຕຽມທໍາ​
ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຕ້ານ​ກັນຄັ້ງ​ໃຫຍ່.

​ເຈົ້າ​ໜ້າ​ທີ່ ​ແລະ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ພວກ​ມື​ປືນ ທີ່​ບໍ່​ຮູ້​ວ່າ​ແມ່ນ​ໃຜ ພາກັນຍິງ​ໃສ່​ພວກ​ປະ​ທ້ວງ​ທີ່​ຈະ​ຕຸ​ລັດ Tahrir ​ໃນກຸງໄຄ​ໂຣ ​ໃນ​ຕອນ​ເຊົ້າໆ​ວັນ​ອັງຄານມື້​ນີ້. ຕົກ​ມາ​ເຖິງ​ທ່ຽງ​ວັນ ​ຈະ​ຕຸ​ລັດດັ່ງກ່າວແມ່ນ​ມີ ຄວາມ​ສ​ະຫງົບ ເຕ້ນ​ກໍ​ຍັງ​ມີຢູ່ໃນບໍລິ​ເວນ​ໃຈ​ກາງຈະຕຸ​ລັດ ​ແລະ​ຈໍາ ນວນ​ຜູ້​ຄົນ​ຢູ່​ໃນບໍລິ​ເວນ​ນັ້ນ ຄ່ອຍໆ​ເພີ້​ມທະວີຂື້ນມາ.

ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ ກໍາລັງ​ພາກັນ​ກົດ​ດັນ​ໃຫ້ ທ່ານ Morsi ຍົກ​ເລີກ​ແຜນການ​ລົງ​ປະຊາ​ມະຕິ ກ່ຽວ​ກັບ​ຮ່າງ​ລັດຖະທໍາ​ມະນູນສະບັບ​ໃໝ່ ທີ່ໄດ້​ກໍ​ນົດ​ໃສ່ວັນ​ເສົາຈະ​ມາ​ນີ້.

ທາງກຸ່ມ National Salvation Front ຝ່າ​ຍຄ້ານ ທີ່ນໍາ​ໂດຍພວກ​ຫົວ​ເສລີ​ນິຍົມ ອັນ​ມີ
ຮວມ​ທັງ ທ່າ​ນ Mohamed El Baradel ​ແລະ Amr Moussa ນັ້ນ ​ໄດ້ຮຽກຮ້ອງ​ໃຫ້​ຜູ້​ສະໜັບສະໜູນ ພາກັນ​ເດີນຂະ​ບວນ​ປະ​ທ້ວງ​ໄປ​ຍັງ ທໍານຽບປະທານາທິບໍດີ ​ໃນ​ກຸງ​ໄຄ​ໂຣ ​ໃນ​ວັນ​ອັງ ຄານນີ້. ​ເຂົາ​ເຈົ້າ​ເວົ້າ​ວ່າ ຮ່າງ​ລັດຖະທໍາ​ມະນູນດັ່ງກ່າວ ບໍ່ຕາງໜ້າ ປະຊາ
ຊົນອີ​ຈິບ ຢ່າງ​ເໝາ​ະສົມ.

​ແຕ່​ ທ່ານ Morsi ບໍ່​ຍອມ​ຍົກ​ເລີກ​ການ​ລົງ​ປະຊາ​ມະຕິ​. ​ໃນມື້​ວັນ​ຈັນ ທ່ານ​ໄດ້​ໃຫ້ອໍານາດ​ພວກທະຫານ ຈັບ​ກຸມບັນດາ​ພົນລະ​ເຮືອນ​ໄດ້ ອັນ​ເປັນ​ພາກ​ສ່ວນນຶ່ງ​ຂອງດໍ​າລັດ ​ເພື່ອ​ຊ່ວຍ​ຮັກສາ​ຄວາມສ​ະຫງົບ​ໃນ​ການ​ລົງ​ປະຊາ​ມະຕິ​. ດໍາລັດດັ່ງກ່າວສັ່ງ​ໃຫ້​ທະຫານ ປະຕິບັດ
​ໜ້າ​ທີ່ສະໜັບ ສະໜຸນຕໍາຫລວດ ​ເພື່ອ​ປົກ​ປ້ອງ “ບັນດາສະ​ຖາ​ບັນທີ່​ສໍາຄັນຕ່າງໆ.”
ມີ​ກໍາລັງ​ທະຫາ​ນປະ​ຈໍາ​ການຢ່າງ​ຫລວງຫລາຍ ​ຢູ່​ໃນ​ກຸງໄຄ​ໂຣ ລ່ວງ​ໜ້າ ການ​ເດີນ​ຂະ​ບວນ ທີ່​ມີ​ການວາງ​ແຜນ​ໄວ້​ນັ້ນ.

ຊາວອີຈິບພາກັນປະທ້ວງ ຢູ່ໄຄໂຮແລະທົ່ວປະເທດ