ກີນີ ປະກາດ ພາວະ 'ສຸກເສີນ' ເພື່ອແນໃສ່ຍັບຍັ້ງ ການລະບາດ ຂອງອີໂບລາ

ພວກເດັກນ້ອຍ ກ້າວເຂົ້າໄປຮັບການສີດຢາຂ້າເຊື້ອພະຍາດ ໃສ່ບໍລິເວນຂາ ຫຼັງຈາກພະນັກງານຂອງ ສະພາກາແດງ ອະທິບາຍວ່າ ພວກເຂົາເຈົ້າ ສະເປ ນ້ຳຄລໍຣີນ ແລະ ບໍ່ແມ່ນສະເປ ຄຸ້ມບ້ານດ້ວຍເຊື້ອໄວຣັສ ອີໂບລາ ໃນເມືອງ Forecariah ຂອງກີນີ, ວັນທີ 30 ມັງກອນ 2015.

ປະທານາທິບໍດີ​ກີ​ນີ ທ່າ​ນ Alpha Conde ​ໄດ້​ປະກາດ “ພາວະ
ສຸກ​ເສີນທາງສຸຂະພາບ​”
​ ເປັນ​ເວລາ 45 ມື້ ຢູ່​ໃນ 5 ​ເຂດ ໃນ
ພາກ​ຕາ​ເວັນ​ຕົກແລະຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ປະ​ເທດທີ່​ໄດ້​ປະ
ສົບກັບການລະບາດ ຂອງອີ​ໂບລາ​ນັ້ນ ​ເພື່ອພະຍາ​ຍາມ​ຍັບ​ຍັ້ງ​
ການລະບາດ ​ຂອງ​ພະຍາດ ອັນຕະລາຍ​ເຖິງແກ່​ຊີວິດນີ້.

ທ່ານ Conde ​ໄດ້​ປະກາດ​ມາດ​ຕະການ​ຕ່າງໆ ​ຜ່ານ​ທາງ​ໂທລະ
ພາບລັດ ​ເມື່ອ​ວັນ​ເສົາ​ວານ​ນີ້ ​ຊຶ່ງ​ຈະ​ອຳນວຍ​ໃຫ້ ​ບັນດາ​ເຈົ້າໜ້າທີ່
ຈຳກັດ​ການເຄື່ອນ​ຍ້າຍຕ່າງ​ໆ ​ຂອງ​ພົນລະ​ເມືອງ ​ໃນ​ເຂດ​ຫົວ​ເມືອງ
Forecariah, Coyah, Dubreka, Boffa, ​ແລະ Kindia. ທ່ານ​
ກ່າວວ່າ “​ຢູ່ແຫ່ງ​ຫົນ​ໃດກໍ​ຕາມ​ ທີ່​ມີ​ຄວາມ​ຈຳ​ເປັນ​ ໃນ​ຕະຫລອດ​
ໄລຍະເວລາ​ດັ່ງກ່າວນີ້ ​ ມາດ​ຕະການ​ຕ່າງໆ​ ຂອງ​ການ​ຈຳກັດ​ການ​ເຄື່ອນ​ຍ້າຍ ແລະ
ການ​ກັກ​ຢູ່​ກັບ​ທີ່ ​ແມ່ນຕ້ອງ​ໄດ້​ນຳ​ໃຊ້.”

ຫຼາຍກວ່າ 10,000 ຄົນ​ໄດ້​ເສຍ​ຊີວິດ ຍ້ອນພະຍາດ​ອີ​ໂບລາ ຢູ່​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ
ນັບ​ຕັ້ງ​ແຕ່ການລະບາດ​ ຂອງ​ພະຍາດ​ດັ່ງກ່າວ​ໄດ້​ເລີ້ມ​ຕົ້ນຂຶ້ນ ​ແລະ ​ໃນ​ຂະນະ​ທີ່ ຄິດ​ກັນ
ວ່າ ຈຳນວນ​ພວກ​ຕິດ​ເຊື້ອໄດ້​ເຖິງ ​ຂັ້ນສູງ​ສຸດ​ແລ້ວນັ້ນ ປະ​ເທດ​ກີ​ນີ ກໍ​ຍັງ​ກຳລັງ​ບຸກບືນ​
ເພື່ອ​ກຳຈັດ ເຊື້ອ​ໄວຣັສດັ່ງກ່າວ.

Your browser doesn’t support HTML5

Sierra Leone Ebola