ທ່ານ ຮວານ ກວາອີໂດ (Juan Guaido) ທີ່ຖືກຮັບຮູ້ ຈາກສະຫະລັດ ແລະອີກປະມານ 50 ປະເທດ ວ່າເປັນປະທານາທິບໍດີໃນໄລຍະຂ້າມຜ່ານຂອງເວເນຊູເອລານັ້ນ ໄດ້ເຕືອນພວກທະຫານໃນວັນອາທິດວານນີ້ວ່າ ການສະກັດກັ້ນ ບໍ່ໃຫ້ເຄື່ອງຊ່ວຍເຫລືອດ້ານມະນຸດສະທຳ ເຂົ້າໄປໃນເວເນຊູເອລາ ແມ່ນເປັນ "ການກໍ່ອາດຊະຍາກຳຕ້ານມະນຸດຊາດ" ແລະເຮັດໃຫ້ເຂົາເຈົ້າ "ເກືອບວ່າກາຍເປັນຜູ້ຂ້າລ້າງເຜົ່າພັນ."
ທ່ານກ່າວຕໍ່ໄປອີກວ່າ "ມີຄົນທີ່ຕ້ອງຮັບຜິດຊອບຕໍ່ເລື້ອງນີ້ ແລະຜູ້ກຳອຳນາດຮູ້ເລື້ອງນີ້ດີ. ນີ້ຄືການກໍ່ອາດຊະຍາກຳຕ້ານມະນຸດຊາດ, ພວກຜູ້ຊາຍທີ່ປະກອບອາວຸດເອີ້ຍ.” ທ່ານໄດ້ກ່າວຄຳເຫັນເຫລົ່ານັ້ນຕໍ່ທະຫານທີ່ຖືກສົ່ງໄປປະຈຳຢູ່ຂົວທີ່ເຊື່ອມຕໍ່ລະຫວ່າງເວເນຊູເອລາກັບໂຄລອມເບຍ.
ການຂົນສົ່ງອາຫານ, ຢາ, ແລະເຄື່ອງຊ່ວຍເຫລືອດ້ານມະນຸດສະທຳ
ແມ່ນຄ້າງຢູ່ໃນຟາກຂອງໂຄລອມເບຍ ໂດຍທີ່ມີຖັງບັນຈຸນ້ຳມັນແລະ ລົດບັນທຸກໃຫຍ່ສອງຄັນຕັນຢູ່ກາງເຄິ່ງຂອງຂົວໄວ້.
ທ່ານ ນີໂຄລັສ ມາດູໂຣ, ປະທານາທິບໍດີເວເນຊູເອລາ ສັ່ງໃຫ້ທະຫານສະກັດກັ້ນ ບໍ່ໃຫ້ເຄື່ອງຊ່ວຍເຫລືອດັ່ງກ່າວຂ້າມຊາຍແດນໄປໄດ້.
ທ່ານມາດູໂຣເວົ້າວ່າ ການຊ່ວຍເຫລືອຂອງສະຫະລັດ ເປັນສ່ວນນຶ່ງຂອງການວາງແຜນທີ່ຈະໂຄ່ນລົ້ມລັດຖະບານຂອງທ່ານ ແລະເວົ້າວ່າ ເວເນຊູເອລາບໍ່ຕ້ອງການໃຫ້ເປັນແບບນັ້ນ.
ແຕ່ວ່າ ບັນດາທ່ານໝໍເວເນຊູເອລາທີ່ເປັນສ່ວນນຶ່ງໃນການທຳການປະທ້ວງໃນວັນອາທິດວານນີ້ໄດ້ກ່າວຫາທ່ານ ມາດູໂຣວ່າ ກຳລັງເຮັດໃຫ້ຂະແໜງການແພດຂອງເວເນຊູເອລາ ຈົມລົງໄປຢູ່ໃນລະດັບ "ທີ່ລ້າສະໄໝ".
ເບິ່ງວີດິໂອກ່ຽວກັບຂ່າວນີ້
Your browser doesn’t support HTML5
US Humanitarian Aid Delivered to Colombia for Venezuelans in Need
ທ່ານມາດູໂຣ ໄດ້ໄປປາກົດໂຕ ຢູ່ໂທລະພາບຂອງລັດໃນວັນອາທິດວານນີ້ ໂດຍໄດ້ສະແດງໃຫ້ເຫັນລະບົບປ້ອງກັນເຮືອບິນລົບ ແລະອາວຸດປະເພດອື່ນ ທີ່ທ່ານເວົ້າວ່າ ຈະເຮັດໃຫ້ຕົວເມືອງຕ່າງໆຂອງ ເວເນຊູເອລາ "ໜຽວແໜ້ນບໍ່ສາມາດຕີໄດ້."
"ພວກເຮົາເປັນຄົນທີ່ຮັກຫອມສັນຕິພາບຕາບໃດທີ່ບໍ່ມີແນວມາລົບກວນພວກເຮົາ, ຂໍແຕ່ວ່າ ດໍໂນລ ທຣຳ ບໍ່ທຳການຂົ່ມຂູ່ພວກເຮົາ,” ນັ້ນຄືຄຳເວົ້າຂອງທ່ານ ມາດູໂຣ. ທ່ານກ່າວຕໍ່ໄປວ່າ “ດໍໂນລ ທຣຳ ອອກໄປຈາກ ເວເນຊູເອລາ ດຽວນີ້. ອອກໄປພ້ອມກັບຄຳນາບຂູ່ຂອງຕົນ, ມີກຳລັງທະຫານທີ່ປະກອບອາວຸດຢູ່ໜີ້ ແລະກໍມີປະຊາຊົນທີ່ປົກປ້ອງກຽດ, ສັກສີ ແລະຄວາມດີງາມຂອງຕົນໄວ້."