ທະນາຄານໂລກ ທໍານາຍວ່າ ເສດຖະກິດເອເຊຍ ຈະຊັກຊ້າລົງ ໃນປີນີ້

ປະທານ ທະນາຄານໂລກ ທ່ານ Robert Zoellick

ທະນາຄານໂລກໄດ້ອອກລາຍງານສະບັບນຶ່ງ ທີ່ທໍານາຍວ່າ
ການຂະຫຍາຍຕົວຂອງ ເສດຖະກິດໃນຂົງເຂດເອເຊຍ ໂດຍ
ລວມແລ້ວ ແມ່ນຈະຊັກຊ້າລົງ ໃນປີນີ້.

ລາຍງານທີ່ນໍາອອກເຜີຍແຜ່ໃນວັນຈັນມື້ນີ້ ກ່າວວ່າ ການຂະ
ຫຍາຍຕົວຂອງເສດຖະກິດໃນຂົງເຂດເອເຊຍ-ປາຊິຟິກ ອາດ
ຊັກຊ້າລົງເກືອບວ່າເຕັມນຶ່ງເປີເຊັນກໍໄດ້ ຈາກ 8.2% ໃນ ປີ
2011 ມາສູ່ 7.2% ໃນປີນີ້ ກ່ອນທີ່ຈະຟື້ນຕົວຄືນ ສູ່ 7.6%
ໃນປີ 2013.

ລາຍງານສະບັບໃໝ່ນີ້ຍັງກ່າວອີກວ່າ ການສົ່ງອອກທີ່ອ່ອນແອ
ແລະການລົງທຶນທີ່ຊັກຊ້າ ລົງນັ້ນ ຈະຕັດອັດຕາການຂະຫຍາຍ
ໂຕຂອງຜົນຜະລິດຮວມພາຍໃນປະເທດ ຫລື GDP ຂອງຈີນ
ລົງຈາກ 9.3% ໃນປີ 2011 ສູ່ 7.7% ໃນປີນີ້. ແຕ່ເຖິງຢ່າງນັ້ນກໍຕາມ ທາງທະນາຄານ
ກ່າວວ່າ ຕົນຄາດຄະເນວ່າ ເສດຖະກິດຈີນຈະຂະຫຍາຍໂຕຄືນສູ່ອັດຕາ 8.1% ເວລາ
ການກະຕຸກຊຸກຍູ້ທາງເສດຖະກິດ ເລີ່ມໄດ້ຜົນ.

ທະນາຄານໂລກກ່າວອີກວ່າ ບັນດານັກວາງນະໂຍບາຍໃນຂົງເຂດເອເຊຍຕາເວັນອອກ
ແລະປາຊິຟິກ ຈະຕ້ອງໄດ້ສືບຕໍ່ດໍາເນີນການຄຸ້ມຄອງ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ
ແລະລຸດຜ່ອນຄວາມທຸກຈົນລົງ ຢູ່ໃນສະພາບແວດລ້ອມທີ່ຈະຂຶ້ນໆລົງໆແບບນີ້.