ການແຂ່ງຂັນເຕະບານໂລກ ທີ່ປະເທດບຣາຊິລ ໃກ້ຈະສີ້ນສຸດ
ການຄັດເລືອກເອົາ 16 ທີມໃນວັນພຸດມື້ນີ້ໃນຂະນະທີ່ທີມຂອງ
ປະເທດຕ່າງໆ ຢູ່ໃນກຸ່ມ E ແລະ F ຕໍ່ສູ້ກັນເອົາບ່ອນ ໃນອັນທີ່
ຮ້ອງວ່າ ຮອບເສຍໄຊ ແລະຖືກຕັດອອກ.
ຈຸດສຳຄັນ ຂອງການແຂ່ງຂັນ ໃນກຸ່ມ F ແມ່ນອາເຈັນຕີນາ ຊຶ່ງ
ເປັນຜູ້ນຳໃນສາຍຈະລົງສະໜາມສູ້ກັບໄນຈີເຣຍຊຶ່ງເປັນທີສອງ
ໃນສາຍ ທີ່ເດີ່ນ ໃນເມືອງ Porto Alegre.
ຖ້າມີການສະເໝີກັນໝາຍຄວາມວ່າ ທັງສອງທີມຈະໄດ້ເຂົ້າໄປ
ຫລິ້ນໃນຮອບໜ້າ ແຕ່ຖ້າອາເຈັນຕີນາ ຊະນະນັ້ນ ຈະເປີດປະຕູ
ໃຫ້ແກ່ອີຣ່ານໄລ່ທັນໄນຈີເຣຍ ໂດຍການເອົາຊະນະ ບອສເນຍເຮີເຊໂກວີນາ.
Your browser doesn’t support HTML5
World Cup Fans Flock to Christ the Redeemer Statue
ຢູ່ໃນກຸ່ມ E ຝຣັ່ງ ແມ່ນເປັນທີນຶ່ງໃນສາຍ ໂດຍໄດ້ຫົກຄະແນນ ແຕ່ຍັງຄຳ້ປະ ກັນບໍ່ໄດ້ເທຶ່ອວ່າ ຈະໄດ້ເຂົ້າໄປຫລິ້ນໃນຮອບຕໍ່ໄປ ໃນຂະນະຝຣັ່ງທີ່ປະເຊີນໜ້າກັບເອກົວດໍ ທີ່ເດີ່ນໃນນະຄອນ Rio de Janeiro.
ການໄດ້ຮັບໄຊຊະນະຢ່າງໃຫຍ່ໂດຍ ເອກົວດໍ ແລະການໄດ້ໄຊຊະນະຢ່າງໃຫຍ່ ໂດຍສະວິສເຊີແລນ ຕໍ່ ຮອນດູຣາສ ທີ່ບໍ່ໄດ້ຊະນະເລີຍນັ້ນ ອາດຈະສົ່ງ ຝຣັ່ງ ກັບເມືອບ້ານກໍໄດ້.
ສຳລັບກຸ່ມ G ແລະກຸ່ມ H ຈະທຳການແຂ່ງຂັນຮອບສຸດທ້າຍຂອງເຂົາເຈົ້າໃນ ວັນພະຫັດ
ມື້ອື່ນ.
ກຣິສ ໄດ້ມີສິດເຂົ້າໄປຫລິ້ນໃນຮອບສອງເປັນເທຶ່ອທຳອິດ ໃນວັນອັງຄານວານນີ້ ໃນຂະນະທີ່ທ້າວ Giorgios Samaras ເຕະລູກໂທດ ນຶ່ງນາທີກ່ອນໝົດເວລາ ເຮັດໃຫ້ ກຣິສ ຊະນະໄອວໍຣີໂຄສ 2 ປະຕູຕໍ່ 1.
ໂຄລອມເບຍ ໃນວັນອັງຄານວານນີ້ ໄດ້ກຳຈັດຍີ່ປຸ່ນ 4 ປະຕູຕໍ່ 1 ທີ່ເດີ່ນເມືອງ Cuiaba ເຮັດ ໃຫ້ໂຄລອມເບຍ ໄດ້ທີນຶ່ງໃນກຸ່ມ C ໂດຍໄດ້ເກົ້າຄະແນນຕິດຕາມ ດ້ວຍກຣິສ ໄດ້ສີ່ ຄະແນນ ໄອວໍຣີໂຄສສາມຄະແນນແລະຍີ່ປຸ່ນນຶ່ງຄະແນນ. ມາຈົນຮອດວັນອັງຄານວານນີ້ ກຣິສ ຍັງບໍ່ສາມາດເຮັດຄະແນນໃນການແຂ່ງຂັນເຕະບານໂລກໃນປີນີ້ໄດ້ເທື່ອ.
Your browser doesn’t support HTML5
CN-Fans in Rio Favela Celebrate Brazil World Cup Qualification
ອູຣຸໄກວ ກໍມີສິດກ້າວເຂົ້າໄປຫຼິ້ນໃນຮອບ 16 ທີມໃນວັນອັງຄານວານນີ້ ໂດຍໄດ້ປັດເຂ່ຍອີ່ຕາລີ ຊຶ່ງເປັນແຊມສີ່ສະໄໝອອກຈາກການແຂ່ງຂັນ ດ້ວຍຄະແນນ 1 ປະຕູຕໍ່ 0 ທີ່ເດີ່ນເມືອງ Natal.
ການແຂ່ງຂັນໄດ້ເຮັດໃຫ້ບໍ່ເປັນຕາເບິ່ງກ່ຽວກັບເລື່ອງນອງນັນ ໃນຂະນະທີ່ໂທ ລະພາບ ສາຍກັບຄືນໃຫ້ເຫັນນັກກິລາ ອູຣຸໄກວ ທ້າວ Luis Suarez ປາກົດວ່າໄດ້ກັດບ່າທ້າວ Giorgio Chiellini ນັກກິລາອີຕາລີ. ອົງການຄຸ້ມຄອງເຕະ ບານໂລກ ຫຼື FIFA ໄດ້ເລີ້ມດຳເນີນການ ເພື່ອລົງໂທດຕໍ່ທ້າວ Suarez ຜູ້ທີ່ໄດ້ຖືກສັ່ງໃຫ້ຢຸດຫຼິ້ນສອງເທຶ່ອມາກ່ອນແລ້ວ ຍ້ອນການກັດຂູ່ແຂ່ງຂັນ.
ສ່ວນການແຂ່ງຂັນຂອງກຸ່ມ D ໃນວັນອັງຄານວານນີ້ ຄອສຕາຣິກາ ແລະອັງກິດ ໄດ້ຄະແນນ ສະເໝີກັນ ໂດຍທີ່ບໍ່ມີຝ່າຍໃດສາມາດຍິງປະຕູກັນໄດ້ ທີ່ເດີ່ນເມືອງ Belo Horizonte.
ຄອສຕາຣິກາ ແມ່ນໄດ້ຄະແນນເປັນທີນຶ່ງໃນສາຍແລ້ວ ຫຼັງ ຈາກໄດ້ຊະນະອູຣຸໄກວ ແລະອີຕາລີຢ່າງບໍ່ຄາດຝັນ.
ການແຂ່ງຂັນ ເຕະບານໂລກ 24 ມິຖຸນາ