ກິດຈະການ ຮ້ານຂາຍເຄື່ອງກິນ ຢູ່ອາລິງຕັນ ລັດເທັກຊັສ ຍັງຄົງໂຕໄດ້

ຮ້ານຂາຍເຄື່ອງກິນ ຫຼືຕະຫຼາດເອເຊຍ ທີ່ເມືອງອາລິງຕັນ ລັດເທັກຊັສ.

Your browser doesn’t support HTML5

ເຊີນຟັງຂ່າວ ກ່ຽວກັບຮ້ານຂາຍເຄື່ອງກິນ ຢູ່ເມືອງອາລິງຕັນ ລັດເທັກຊັສ


ເຖິງແມ່ນທຸລະກິດຫຼາຍໆຢ່າງໄດ້ປະສົບກັບບັນຫາ ໃນລະຫວ່າງທີ່ເກີດການລະ
ບາດຂອງໂຄວິດ-19 ຢູ່ນີ້ ແຕ່ກໍມີທຸລະກິດບາງຢ່າງຍັງສາມາດດຳເນີນໄປດ້ວຍ
ດີ. ຍານາງສຸຣິເຍື້ອນ ຊະນະນິກອນ ຜູ້ຈັດການຮ້າຍຂາຍເຄື່ອງກິນເອເຊຍ ຢູ່ທີ່
ເມືອງອາລິງຕັນ ໃນລັດເທັກຊັສ ກ່າວວ່າ ອາດເປັນຍ້ອນຜູ້ຄົນ ຊື້ເຄື່ອງໄປເກັບ
ສະສົມໄວ້ ທຸລະກິດແມ່ນດີກວ່າປົກກະຕິ. ຍານາງກ່າວກ່ຽວກັບເລື້ອງນີ້ວ່າ:

Your browser doesn’t support HTML5

ສຽງຍານາງສຸຣິເຍື້ອນ ກ່າວເຖິງຮ້ານຂາຍເຄື່ອງກິນ

ຮ້ານຂາຍເຄືຶ່ອງກິນ ທີ່ອາລິງຕັນ ລັດເທັກຊັສ

ຢູ່ໃນລັດເທັກຊັສກໍຄືກັນກັບໃນລັດອື່ນໆ ນະໂຍບາຍຢູ່ຫ່າງກັນໃນສັງຄົມແມ່ນໄດ້
ມີການຈັດຕັ້ງປະຕິບັດກັນ ແຕ່ແນວໃດກໍຕາມ ຍານາງສຸຣິເຍື້ອນ ຊະນະນິກອນ ກ່າວວ່າ ກໍບໍ່ມີບັນຫາຫຍັງ ສຳລັບຮ້ານຂາຍເຄື່ອງກິນ.

Your browser doesn’t support HTML5

ສຽງຍານາງສຸຣິເຍື້ອນ ກ່າວເຖິງການໃຫ້ຄົນເຂົ້າມາຊື້ເຄື່ອງ


ດາລລັສ ຟອດເວີດ ອາລິງຕັນ ເປັນເຂດນຶ່ງ ທີ່ມີຊຸມຊົນລາວອາໄສຢູ່ຫຼາຍເປັນພິເສດ ໃນສະຫະລັດອາເມຣິກາ.