ໂຄງການຈົກສະຫລາກ ເອົາບັດຂຽວ ຂອງສະຫະລັດ ໄຂຂຶ້ນແລ້ວ (ລາຍງານພາສາອັງກິດ ຊ້າໆ)

ພາຍຕົວຢ່າງ ບັດຂຽວ ທີ່ມອບໃຫ້ຜູ້ໂຊກດີຈົກສະຫລາກໄດ້ ຊຶ່ງເປັນບັດປະຈຳຕົວ ທີ່ສະແດງວ່າ ເຂົາເຈົ້າໄດ້ຮັບສິດໃຫ້ ຢູ່ໃນສະຫະລັດໄດ້ ຢ່າງຖືກຕ້ອງຕາມກົດໝາຍ ຈົນກ່ວາຈະໄດ້ ຮັບສັນຊາດອາເມຣິກັນ.

ທຸກໆ​ປີ ​ໃນ​ເດືອນ​ຕຸລາ​ນີ້ ສະຫະລັດ​ຈະ​ເປີດ​ໂຄງການ​ແຈກ​ວິ​ຊ່າ
​ເຂົ້າ​ເມືອງ ໃຫ້​ຄົນ​ຕ່າງ​ດ້າວຈາກ​ຫລາຍ​ສິບ​ປະ​ເທດ ເພື່ອ​ຮັບ​ເອົາ
ເຂົ້າ​ມາ​ຢູ່​ໃນ​ປະ​ເທດ​ນີ້ ຈຳນວນ 5 ໝື່ນ​ຄົນ ຜ່ານ​ການ​ຈົກສະ
ຫລາກ​ທາງ​ຄອມ​ພິວ​ເຕີ. ດາຣາມີ​ລາຍ​ລະອຽດ​ກ່ຽວ​ກັບ​ເລື້ອງ​ນີ້
ມາສະ​ເໜີ​ທ່ານ​ ຈາກລາຍ​ງານ As It Is ຂອງວີ​ໂອ​ເອ ພະ​ແນ​ກ
ຮຽນ​ພາສາ​ອັງກິດ.

Your browser doesn’t support HTML5

ຟັງລາຍງານກ່ຽວກັບ ໂຄງການ Green Card Lottery ຂອງສະຫະລັດ

ໂຄງການ​ແຈກ​ວິ​ຊ່າ​ເຂົ້າ​ເມືອງ ​ເພື່ອໃຫ້​ຫລາ​ກຫລາຍ​ຊົນ​ຊາດ​ໄດ້​ເຂົ້າ​ມາ​ຢູ່​ໃນປະ​ເທດ ຂອງ​ລັດຖະບານ​ສະຫະລັດ ຫລື Diversity Immigrant Visa Program ​ໄຂ​ຂຶ້ນ​ເມື່ອ​ວັນ​ທີ 1 ​ຕຸລາ​ເດືອນ​ນີ້. ​ໂຄງການ​ນີ້​ ​ເປັນ​ທີ່ຮູ້​ຈັກແກ່​ຄົນ​ຫລາຍ​ລ້ານ​ຄົນຢູ່​ໃນ​ທົ່ວ​ໂລກ ​ໃນ​ຊື່ວ່າ ໂຄງການ​ ຈົກ​ສະຫລາກ​ ເອົາ​ບັດ​ຂຽວ ຫລື "green card lottery."

"Green card" ຫລື ບັດ​ຂຽວ ​ຄື​ຊື່​ທີ່ບໍ່ແມ່ນ​ທາງການຂອງ​ເອກະສານ ອັນ​ນຶ່ງ​ຂອງ​ສະຫະລັດ ທີ່ບຸກ​ຄົນ​ຜູ້ຖື​ບັດ​ນັ້ນ ສາມ​າດໃຊ້​ເພື່ອ​ສະ​ແດງ​ໃຫ້​ຮູ້​ວ່າ ຕົນເປັນ​ຄົນ​ຕ່າງ​ດ້າວ​ທີ່ໄດ້​ເຂົ້າ​ມາ​ຢູ່ໃນ​ສະຫະລັດຢ່າງ​ຖືກຕ້ອງ​ຕາມ​ກົດ​ໝາຍ. ນອກ​ນັ້ນ ບັດ​ນີ້ຍັງ​ມອບ​ໃຫ້​ພວກ​ຄົນ ທີ່​ສະຫະລັດສະ​ເໜີ​ໃຫ້ ​ລີ້​ໄພ​ ຢູ່​ໃນ​ປະ​ເທດ​ ຫລື​ໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງໃນ​ຖານະ​ເປັນ​ອົບ​ພະຍົບ. ​ແລະ​ບັດ​ຂຽວ ອາດ​ຈະ​ມອບ​ໃຫ້ບຸກຄົນ ທີ່​ມີ​ສະມາຊິກ​ຄອບຄົວເປັນພົນລະ​ເມືອງ​ສະຫະລັດ ​ໄດ້​ຄື​ກັນ. ​ເອກະສານ​ນີ້ ບໍ່​ແມ່ນ ຫລັກ​ຖານຂອງ​ການ​ເປັນ​ພົນລະ​ເມື​ອງ. ​ແຕ່​ມັນ​ໝາຍ​ຄວາມ​ວ່າ ຜູ້​ທີ່ມີ​ບັດ​ນີ້ ສາມາດ​ດຳລົງ​ຊີວິດ ​ແລະ​ເຮັດ​ວຽກ ຢູ່​ໃນ​ສະຫະລັດ​ໄດ້. ຜູ້​ທີ່ໄດ້​ຮັບ​ບັດຂຽວ​ ກໍ​ສາມາດ​ຮ້ອງ​ຂໍ​ບັດ​ຂຽວ​ໃຫ້ ​ພັນ​ລະ​ຍາ ສາມີ ​ແລະລູກໆ​ໄດ້. ພົນລະ​ເມືອງ​ຕ່າງປະ​ເທດ ທີ່​ມີ​ບໍລິສັດ​ສະ​ເໜີ​ວຽກ​ໃຫ້​ເຮັດ​ຢູ່​ໃນ​ສະຫະລັດ ກໍ​ສາມາດ​ຮ້ອງຂໍ​ເອົາ​ບັດ​ຂຽວ​ໄດ້ຄື​ກັນ. ​ໃນ​ກໍລະນີ​ຈັ່ງ​ຊັ້ນ ນາຍ​ຈ້າງ​ຂອງ​ຜູ້ກ່ຽວ ກໍ​ຈະ​ເປັນ “​ຜູ້​ອຸບປະຖໍາ”​ ລາວ.

ລັດຖະສະພາສະຫະລັດ​ໄດ້​ອະນຸມັດ​ໃຫ້ ດຳ​ເນີນ​ໂຄງການ​ວິ​ຊ່າ​ນີ້​ ໃນ​ປີ 1990 ​ເພື່ອ​ເປັນ
​ຫົນທາງ​ນຶ່ງ​ໃນ​ການ​ເພີ້​ມຈຳນວນ​ ຊາວ​ຕ່າງ​ດ້າວ​ທີ່​ເຂົ້າມາ​ຢູ່​ ໃນປະ​ເທດ​ນີ້​. ພວກ​ທີ່​ໄດ້​ຮັບ​ບັດ​ຂຽວ ​ແມ່ນຖືກ ​ສຸ່ມ ເລືອກ​ເອົາ ​ໂດຍ​ຜ່ານ​ການ​ຈົກ​ສະຫລາກ ທາງ​ຄອມ​ພິວ​ເຕີ. ​ໂປຣ​ແກຣມຄອມ​ພິວ​ເຕີ​ອັນ​ນີ້ ​ເລືອກ​ເອົາ​ຜູ້​ຄົນ ​ໂດ​ຍບໍ່​ຮູ້​ວ່າ​ເຂົາ​ເຈົ້າ​ແມ່ນ​ໃຜ.

ຟັງລາຍງານ ພາສາອັງກິດຊ້າໆ:

ໂຄງການ​ນີ້ມ​ອບບັດ​ຂຽວ​ ​ໃນ​ຈຳນວນ 50,000 ​ບັດ​ໃນ​ແຕ່ລະ​ປີ ​ໃຫ້​ແກ່​ພົນລະ​ເມືອງ​ຂອງ​ຫລາຍ​ປະ​ເທດ ທີ່​ບໍ່​ມີ​ຄົນ​ເຂົ້າ​ມາ​ຢູ່​ໃນ​ສະຫະລັດ​ຫລາຍ. ​ປີ​ນີ້ ກໍ​ຄື​ປີ​ກາຍ​ນີ້ ​ໂຄງການ​ visa lottery ບໍ່​ໄດ້​ສະ​ເໜີ​ໃຫ້​ຜູ້​ຄົນ​ຈາກ 19 ປະ​ເທດ. ​ເຫດຜົນ​ກໍ​ຄື​ວ່າ ປະ​ເທດ​ເຫລົ່າ​ນັ້ນ ມີ​ພົນ
ລະເມືອງ ເຂົ້າມາຢູ່​ໃນ​ສະຫະລັດ ຫລາຍ​ກ່ວາ 50,000 ຄົນ ​ໃນ​ໄລຍະ 5 ປີຜ່ານມາ. ພວກ 19 ປະ​ເທດ​ນີ້ ມີ​ຮວມທັງ ບຣາຊີ​ລ ຈີນແຜ່ນດິນ​ໃຫຍ່ ​ເຮຕີ ອິນ​ເດຍ ​ເມັກ​ຊິ​ໂກ ​ໄນ​ຈີ​ເຣຍ ​ແລະປາ​ກິ​ສຖານ. ​ຟີ​ລິບ​ປິ​ນ ​ເກົາຫລີ​ໃຕ້ ​ກັບ​ຫວຽດນາມ ກໍຮວມຢູ່​ໃນ​ບັນຊີນີ້ ຄື​ກັນ. ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ ສະຫະລັດມີ​ຄົນຈາກ​ຂົງ​ເຂດ​ເຫລົ່າ​ນີ້ ​ເຂົ້າ​ມາ​ອາ​ໄສ​ຢູ່ ຫລາຍ​ແລ້ວ.

​ແນວ​ໃດ​ກໍ​ຕາມ ບຸກຄົນ​ນຶ່ງສາມາດ​ສະມັກ​ເອົາ​ວີ​ຊ່າ ພາຍ​ໃຕ້​ໂຄງການ​ນີ້​ໄດ້ ຖ້າ​ຫາກ​ວ່າຜູ້ກ່ຽວເກີດ​ຢູ່​ໃນ​ປະ​ເທດ​ໃດ​ນຶ່ງ ​ໃນບັນດາ 19 ປະ​ເທດ​ນີ້ ແຕ່​ວ່າ​ພໍ່ແລະ​ແມ່ ບໍ່​ໄດ້​ເກີດ​ແລະ​ກໍ​ບໍ່​ໄດ້​ອາ​ໄສ​ຢູ່​ໃນ​ປະ​ເທດ​ນັ້ນຢ່າງ ​ຖືກຕ້ອງ​ຕາມ​ກົດໝາຍ. ​ແລະ​ສາມາດ​ສະມັກ​ໄດ້​ເຊັ່ນ​ກັນ ຖ້າວ່າ ສາມີຫລື​ພັນ​ລະ​ຍາ ​ເກີດ​ຢູ່​ໃນ​ປະ​ເທດ​ນຶ່ງ​ທີ່​ພົນລະ​ເມືອງ​ໄດ້​ຮັບ​ອະນຸຍາດ ​ໃຫ້​ສະມັກ.

ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ ຜູ້​ທີ່​ມີ​ສິດ​ສະມັກ​ໄດ້ ຈະ​ຕ້ອງ “ມີ ​ເງື່ອນ​ໄຂ ຖືກຕ້ອງ​ຕາມຄວາມ​ຕ້ອງການ​ຫລາຍໆ​ຢ່າງ​ ທີ່​ງ່າຍໆ ​ແຕ່ ​ເຂ້​ມງວດ” ​ຂອງ​ໂຄງການ​ນີ້. ຕົວຢ່າງ ຜູ້​ສະມັກຈະ​ຕ້ອງ​ຮຽນ​ຈົບ​ມັດ ທະຍົມ​ສົມບູນ ຫລື​ບໍ່ກໍຕ້ອງ​ມີ​ປະສົບ​ການ​ດ້ານ​ເຮັດ​ວຽກ​ມາ​ແລ້ວ ຢ່າງ​ນ້ອຍ 2 ປີ ​ໃນ​ໄລຍະ 5 ປີ​ຫລັງ ​ໃນ​ວຽກ​ງານ​ທີ່​ຕ້ອງ​ໄດ້​ຜ່ານ​ການ​ເຝິກອົບຮົມ​ ຢ່າງ​ນ້ອຍ 2 ປີ.

ກະຊວງ​ຕ່າງປະ​ເທດ​ເຕືອນ​ວ່າ ຜູ້​ທີ່​ໄດ້​ຮັບ​ວີ​ຊ່າ​ ຍັງ​ຈະ​ຕ້ອງມີ​ເງື່ອນ​ໄຂ ຖືກຕ້ອງ​ຕາມ​ຄວາມ​ຕ້ອງການ​ທັງ​ໝົດ ຂອງ​ກົດໝາຍ​ສະຫະລັດ. ທາງ​ກະຊວງ​ກ່າວ​ວ່າ ຄວາມ​ຕ້ອງການ​ເຫລົ່າ​ນັ້ນ​ອາດ​ເພີ້​ມລະດັບ​ການ​ສືບ ສວນ ​ແລະ​ເວລາ​ທີ່​ຕ້ອງ​ໃຊ້​ໃນ​ການ​ອອກ​ວີ​ຊ່າ ​ໂດຍ​ສະ​ເພາະ​ໃນ​ກໍລະນີ ທີ່​ຜູ້ກ່ຽວ​ມາ​ຈາກ “ພວກ​ປະ​ເທດທີ່​ຖືກ​ລະບຸ​ວ່າ ​ເປັນ​ລັດ​ທີ່​ອຸບປະຖຳ​ການ​ກໍ່​ການ​ຮ້າຍ.”

ການ​ເຂົ້າ​ຮ່ວມ​ໃນ​ໂຄງການ diversity visa lottery ນີ້ ບໍ່​ເສຍ​ເງິນ ​ແຕ່​ວ່າ​ຜູ້​ທີ່​ຖືກ​ຄັດ​ເລືອກ ຈະ​ຕ້ອງ​ເສຍ​ຄ່າ​ວີ​ຊ່າ​ແລະ​ຄ່າ​ໃຊ້​ຈ່າຍ​ອື່ນໆ​ທີ່​ກ່ຽວຂ້ອງ. ມີ​ບາງ​ຄົນ​ທີ່​ຈ້າງ​ຄົນ​ອື່ນ​ໃຫ້​ຊ່ວຍ​ເຮັດ​ໃບ​ສະມັກ ​ແຕ່​ກະຊວງ​ຕ່າງປະ​ເທດ ​ບໍ່​ເຫັນ​ດີ​ນຳ. ທາງ​ກະຊວງ​ກ່າວ​ວ່າ “​ເຮົາ​ຂໍ​ຊຸກຍູ້​ໃຫ້​ທ່ານ​ປະກອບ​ເອກະສານເອງ ​ໂດຍ​ບໍ່​ຕ້ອງ​ມີ​ທີ່​ປຶກສາ​ດ້ານ​ວີ​ຊ່າ ຫລື​ບຸກຄົນ​ອື່ນ​ໃດ ທີ່​ສະ​ເໜີ​ໃຫ້ການ​ຊ່ວຍ​ເຫລືອ.”

ຄອມ​ພິວ​ເຕີ​ຈະ​ເລືອກ​ເອົາ ຫລາຍ​ກ່ວາ 50,000 ຊື່ ພາຍ​ໃນເດືອ​ນ ພຶດສະພາ 2015. ບາດ​ແລ້ວ ຜູ້​ທີ່​ຖືກ​ເລືອກຈະ​ໄດ້​ພົບ​ກັບ​ພະນັກງານ​ ກະຊວງ​ຕ່າງປະ​ເທດ ​ເພື່ອ​ຕອບ​ຄຳ​ຖາມ. ຕໍ່​ໄປ ຄອມ​ພິວ​ເຕີ​ຈະ ​ລະບຸ​ຊື່ 50,000 ຄົນ ຈາກ​ຈຳນວນ​ຜູ້​ທີ່​ໄດ້​ພົບ​ກັບ​ເຈົ້າ​ໜ້າ​ທີ່​ກະຊວງ. ຈະ​ບໍ່​ມີ​ປະ​ເທດ​ໃດ​ໄດ້​ຮັບ​ວີ​ຊ່າ ຫລາຍ​ກ່ວາ 7 ສ່ວນ​ຮ້ອຍ​ຂອງ​ຈຳນວນ​ທັງ​ໝົດ ທີ່ໂຄງການ​ມອບ​ໃຫ້​ໃນ​ແຕ່ລະປີ.

ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຈົກ​ສະຫລາກ​ໄດ້​ນັ້ນ ບໍ່​ຄ່ອຍ​ສູງ ​ເພາະວ່າ​ມີ ຫລາຍ​ລ້ານ​ຄົນ​ສະມັກ​ໃນ​ທຸກໆ​ປີ. ມີ​ 15 ລ້ານ​ຄົນສະມັກ ​ໃນ​ປີ 2010.

ຜູ້​ຈົກ​ສະຫລາກ​ໄດ້ ມີ​ສິດ​ເອົາ​ຜົວ ຫລື​ເມຍ ​ແລະ​ລູກ​ທີ່​ຍັງ​ບໍ່​ແຕ່ງງານ ອາຍຸ​ຕ່ຳ​ກ່ວາ 21 ປີ ​ເຂົ້າ​ມາ​ຢູ່​ນຳ​ໄດ້. ​ແຕ່​ວ່າ ກ່ອນ​ຈະ​ໄດ້​ຮັບ​ອະນຸ ຍາດ​ໃຫ້​ເດີນທາງ​ມາ​ຍັງ​ສະຫະລັດ​ນັ້ນ ​ເຂົາ​ເຈົ້າ​ຕ້ອງ​ພິສູດ​ໃຫ້​ເຫັນ​ກ່ອນ ວ່າ ​ເຂົາ​ເຈົ້າ​ມີ​ເງິນ​ພຽງພໍ​ທີ່​ຈະ​ລ້ຽງ​ດູ​ຕົນ​ເອງ​ໄດ້ ຫລື​ບໍ່​ກໍ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ສະຫະລັດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ຈະ​ສະໜັບ​ສະ​ໜຸນ​ເຂົາ​ເຈົ້າ​ທາງ​ການ​ເງິນ. ລັດຖະບານ​ສະຫະລັດ​ຈະ​ບໍ່​ຈ່າຍ ຄ່າ​ເດີນທາງ​ມາສະ​ຫະ
ລັດໃຫ້​ ທັງຈະ​ບໍ່​ຊ່ວຍ​ເຂົາເຈົ້າ​ຊອກ​ຫາ​ເຮືອນ​ຢູ່ ຫລື​ວຽກ​ການ​ເຮັດ ​ແລະ​ຈະ​ບໍ່​ໃຫ້ການ​ດູ​ແລ​ຮັກສາ​ສຸຂະພາບ.

​ໂຄງການ​ຈົກ​ສະຫລາກ​ເອົາ​ວີ​ຊ່າ​ນີ້ ຈະ​ອັດ​ລົງ​ໃນ​ວັນ​ທີ 3 ​ເດືອນ​ພະຈິກ. ​ໃບ​ສະມັກ​ທຸກໃບ​ຕ້ອງ​ສົ່ງ​ໄປ​ທາງ​ອອນ​ໄລ​ນ໌. ຄຳ​ຮ້ອງ​ທີ່​ຂຽນ​ເອົາ ຈະ​ຖືກ​ປະຕິ​ເສດ. ຜູ້​ສະມັກ​ຈະ​ຕ້ອງ​ໃຫ້​ຂໍ້​ມູນ​ຫລາຍໆ​ຢ່າງ ຮວມທັງ ວັນ​ເດືອນ​ປີ​ເກີດ ​ແລະ​ບ່ອນ​ເກີດ. ຜູ້​ທີ່​ຈົກ​ສະຫລາກ​ໄດ້ ຈະ ​ບໍ່​ ໄດ້​ຮັບ ຈົດໝາຍ ອີ​ເມລ ຫລືໂທລະສັບ ​ແຈ້ງ​ໃຫ້​ຮູ້​. ຊື່​ຂອງ​ຜູ້​ຖືກ​ເລືອກ ຈະ​ປະກາດ​ອອກ ທາງ​ເວັບ​ໄຊ້ຂອງ​ກະຊວງຕ່າງປະ​ເທດ ​ໃນ​ລະຫວ່າງ​ວັນ​ທີ​ 5 ​ເດືອນ​ພຶດສະພາ 2015 ຫາ​ວັນ​ທີ 30 ​ເດືອນ​ມິຖຸນາ 2016.

ກະຊວງ​ຕ່າງປະ​ເທດ​ໄດ້​ຂຽນ​ເອກະສານ ຍາວ 18 ໜ້າ​ອອກ​ມາ ​ເພື່ອ​ອະທິບາຍ​ໂຄງການ​ວີ​ຊ່າ​ນີ້. ​ໃນ​ເອກະສານ​ນັ້ນ ມີ​ກົດ​ລະບຽບ​ທີ່ຜູ້​ສະມັກ​ຈະ​ຕ້ອງປະຕິບັດ ​ແລະ​ມີ​ບັນຊີ​ຄຳ​ຖາມ ທີ່​ຖາມ​ກັນ​ຢູ່​ເລື້ອຍໆ ​ແລະ​ມີ​ລາຍ​ຊື່​ຂອງ​ພວກປະ​ເທດ ທີ່​ພົນລະ​ເມືອງ​ບໍ່​ມີສິດ​ສະມັກ​ຂໍ​ວີ​ຊ່າ​ໃນ​ໂຄງ ການ​ນີ້ ພ້ອມ​ກັບ​ຊື່​ຂອງ​ພວກ​ປະ​ເທດ​ທີ່​ພົນລະ​ເມືອງ​ສາມາດ​ສະມັກ​ໄດ້ ຊຶ່ງ​ຮວມທັງປະ​ເທດ​ລາວ​ນຳ.

ເວັບ​ໄຊ້ຂອງ​ວີ​ໂອ​ເອພະ​ແນ​ກຮຽນ​ພາສາ​ອັງກິດ learningenglish.voanews.com ມີ​ລິ້ງຄ໌​ເຊື່ອມ​ຕໍ່​ໃສ່​ເອກະສານ​ນີ້ ທີ່​ທ່ານ​ສາມາດ​ເຂົ້າ​ໄປ​ອ່ານ​ໄດ້ ຫລື​ທ່ານ​ສາມ​າດ​ເຂົ້າໄປສະມັກ​ໄດ້​ໂດຍ​ກົງ ​ທີ່​ເວັບ​ໄຊ້ຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ:

https://www.dvlottery.state.gov/

​ໂຄງການ Diversity visa lottery ຫລື green card lottery ທີ່​ເປີດ​ໃຫ້​ສະມັກ​ປີ​ນີ້ ​ແມ່ນສຳ​ຫລັບ​ເຂົ້າ​ມາ​ຢູ່​ໃນ​ສະຫະລັດ ​ໃນ​ປີ 2016.

ຄຳສັບທີ່ຄວນຮູ້ ໃນລາຍງານນີ້:

lottery - ສະຫລາກກິນແບ່ງ​ ຈົກສະຫລາກ

asylum - ລີ້ໄພ

immigrant - ຄົນທີ່ເຂົ້າໄປອາໄສ ຢູ່ໃນປະເທດ

random - ສຸ່ມເລືອກ

identify - ລະບຸຕົໃ ຫລື ບົ່ງຊື່

Now it’s your turn to use these Words in This Story. In the comments section, write a sentence using one of these words and we will provide feedback on your use of vocabulary and grammar.