ສະມາຊິກສະພາ ກຣິສ ເຫັນດີໃຫ້ມີ ການລົງປະຊາມະຕິ ກ່ຽວກັບການກອບກູ້ເສດຖະກິດ

ປະຊາຊົນ ລຽນແຖວ ເພື່ອກົດເອົາເງິນ ອອກຈາກຕູ້ ATM ຢູ່ທະນາຄານແຫ່ງໜຶ່ງໃນເມືອງ Thessaloniki ທາງພາກເໜືອ ຂອງປະເທດ ກຣິສ, 27 ມິຖຸນາ 2015.

​ໃນ​ວັນ​ອາທິດ​ມື້​ນີ້ ​ສະໜັບ​ສະ​ໜູນ​ການ​ຮ້ອງ​ຂໍ​ຈາກລັດ​ຖະບານ​ຂອງ ນາຍົກລັດຖະມົນຕີ Alexis Tsipras ສຳລັບ​ການລົງປະຊາ​ມະ​ຕິ​ກ່ຽວ​ກັບ​ ​ເງື່ອນ​ໄຂ​ຂໍ້ຕົກລົງໃນການ​ຊ່ວຍ​ກອບ​ກູ້ເສດຖະກິດ ຂອງ​ນາໆ​ຊາດ ທີ່​ຈະ​ໝົດ​ກຳນົດໃນ​ໄວໆ​ນີ້.

ບັນດາສະມາຊິກສະພາຂອງ ກຣິສ ເຂົ້າຮ່ວມກອງປະຊຸມສຸກເສີນ ສະພາແຫ່ງຊາດ ສຳລັບການສະເໜີລົງປະຊາມະຕິຂອງລັດຖະບານ ໃນນະຄອນຫຼວງ Athens. 27 ມິຖຸນາ 2015

ປະຊາຊົນ​ ກຣິສ ຈະ​ລົງ​ປະຊາ​ມະຕິ​ ໃນ​ວັນ​ທີ 5 ​ກໍລະກົດນີ້. ທ່ານ Tsipras ​ໄດ້ກ່າວ​ວ່າ “ປະຊາ​ຊົນຈະ​ຕ້ອງ​ໄດ້ຕັດສິນ​ໃຈ​ ໂດຍ​ປາ​ສະ​ຈາກການ​ຂົ່ມ​ຂູ່​ໃດໆ.”

ນາຍົກລັດຖະມົນຕີ ຝຣັ່ງ Manuel Valls ​ໄດ້ເຕືອນ​ໃນ​ວັນ​ອາທິດ​ມື້​ນີ້​ວ່າມີ “ຄວາມ​ສ່ຽງແທ້​” ທີ່​ ກຣິສ ຈະ​ໄດ້​ອອກ​ຈາກ​ເຂດ​ສະກຸນ​ເງິນ ຢູ​ໂຣ ​ຖ້າປະຊາຊົນ​ ກຣິສ ລົງຄະ​ແນນ​ສຽງ ປະຕິ​ເສດຕໍ່​ຂໍ້​ສະ​ເໜີ​ການ​ຊ່ວຍ​ກອບ​ກູ້​ເສດຖະກິດ ​ໃນ​ການ​ລົງ​ປະຊາ​ມະຕິ​ທີ່​ຈະ​ມີ​ຂຶ້ນ​ນັ້ນ.

​ແນວ​ໃດ​ກໍ​ຕາມ ທ່ານ Valls ໄດ້​ປະຕິ​ເສດ​ທີ່​ຈະປະນາມ​ການ​ຕັດສິນ​ໃຈ​ ຈັດການ​ລົງ​ປະຊາ​ມະຕິ​ຂອງ​ລັດຖະບານ ກຣິສ. ທ່ານກ່າວວ່າ “​ເມື່ອ​ທ່ານຮ້ອງ​ຂໍ​ໃຫ້​ປະຊາຊົນ​ຕັດສິນ​ໃຈ, ໃຫ້ປະຕິບັດ​ສິດທິ​ປະຊາ​ທິປະໄຕ​ຂອງ​ພວກ​ເຂົາ, ສິ່ງ​ນີ້
​ບໍ່​ຄວນ​ທີ່​ຈະ​ຖືກ​ຕຳ​ໜິ.”

ທ່ານ Valls ​ກ່າວ​ຕື່ມວ່າ ທ່ານ​ຍັງສືບ​ຕໍ່ເຊື່ອວ່າ “ການ​ຕົກລົງ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້” ​ແລະ ທ່ານໄດ້​ເຊື້ອ​ເຊີນ​ລັດ​ຖະບານ ກຣິສ “​ໃຫ້​ກັບ​ຄືນ​ມາ​ສູ່​ໂຕະ​ເຈລະຈາ.”

ປະເທດ ກຣິສ ຕ້ອງການ​ເງິນ ຊ່ວຍ​ກອບ​ກູ້​ເສດຖະກິດ ​8 ພັນ​ລ້ານ ໂດລາ ຈາກສະຫະພາບ ຢູໂຣບ ​ເພື່ອ​ຈ່າຍຄືນ​ເງິນ​ກູ້​ຢືມ​ເກື​ອບ 2 ພັນ​ລ້ານ​ໂດ​ລາ​ ​ໃຫ້​ກັບ​ອົງການ​ກອງ​ທຶນ​ສາກົນ IMF ​ໃນ​ວັນ​ອັງຄານ​ໜ້າ.

Your browser doesn’t support HTML5

Greece Bailout