ບັນດາລັດຖະມົນຕີ ເຂດໃຊ້ເງິນຢູໂຣ ຮັບຮູ້ ການກູ້ຢືມເງິນ ກອບກູ້ ເສດຖະກິດ ກຣິສ

ລັດຖະມົນຕີການເງິນ Dutch ແລະປະທານ ກຸ່ມຢູໂຣບ Jeroen Dijsselbloem, ຊ້າຍ, ສຳພັດມືກັບ ລັດຖະມົນຕີການເງິນກຣິສ ທ່ານ Euclid Tsakalotos.

ບັນດາ​ລັດຖະມົນ​ຕີ​ການ​ເງິນ ​ເຂດ​ໃຊ້​ເງິນ​ຢູ​ໂຣ ​ໄດ້​ຮັບ​ຮູ້​ເອົາ​ເງິນ
​ໃຊ້​ຈ່າຍ 29 ລ້ານ​ໂດ​ລາ ງວດ​ທຳ​ອິດ ຂອງ​ຈຳນວນ​ທັງ​ໝົດ 93
ພັນ​ລ້ານ​ໂດ​ລາ ​ແກ່​ການ​ຕົກລົງ​ກອບ​ກູ້​ເສດຖະກິດ ​ໃຫ້​ແກ່​ກຣິສ
ຫລັງ​ຈາກ​ສະພາກຣິສ ​ໄດ້​ເຫັນ​ດີ​ຮັບ​ຮູ້​ຂໍ້​ຕົກລົງ​ໃນ​ຕອນ​ເຊົ້າ​ວັນ
​ສຸກ​ວານ​ນີ້.

ປະທານ​ກຸ່ມ​ຢູ​ໂຣ ທ່ານ Jeroen Djisselbioem ກ່າວ​ວ່າ ​ໄດ້ມີ
ຄວາມ “​ແຕກຕ່າງ​ກັນ” ລະຫວ່າ​ງບັນດາ​ລັດຖະມົນຕີ​ເຂດ​ໃຊ້​ເງິນ
​ຢູ​ໂຣ ​ແຕ່​ວ່າ “​ເຂົາ​ເຈົ້າ​ໄດ້​ແກ້​ບັນຫາ​ສຸດ​ທ້າຍດັ່ງກ່າວ.”

ກຣິສ ຕ້ອງການ​ເງິນ​ຈາກ ຜູ້​ໃຫ້​ເງິນ​ກູ້​ຝືມກາ​ກົນ​ ກ່ອນ​ວັນທີ່ 20
ສິງຫາ ​ເວລາ​ທີ່ຕ້ອງ​ຈ່າຍ​ຄືນ​ປະ​ມານ 3 ພັນ 5 ຮ້ອຍລ້ານ​ ຕໍ່ການ​ເປັນ​ໜີ້​ສິນ​ແກ່ທະນາ
ຄານ​ກາງ ຢູ​ໂຣ.

ການ​ຕັດສິນ​ໃຈ ​ໃຊ້​ເງິນ​ເຂດ​ຢູ​ໂຣ ​ໄດ້​ຊ່ວຍ​ໃຫ້ກຣິສ ຜິດພາດ​ຕໍ່​ໜີ້​ສິນ​ດັ່ງກ່າວ ​ແລະ​ໄດ້​ຊ່ວຍ​
ໃຫ້​ຫລີກ​ຫລ່ຽງ ທີ່​ເປັນ​ຜູ້​ດຽວທີ່​ຈະ​ອອກ​ຈາກ ການໃຊ້​ເງິນ​ຢູ​ໂຣ.

Your browser doesn’t support HTML5

Greece Bailout