ສະພາແຫ່ງຊາດ ຂອງກຣີສ ຈະເລີ້ມອະພິປາຍ ຂໍ້ຕົກລົງ ກັບ ມາເຊໂດເນຍ

ນາຍົກລັດຖະມົນຕີ ກຣີສ ທ່ານ ອາເລັກຊິສ ຊີປຣາສ ກ່າວຄຳປາໄສ ຕໍ່ບັນດາສະມາຊິກສະພາ ໃນລະຫວ່າງ ກອງປະຊຸມລັດຖະສະພາ ໃນນະຄອນຫຼວງ ເອເທັນ ຂອງກຣີສ, ວັນທີ 16 ມັງກອນ 2019.

ສະ​ພາ​ແຫ່ງ​ຊາດ​ກ​ຣີ​ສ ເລີ້ມ​ອະ​ພິ​ປາຍ​ກັນ​ໃນ​ວັນ​ຈັນ​ວານນີ້ ກ່ຽວ​ກັບ​ຂໍ້​ຕົກ​ລົງ ​ທີ່ຈະສ້າງ
​ຕັ້ງ​ຄວາມ​ສຳ​ພັນ​ແບບ​ປົກ​ກະ​ຕິ ລະຫວ່າງກ​ຣີ​ສ ແລະ​ມາ​ເຊ​ໂດ​ເນຍ ນຶ່ງມື້ ​ຫຼັງ​ຈາກ​ໄດ້​ມີ​
ການ​ປ​ະ​ທ້ວງ ​ຢ່າງ​ຮຸນ​ແຮງຕໍ່​ຕ້ານ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ທີ່​ນະ​ຄອນ​ຫຼວງ ເອ​ເທັນ.

ເຈົ້າ​ໜ້າ​ທີ່​ໃນ​ສະ​ພາ ມີ​ໝາຍ​ກຳ​ນົດ​ທີ່​ຈະ​ລົງ​ຄະ​ແນນ​ສຽງ ໃນ​ວັນ​ພະ​ຫັດ​ຈະ​ມາ ກ່ຽວ​ກັບ
​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ຊຶ່ງ​ຮຽກ​ຮ້ອງ​ໃຫ້​ມາ​ເຊ​ໂດ​ເນຍ ປ່ຽນ​ຊື່ ແລ້ວກ​ຣີ​ສ ​ກໍຈະ​ຍົກ​ເລີກ​ ການ
​ຄັດ​ຄ້ານ​ຂອງ​ຕົນ ທີ່​ບໍ່​ໃຫ້​ປະ​ເທດ​ດັ່ງ​ກ່າວ​ເຂົ້າ​ເປັນ​ສະ​ມາ​ຊິກ ໃນ​ອົງ​ການ​ເນ​ໂຕ້ ແລະ​
ສະຫະ​ພາບ​ຢູ​ໂຣບ.

ຕຳຫຼວດປາບຈະລາຈົນ ກີດກັນ ຂັ້ນໄດຂຶ້ນໄປສູ່ ລັດຖະສະພາ ໃນລະຫວ່າງ ການປະທະກັນ ຫຼັງຈາກທີ່ ການຊຸມນຸມປະທ້ວງ ໃນນະຄອນເອເທັນAthens, ວັນທີ 20 ມັງກອນ 2019.

ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ໄດ້​ມີ​ການ​ອະ​ພິ​ປາຍ​ກັນ ຢູ່​ໃນ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ປະເທດ​
ແລະ​ຄວາມ​ສຳ​ພັນ​ກັບ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ແຫ່ງ​ຊາດກ​ຣີ​ສ ໃນ​ວັນ​ຈັນ​ວານນີ້ ໃນ
​ຂະ​ນະ​ທີ່ ​ສະ​ພາ​ຄົບ​ຄະ​ນະ ​ຈະ​ຖົກ​ຖຽງ​ກັນ ​ກ່ຽວ​ກັບ​ຂໍ້​ຕົກ​ລົງ ໃນ​ວັນ​ພຸດ ມື້​ອື່ນ.

ຊາວກ​ຣີ​ສ ​ແມ່ນ​ມີ​ຄວາມ​ເຫັນ ​ທີ່​ຂັດ​ແຍ້ງ​ກັນ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ຊຶ່ງ​ມາ​ເຊໂດ​ເນຍ
ຈະ​ປ່ຽນ​ຊື່​ເປັນ​ສາ​ທາ​ລະ​ນະ​ລັດ ​ມາ​ເຊ​ໂດ​ເນ​ຍ​ເໜືອ. ກ​ຣີ​ສ​ໄດ້​ປະ​ທ້ວງມາ​ເປັນ​ເວ​ລາ​
ດົນ​ນານ​ແລ້ວ ກ່ຽວ​ກັບ​ຊື່ ​ມາ​ເຊ​ໂດ​ເນຍ ຊຶ່ງ​ໄດ້​ມີ​ການ​ຮັບ​ຮອງ​ເອົາ ໂດຍ​ປະ​ເທດ​ເພື່ອນ
​ບ້ານ ​ທີ່​ຕັ້ງ​ຢູ່​ທາງ​ເໜືອ​ຂອງ​ຕົນ ຫຼັງ​ຈາກ​ ຢູ​ໂກ​ສະ​ລາ​ເວຍ ​ໄດ້ແບ່ງ​ແຍກ​ອອກ​ເປັນ​ຫຼາຍ
​ປະ​ເທດ. ຊາວ​ກ​ຣີ​ສ​ບາງ​ຄົນ​ກ່າ​ວ​ວ່າ ຊື່​ໃໝ່​ຂອງ​ມາ​ເຊ​ໂດ​ເນຍ ແມ່ນ​ຍັງ​ເປັນ​ຄວາມ​ພະ​
ຍາ​ຍາມທີ່​ຢາກ​ໃຫ້​ມີ​ການ​ຮັບ​ຊື່ ​ແລະ​ມູນ​ເຊື້ອ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງກ​ຣີ​ສ​ ຍ້ອນ​ວ່າ
ມາ​ເຊ​ໂດ​ເນຍ​ແມ່ນ​ຊື່ແຂວງໆ​ນຶ່ງໃນ​ພາກ​ເໜືອ​ຂອງກ​ຣີ​ສຊຶ່ງ​ມີ​ຊື່​ສຽງຍ້ອນ​ການໄດ້​ຮັບ​
ໄຊ​ຊະ​ນະ​ໃນ​ການ​ຂະ​ຫຍາຍ​ອຳ​ນາດ ຂອງ​ພ​ະ​ເຈົ້າ​ອາ​ເລັກ​ຊານ​ເດີມະ​ຫາ​ຣາດ.

​ການປະ​ທ້ວງ​ຢູ່​ນະ​ຄອນ​ຫຼວງ​ເອ​ເທັນເພື່ອ​ຕໍ່​ຕ້ານ​ຂໍ້​ຕົກ​ລົງ​ສະ​ບັບ​ນີ້​ ໄດ້​ກາຍ​ເປັນຄວາມ
​ຮຸນ​ແຮງ​ ເມື່ອ​ວັນ​ອາ​ທິດ​ຜ່ານ​ມາ ໂດຍ​ທີ່​ພວ​ກ​ປະ​ທ້ວງ​ໄດ້​ແກວ່ງ​ກ້ອນ​ຫີນ ລະ​ເບີດ​ແກ້ວ
ແລະ​ວັດ​ຖຸ​ອື່ນໆ​ໃສ່​ຕຳ​ຫຼວດ ຊຶ່ງ​ໄດ້​ຕອບ​ໂຕ້​ດ້ວຍ​ການ​ຍິງ​ລະ​ເບີດນ້ຳ​ຕາ​ເຂົ້າ​ໃສ່. ມີ
​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດຢ່າງ​ໜ້ອຍ 25 ຄົນ ແລະ​ພວກ​ປະ​ທ້ວງ​ອີກ​ຫຼາຍ​ສິບຄົນ ​ໄດ້​ຮັບ​ບາດ
​ເຈັບ ໃນ​ການ​ປະ​ທະ​ກັນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ