ເຈົ້າໜ້າທີ່ກຣິສ ພົບປະກັບ ພວກເຈົ້າໜີ້ຕ່າງປະເທດ ເພື່ອ ພິຈາລະນາ ຄຳຮ້ອງຂໍຂອງກຣີສ

ນາຍົກລັດຖະມົນຕີກຣິສ ທ່ານ Alexis Tsipras ກ່າວໃນ ກອງປະຊຸມຖະແຫລງຂ່າວ ຫຼັງຈາກເຂົ້າຮ່ວມກອງປະຊຸມສຸດຍອດ ບັນດາຜູ້ນຳ ສະຫະພາບຢູໂຣບ ໃນນະຄອນ Brussels, ວັນທີ 12 ກຸມພາ 2015.

ກຣິສ ​ແລະ ບັນດາ​ເຈົ້າໜີ້​ຂອງ​ຕົນ ມີ​ແຜນ​ທີ່​ຈະ​ພົບ​ປະກັນ​ໃນ
​ວັນ​ສຸກ​ມື້​ນີ້ ​ເພື່ອເ​ປີດ​ການ​ສົນ​ທະ​ນາ​ທາງ​ດ້ານ​ເທັກນິກຕ່າງໆ
ກ່ຽວ​ກັບການຮຽກຮ້ອງຂອງກຣິສ ​ທີ່ຢາກໃຫ້ຫລຸດໜີ້​ຈຳນວນ
ມະຫາສານຂອງຕົນລົງແລະ​ໃຫ້​ຜ່ອນ​ຜັນມາດຕະການ​ປະຢັດ
​ມັດທະຍັດ ທີ່​ບັນດາ​ຜູ້​ໃຫ້ເງິນ​ກູ້​ຢືມ​ໄດ້​ວາງ​ອອກ​ໃຫ້ Athens
ປະຕິບັດ​ຕາມ​ນັ້ນ.

ລັດຖະມົນຕີ​ການ​ເງິນ​ຂອງ​ເນ​ເ​ທີ​ແລນ ທ່ານ Jeroen
Dijsselbloem ​ໄດ້​ກ່າວ​ວ່າ ການ​ປະຊຸມ​ແມ່ນ​ແນໃສ່​ເພື່ອ​ຊອກ
ຫາພື້ນຖານ​ຮ່ວມ​ກັນ​ລະຫວ່າງ ​ເປົ້າໝາຍ​ຂອງກຣິສ ​ເພື່ອຍຸດຕິ
ອັນ​ທີ່​ຕົນ​ເຫັນ​ວ່າ ມາດຕາ​ການປະຢັດ​ມັດທະຍັດ​ແບບທຳລາຍ
​ແລະ ຈຸດຢືນທີ່​ໜັກ​ແໜ້ນ​ຂອງຢູ​ໂຣບ ​ຕໍ່​ການ​ປ່ຽງ​ແປງ​ເງື່ອນ​ໄຂ​ຕ່າງໆ​ຂອງເງິນກູ້ຢືມ 300
ພັນລ້ານໂດລາ ​ແກ່ Athens ນັ້ນ.

​ໃນ​ຂະນະ​ທີ່ ນາຍົກລັດຖະມົນຕີຄົນ​ໃໝ່​ ທີ່​ນິຍົມ​ຊາຍ​ຂອງ​ກຣິສ ທ່ານ Alexis Tsipras
​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມສຸດ​ຍອດ​ສະຫະພາບ​ຢູ​ໂຣບ ​ເປັນເທື່ອທຳອິດ ຢູ່​ທີ່ນະຄອນ
Brussels ໃນ​ວັນພະຫັດ​ວານ​ນີ້ ທ່ານໄດ້ບັນລຸ​ຂໍ້​ຕົກລົງ ເພື່ອໃຫ້ບັນດາ​ເຈົ້າ​ໜ້າ​ທີ່​ກຣິສ
ພົບປະກັບ ບັນດາ​ຜູ້ຕາງໜ້າ​ຂອງ​ເຂດໃຊ້ເງິນ​ຢູ​ໂຣ ທະນາຄານ​ກາງ​ຢູ​ໂຣບ ​ແລະ ອົງການ​
ກອງ​ທຶນ​ສາກົນ.

ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ຜູ້​ເປັນ​ປະທານ​ຂອງ​ການ
ສະໜັບສະໜຸນ​ມາດຕະ​ການ​ປະຢັດ​ມັດທະຍັດ ​ໄດ້​ຍົກຍ້ອງ ຄວາມ​ເປັນ​ໄປ​ໄດ້​ກ່ຽວກັບ
ຄວາມຄືບໜ້າ ​ໃນສາຍ​ພົວພັນທີ່ ເປັນບັນຫາໂຕ້​ຖຽງ​ກັນກັບ​ບັນດາ​ຜູ້​ໃຫ້ເງິນ​ກູ້​ຢືມ​ ​ຂອງ
​ລັດຖະບານ​ກຣິດຊຸດ​ໃໝ່ນັ້ນ.

ທ່ານ​ນາງ​ເວົ້າວ່າ “ຢູ​ໂຣບ​ແມ່ນ​ເລັງໄປໃສ່​ທາງ ທີ່​ມີການຜ່ອນ​ສັ້ນຜ່ອນ​ຍາວ​ກັນ
ສະ​ເໝີມາ.”

ກຣິສຢາກ​ໃຫ້​ບັນ​ດາ​ເຈົ້າໜີ້​ຂອງ​ຕົນ ​ໃຫ້​ເງິນ​ກູ້​ຢືມ​ເປັນ​ຂັ້ນໆ ​ສຳ​ຫລັບ 2-3 ​ເດືອນ.
Athens ກ່າວ​ວ່າ ຕົນ​ຕ້ອງການ​ເວລາ​ໃນ​ການ​ເຈລະຈາ ກ່ຽວກັບການ​ປ່ຽນ​ແປງມາດ​
ຕະການ​ປະຢັດ​ມັດທະຍັດ ທີ່​ບັງຄັບ​ໃຊ້ຕໍ່​ປະ​ເທດ ຊຶ່ງ​ຢູ່​ພາຍ​ໃຕ້​ແຜນ​ດັ່ງກ່າວ​ນັ້ນ ​ເງິ​ນ
ເດືອນ ​ແລະ​ເງິນ​ເບ້ຍ​ບຳນານ ​ຕ່າງໆ ໄດ້​ຖືກ​ຕັດລົງ ພາສີ​ຕ່າງໆ​ໄດ້​ເພີ້​ມຂຶ້ນ ​ແລະ
ພະນັກງານ​ລັດຖະກອນ ຫຼາຍພັນ​ຄົນ​ໄດ້​ຖືກ​ປົດ​ອອກ​ຈາກ​ວຽກງານ.

Your browser doesn’t support HTML5

GREECE BAILOUT VIDEO