ສະມາຊິກ ພັກລັດຖະບານ ກຣິສ ແຍກໂຕ ອອກໄປຕັ້ງ ພັກໃໝ່

ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras (ກາງ) ກຳລັງຢ່າງອອກມາຈາກ ທຳນຽບປະທານາມິບໍດີ ຫລັງຈາກ ພົບປະກັບ ປະທານາທິບໍດີ ກຣິສ ທ່ານ Prokopis Pavlopoulos.

ບັນດາ​ສະມາຊິກ​ຊ້າຍຈັດ ຈາກພັກລັດຖະບານ Syriza ຂອງ
ນາຍົກລັດຖະມົນ ຕີກຣີສ ທ່ານ Alexis Tsipras ​ໄດ້ແຍກ​ໂຕ
ອອກໄປຕັ້ງພັກ​ຂອງ​ເຂົາ​ເຈົ້າ​ເອງ ຫຼັງ​ຈາກ​ໄດ້ພະຍາ​ຍາມທີ່​ບໍ່
​ສຳ​ເລັດເພື່ອຂັດຂວາງຕໍ່ການຮັບ​ຜ່ານ​ໂຄງການ​ກອບ ​ກູ້​ເສດ
ຖະກິດ ມູນຄ່າ 95 ພັນ​ລ້ານ​ໂດ​ລາ ຈາກທະນາຄານ​ກາງ​ຢູ​ໂຣບ.

ບັນດາ​ສະມາຊິກ​ສະພາ 25 ຄົນ​ໄດ້​ປະກາດ​ໃນວັນ​ສຸກ​ມື້​ນີ້ວ່າ
​ເຂົາ​ເຈົ້າ​ຈະຕັ້ງ​ພັກ​ສາມັກຄີມະຫາຊົນຫຼື Popular Unity ຊຶ່ງ
ຈະ​ເປັນ​ພັກ​ໃຫຍ່ອັນດັບສາມ​ ຢູ່ໃນສະພາແຫ່ງຊາດ​ກຣິສ ທີ່
ມີບ່ອນນັ່ງ 300 ບ່ອນ​.

ບັນດາ​ສາມັກຄີມະຫາຊົນ ​ແມ່ນ​ບັນດາ​ຜູ້​ທີ່​ໄດ້ສະ​ແດງ​ຄວາ​ມຜິດ​ຫວັງ​ກັບ ທ່ານ Tsipras
ຫລັງ​ຈາກໄດ້ຕ່າວ​ປີ້ນ​ຄຳ​ໝັ້ນ​ສັນຍາທີ່ວ່າ ຈະ​ຈັດຕັ້ງປະຕິບັດ ມາດ​ຕະການ​ມັດທະຍັດ
​ສະບັບໃໝ່ ​ເພື່ອ​ເປັນ​ການ​ແລກປ່ຽນ​ກັບເງິນ​ກອບ​ກູ້​ເສດຖະ ກິດຈາກສະຫະພາບ​ຢູ​ໂຣບ.

ທ່ານ Tsipras ​ທີ່​ໄດ້​ລາ​ອອກ​ໃນ​ວັນ​ພະຫັດ​ວານ​ນີ້ ​ແລະ​ຮຽກໃຫ້ມີ​ການ​ເລືອກ​ຕັ້ງ​ກ່ອນ
ກຳນົດ ໃນ​ວັນທີ 20 ກັນຍາ ​ກ່າວ​ວ່າ ທ່ານ​ໄດ້​ຕໍ່ສູ້​ໜັກ​ເພື່ອ​ຮັກສາ​ຄຳ​ໝັ້ນ​ສັນຍາ​ຂອງ
​ທ່ານ ​ແລະ​ໄດ້​ເຫັນ​ດີ​ກັບ​ການຕົກລົງ​ດີທີ່ສຸດທີ່​ທ່ານ​ສາ​ມາດ​ເຮັດ​ໄດ້.

ຫລັງ​ຈາກ​ການເຈລະຈາຢ່າງຂຸ້ນຂ້ຽວ ເປັນເວລາຫຼາຍໆເດືອນ ກັບພວກເຈົ້າໜີ້ ຂອງ
ກຣີສ ແລ້ວ ບັນດາ​ເພື່ອນ​ບ້ານ​ຢູ​ໂຣບ ທະນາຄານ​ກາງ​ຢູ​ໂຣບ ​ແລະ​ອົງການ ກອງ​ທຶນ
​ສາກົນ ແລະ ທ່ານ Tsipras ​ກໍເຫັນ​ດີໃຫ້​ຂື້ນພາສີ​ ​ແລະ​ຕັດ​ເງິນ​ເບ້ຍ ບຳນານ.

ນີ້​ເປັນ​ການຊ່ວຍກອບກູ້ເສດຖະກິດເທື່ອ​ທີ​ສາມຂອງ​ກຣິສ ​ໃນຮອບຫ້າປີ ​ໃນ ຂະນະ
ທີ່ປະເທດດັ່ງກ່າວສູ້ຊົນ ເພື່ອໃຫ້ສາມາດຈ່າຍໜີ້ສິນຂອງຕົນໄດ້ນັ້ນ.

Your browser doesn’t support HTML5

Greece