ກຣິສ ເລືອກຕັ້ງ ເພື່ອຊອກຫາ ຜູ້ນຳ ຄົນໃໝ່

ຜູ້ນຳປີກຊ້າຍພັກ Syriza ແລະ ອະດີດນາຍົກລັດຖະມົນຕີ ທ່ານ Alexis Tsipras, ກາງ, ຫົວມ່ວນຊື່ນໃນຂະນະທີ່ທ່ານ ພົບປະກັບພວກໄວໜຸ່ມທີ່ຮ້ານກາເຟ ໃນໃຈກາງນະຄອນຫຼວງ ເອເທັນ. 19 ກັນຍາ, 2015, ກ່ອນການເລືອກຕັ້ງວັນທີ 20 ກັນຍາມືນີ້.

ບັນດາ​ຜູ້​ລົງ​ຄະ​ແນນ​ສຽງ​ຊາວ ກຣີສ ທີ່ໄດ້​ມີ​ຄວາມ​ຮູ້ສຶກ​ອິດ​ເມື່ອຍ ​ຍ້ອນວິ​ກິດ​ການ​ທາງ​ດ້ານ​ເສດຖະກິດ​ທີ່​ມີ​ມາຫຼາຍ​ປີ, ຍ້ອນການ ວາງ​ມາດ​ຕະການ​ປະ​ຫຍັດ​ມັດ​ຖະຍັດ ຂອງ ຢູ​ໂຣບ ​ແລະ ຄວາມ​ສັບສົນ​ທາງ​ດ້ານ​ການ​ເມືອງນັ້ນ ​ແມ່ນ​ກຳລັງ​ຫວນ​ກັບ​ຄືນໄປໜ່ວຍ ເລືອກ​ຕັ້ງ​ເພື່ອ​ລົງ​ຄະ​ແນ​ສຽງເອົາ​ລັດຖະບານ​ໃໝ່.

ການ​ເລືອກ​ຕັ້ງ​ຄັ້ງ​ນີ້ຈະ​ເປັນ​ການ​ຕໍ່ສູ້​ກັນ​ລະຫວ່າງ​ພັກ​ຝ່າ​ຍຄ້ານ Syriza ນຳ​ໜ້າ​ໂດຍ​ອະ​ດີດ​ນາຍົກລັດຖະ​ມົນຕີ ທ່ານ Alexis Tsipras ກັບ​ພັກ​ອະນຸລັກ​ນິຍົມ​ປະ​ຊາ​ທິປະ​ໄຕ​ໃໝ່​ຂອງ​ທ່ານ Vangelis Meimarakis. ​ເທື່ອນີ້ເປັນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຄັ້ງ​ທີ 3 ຂອງ ກຣິສ ​ໃນປີນີ້ ​ເຊິ່ງ​ໄດ້​ຖືກ​ກະ​ຕຸ້ນ​ຂຶ້ນ​ໃນ​ເວລາ​ທີ່​ທ່ານ Tsipras ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ, ​ເວລາ​ເກືອ​ບ 7 ​ເດືອນຜ່ານ​ມາ​ຫຼັງ​ຈາກ​ທ່ານ ​ແລະ ພັກ Syriza ໄດ້ຖືກເລືອກຕັ້ງດ້ວຍ ຄຳ ສັນຍາທີ່ຈະຫຼຸດຜ່ອນ ມາດຕະການມັດຖະຍັດທີ່ຮຸນແຮງ ທີ່ໄດ້ຖືກວາງອອກໂດຍຜູ້ໃຫ້ ກູ້ຢືມ ເງິນ ຢູໂຣບ ໃນການແລກປ່ຽນກັບເງິນກູ້ຢືມກອບກູ້ເສດຖະກິດ ຫຼາຍພັນລ້ານໂດລາ ນັ້ນ.

​ເຖິງແມ່ນຈະ​ໄດ້ໃຫ້ຄຳໝັ້ນສັນຍາ​ໄວ້, ແລະ ການລົງ ປະຊາມະຕິໃນເດືອນກໍລະກົດທີ່ຜ່ານ ມາ ເຊິ່ງບັນດາຜູ້ລົງຄະແນນສຽງ ໄດ້ປະຕິເສດຂໍ້ຕົກລົງທີ່ຮຸນແຮງທີ່ວາງອອກໂດຍຜູ້ໃຫ້ກູ້ ຢືມເງິນ ຢູໂຣບນັ້ນ​ກໍ​ຕາມ, ​ແຕ່ທ່ານ Tsipras ກໍໄດ້ຮັບເອົາຂໍ້ຕົກລົງ ສຳລັບເງິນກູ້ຢືມກອບ ກູ້ເສດຖະກິດ 98 ຕື້ໂດລາເມື່ອເດືອນທີ່ຜ່ານມາ. ທ່ານ Meimarakis ໄດ້ກ່າວຫາ ທ່ານ Tsipras ວ່າບໍ່ມີຄວາມສາມາດ ໃນການຕໍ່ລອງຂໍ້ຕົກລົງດັ່ງກ່າວ.

ໃນການສຳຫຼວດຄວາມຄິດເຫັນຂອງບັນດາຜູ້ລົງຄະແນນສຽງສະແດງໃຫ້ເຫັນວ່າ ພັກ Syriza ແມ່ນນຳໜ້າພັກ ປະຊາທິປະໄຕໃໝ່ ພຽງໜ້ອຍດຽວໃນການເລືອກຕັ້ງ​ໃນວັນ ອາທິດມື້ນີ້. ບໍ່ວ່າທ່ານໃດຈະ ໄດ້ຊະນະກໍ​ຕາມ ​ແຕ່ຄາດວ່າ ຈະ​ບໍ່​ມີພັກໃດພັກໜຶ່ງໄດ້ຮັບ ຄະແນນສຽງຫຼາຍພໍເພື່ອທີ່ຈະໄດ້ຮັບສຽງສ່ວນ

ໃຫຍ່ໃນສະພາ 300 ບ່ອນ​ນັ່ງ, ແມ່ນກະທັ້ງຈະ​ໄດ້​ຮັບຄະ​ແນນ​ພິ​ເສດ 50 ບ່ອນ​ນັ່ງ​ກໍ​ຕາມ. ຜູ້ທີ່ໄດ້ຮັບ ໄຊຊະນະຈະຕ້ອງໄດ້ຕັ້ງລັດຖະບານຮ່ວມກັບ 2 ພັກທີ່ນ້ອຍກວ່າ, ພັກ Potami ແລະພັກສັງຄົມນິຍົມ Pasok.

ລັດຖະບານ​ໃໝ່​ຈະ​ຕ້ອງ​ໄດ້​ບັນຍັດ​ການ​ປະຕິ​ຮູ​ບຢ່າງ​ວ່ອງ​ໄວເຊິ່ງ​ໄດ້​ຖືກ​ຮຽກຮ້ອງ​ໂດຍ​ຂໍ້​ສະ​ເໜີ​ການ​ກອບກູ້​ເສດຖະກິດ​ຄັ້ງ​ຫຼ້າ​ສຸດ, ລວມທັງ​ແຜນການ​ກູ້​ເງິນ​ໃໝ່​ຂອງ​ທະນາຄານ ນຳ.

ໜ່ວຍ​ເລືອກ​ຕັ້ງ​ແມ່ນ​ມີ​ກຳນົດ​ຈະ​ປິດ​ລົງ​ໃນ​ເວລາ 16 ​ໂມງ​ຕາມ​ເວລາ​ຂອງ ກຣິສ ພ້ອ​ມ ດ້ວຍ​ການ​ປະ​ເມີນ​ຜົນ​ລ່ວງ​ໜ້າ​ແມ່ນ​ຄາດ​ວ່າ ​ຈະ​ເກີດ​ຂຶ້ນ​ພາຍ​ໃນ​ສອງ​ສາມ​ຊົ່ວ​ໂມງຫຼັງຈາກ​ປິດ ໜ່ວຍ​ປ່ອນ​ບັດ.

Your browser doesn’t support HTML5

Greeks Voting for New Leadership