ກຣິສແຕ່ງຕັ້ງ ນາຍົກ ລມຕ ຮັກສາການ ຊົ່ວຄາວ (ວີດີໂອ)

  • ສິງ ບູຣົມມະວົງ

ທ່ານ Panagiotis Pikrammenos ນາຍົກລັດຖະມົນຕີຮັກສາຊົ່ວຄາວ ຂອງກຣິສ. ວັນທີ 17 ພຶດສະພາ 2012.

ກຣິສ​ໄດ້​ສາບານ​ໂຕ​ຜູ້​ພິພາກສາສານ​ຂັ້ນອາວຸ​ໂສ​ທ່ານ​ນຶ່ງ​ເປັນ​ນາຍົກ​ລັດຖະມົນຕີຮັກສາ​ການ​ຊົ່ວຄາວ​ຄົນ​ໃໝ່​ຂອງ​ປະ​ເທດ.

ທ່ານ Panagiotis Pikrammenos ຫົວໜ້າ​ສະພາ​ປົກຄອງ​ປະ​ເທດໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້ເຂົ້າດໍາລົງ​ຕໍາ​ແໜ່​ງດັ່ງກ່າວ​ໃນ​ວັນ​ພຸດ​ວານ​ນີ້ ຫຼັງ​ຈາກ​ພັກ​ການ​ເມືອງ​ໃຫຍ່ໆໃນ​ປະ​ເທດ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ເພື່ອ​ປະກອບ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ ລຸນ​ຫຼັງ​ທີ່​ໄດ້​ທໍາ​ຄວາມ​ພະຍາຍາມ​ມາຫຼາຍຄັ້ງ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ກັນ​ນັ້ນ.

ທ່ານ Pikrammenos ​ໄວ 67 ປີ​ ຈະ​ມີ​ພາລະກິດ​ໃນ​ການຈັດ​ແຈງການເລືອກ​ຕັ້ງ​ຄັ້ງ​ໃໝ່​ຂອງປະ​ເທດ ຊຶ່ງ​ກໍານົດ​ໃສ່​ວັນ​ທີ 17 ມິຖຸນາໜ້ານີ້.

ບັນດາ​ນັກ​ວິ​ເຄາະກ່າວ​ວ່າ ການ​ເລືອກ​ຕັ້ງ​ໃໝ່ ກໍ​ຄື​ກັນ​ກັບ​ການ​ເລືອກ​ຕັ້ງໃນ​ຕົ້ນ​ເດືອນ​ນີ້ ຊຶ່ງເບິ່ງ​ຄື​ວ່າ​ຈະເຮັດ​ໃຫ້ສະພາຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາໂດຍ ທີ່​ບໍ່​ມີ​ພັກ​ການ​ເມືອງ​ໃດ​ໄດ້​ຊະນະ​ສຽງ​ສະໜັບສະໜຸນ​ພຽງພໍ​ເພື່ອປະກອບ​ຄະນະ​ລັດຖະບານ​ຂອງ​ຕົນເອງ​ຂຶ້ນ​ໄດ້​ນັ້ນ. ​ແຕ່ພັກ​ປະສົມ​ນິຍົມຊ້າຍ​ຈັດ​ພາຍ​ໃຕ້​ການ​ນໍາພາ​ຂອງ​ທ່ານ Alexis Tsipras ຊຶ່ງ​ເປັນ​ຫົວໜ້າ​ພັກ Syriza ທີ່​ໄດ້​ຄັດຄ້ານ​ຢ່າງ​ແຂງ​ຂັນ​ຕໍ່​ການ​ເອົາ​ມາດ​ຕະການ​ປະຢັດ​ມັດທະຍັດ​ຕ່າງໆ​ນັ້ນ ​ໄດ້​ຮັບ​ການ​ສະໜັບສະໜຸນ​ພຽງພໍ​ທີ່​ຈະ​ມີ​ອິດທິພົນ​ທີ່​ສໍາຄັນ​ນັ້ນ.

ສະພາບ​ການ​ເມືອງ​ທີ່​ບໍ່​ໄປ​ບໍ່​ມາ​ໃນ​ກຣິສ ​ໄດ້​ເຮັດ​ໃຫ້​ມີ​ຄວາມ​ເປັນ​ຫ່ວງເປັນໃຍຫຼາຍ​ຂຶ້ນ​ໃນ​ບັນດາ​ລັດຖະມົນຕີ​ການ​ເງິນ​ໃນ​ຂົງ​ເຂດ​ທີ່​ໃຊ້​ເງິນຢູ​ໂຣ ທີ່ວ່າ ກຸງ Athens ຈະ​ບໍ່​ປະຕິບັດ​ຕາມ​ຄໍາ​ໝັ້ນ​ໝາຍປະຢັດ​ມັດທະຍັດ​ຂອງ​ຕົນ​ທີ່​ໄດ້​ໃຫ້​ໄວ້ ​ເພື່ອ​ຮັບປະກັນ​ທີ່​ຈະ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ດ້ານການ​ເງິນ​ງວດ​ທີ​ສອງ​ໃນ​ໄລຍະ 2 ປີຜ່ານມາ​ນີ້.

ທ່ານ Jose Manuel Barroso ປະທານ​ຄະນະ​ກໍາມາ​ທິການ​ຢູ​ໂຣບກ່າວ​ວ່າ ມັນ​ເປັນ​ໄປ​ບໍ່​ໄດ້​ ທີ່​ຈະ​ປ່ຽນ​ຄໍາ​ໝັ້ນ​ໝາຍ​ຕ່າງໆ​ທີ່ ​ລັດຖະບານ​ຊຸດ​ກ່ອນ​ຂອງ​ກຣິສ​ໄດ້​ໃຫ້​ໄວ້ ​ສໍາລັບ​ແຜນການ​ປະຢັດ​ມັດທະຍັດ​ນັ້ນ. ​ແຕ່​ທ່ານ Barroso ກ່າວ​ວ່າ ປະຊາຊົນ​ກຣິສມີ​ທາງ​ເລືອກ ​ທີ່​ຈະ​ອອກ​ຈາກ​ກຸ່ມ 17 ປະ​ເທດ​ ທີ່​ໃຊ້​ເງິນ​ຢູ​ໂຣ ນັ້ນ​ໄດ້.

ເບິ່ງວີດີໂອ ກ່ຽວກັບບັນຫາເສດຖະກິດຂອງກຣີສ: