ພັກນິຍົມຊ້າຍ ຄາດວ່າ ຈະຊະນະ ການເລືອກຕັ້ງ ໃນກຣິສ

ທ່ານ Alexis Tsipras ຜູ້ນຳພັກຝ່າຍຄ້ານ ນິຍົມຊ້າຍ ຫົວຍິ້ມກ່ອນປ່ອນບັດ ທີ່ໜ່ວບປ່ອນບັດແຫ່ງນຶ່ງ ໃນນະຄອນຫຼວງ Athens ວັນທີ 25 ມັງກອນ 2015.

ປະຊາຊົນ Greece ພາກັນ​ອອກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ທົ່ວ​ໄປ
​ທີ່​ມີ​ຂຶ້ນ ກ່ອນ​ກຳນົດ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ການ​ແຂ່ງຂັນ​ລະ
ຫວ່າງ​ພັກ​ປະ​ຊາ​ທິປັດ​ໃໝ່ນິຍົມ​ແນວທາງ​ເດີມ​ ຂອງ​ນາຍົກ
ລັດຖະມົນຕີ Antonis Samaras ​ແລະ​ພັກ Syriza ອຽງ​
ຊ້າຍ ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າຈະ​ຍຸດຕິ​ການ​ຕັດ​ງົບປະມານ
​ຢ່າງ​ເລິກ​ມາ​ເປັນ​ເວລາ​ຫຼາຍ​ປີ ທີ່​ວາງ​ຂໍ້​ບັງຄັບ​ໂດຍ​ສະຫະພາບ
​ຢູ​ໂຣບ ທະນາຄານ​ກາງ​ຢູ​ໂຣບ ​ແລະ​ກອງ​ທຶນ​ສາກົນ​ຫຼື IMF
​ເພື່ອ​ແລກປ່ຽນ​ເອົາ​ການ​ຊ່ອຍ​ກູ້ເສດຖະກິດ​ຢ່າງ​ມະຫາສານ​ນັ້ນ.

ທ່ານ Alexis Tsipras ຜູ້ນຳ​ພັກ Syriza ກ່າວ​ໃນ​ວັນ​ອາທິດ​
ມື້​ນີ້ຫຼັງ​ຈາກ​ທ່ານ​ປ່ອນ​ບັດ​ເລືອກ​ຕັ້ງ​ແລ້ວ​ວ່າ ຢູ​ໂຣບຈະ​ຕ້ອງ
​ຊອກ​ຫາ​ທາງເລືອກ​ອື່ນ ​ມາແທນການ​ປະຢັດ​ມັດທະຍັດ​ນີ້.

ທ່ານ Samaras ກ່າວ​ວ່າ ການ​ເລືອກ​ຕັ້ງ​ຈະ​ຕັດສິນ “ວ່າ​ພວກ​ເຮົາ​ຈະ​ເດີນ​ໜ້າ​ຕໍ່​ໄປ​ກັບ​ຄວາມ​ແຂງ​ແຮງ ກັບ​ຄວາມ​ປອດ​ໄພ ກັບການຮັບປະ ກັນ ຫຼື​ວ່າ​ພວກ​ເຮົາ​ຈະ​ເດີນ​ກ້າວ​ໄປ​ກັບ​ການ​ສ່ຽງ​ໄພ.”

ທ່ານ Tsipras ກ່າວ​ວ່າ ພັກ​ຂອງ​ທ່ານ​ຢາກ​ທຳ​ການ​ເຈລະຈາ​ຄືນ​ໃໝ່​ກ່ຽວ​ກັບ​ການ​ຊ່ອຍ​ກູ້ເສດຖະກິດ​ສອງ​ບັ້ນ ທີ​ມີ​ມູນ​ຄ່າ 292 ຕື້​ດອນ​ລາ​ ແລະ​ຊັກ​ຊວນ​ພວກ​ໃຫ້​ສິນ​ເຊື່ອ​ລົບ​ລ້າງ​ໜີ້​ສິນ​ທີ່​ຍັງຄ້າງ​ຄາ​ຂອງ​ປະ​ເທດ​ນັ້ນ ​ແຕ່​ທ່ານ Samaras ​ໄດ້​ເຕືອນວ່າ Greece ສາມາດ​ຖືກ​ບັງຄັບ​ອອກ​ຈາກ​ເຂດ​ໃຊ້​ເງິນ​ຢູ​ໂຣນັ້ນ​ໄດ້ ຖ້າ​ຫາກ​ພັກ Syriza ​ເຂົ້າ​ມາ​ຄອງ​ອຳນາດ​.

ການໃຫ້​ຄຳ​ໝັ້ນ​ສັນ​ຍາຂອງພັກ Syriza ທີ່​ຈະ​ຍຸດຕິ ຍຸກ​ທຳລາຍ​ການ​ປະຢັດ​ມັດທະຍັດ​ຂອງ​ກຣິສນັ້ນ ​ໄດ້ສ້າງຄວາມ​ປະ​ທັບ​ໃຈ​ໃຫ້ແກ່ພວກ​ປ່ອນ​ບັດ​ຫຼາຍ​ຄົນ ທີ່ມີ​ຄວາມ​ໃຈ​ຮ້າຍ​ນຳ​ການ​ຊຸດ​ໂຊມ​ລົງ ໃນ​ມາດຕະຖານ​ການ​ຄອງ​ຊີບ​ຂອງ​ເຂົາ​ເຈົ້າ ​ແລະ​ຄ່າ​ເສຍ​ພາສີ​ສູງ ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ນັ້ນ.

Your browser doesn’t support HTML5

greeceelection25january15