ຜູ້ນຳກຣິສ ໝັ້ນໃຈທີ່ຈະສຳເລັດ ຂໍ້ສະເໜີ ປະຕິຮູບການເງິນ ກ່ອນເສັ້ນຕາຍ

ຄົນພາກັນລຽນແຖວ ຖອນເງິນສົດ ອອກຈາກທະນາຄານ ຢູ່ ກາງນະຄອນຫລວງ Athens ປະເທດ Greece.

ນາຍົກລັດຖະມົນຕີກຣິສ ທ່ານ Alexis Tsipras ກ່າວ​ວ່າ ທ່ານ​
ມີ​ຄວາມ​ໝັ້ນ​ໃຈທີ່ຈະປະຕິບັດທັນກັບກຳນົດ “​ເສັ້ນ​ຕາຍ​ຂັ້ນສຸດ
​ທ້າຍ” ພາຍໃນທ້າຍອາທິດ ນີ້ທີ່​ບັນດາ​ຜູ້ນຳ​ຢູ​ໂຣບ​ໄດ້​ໃຫ້​ເວລາ
ແກ່​ທ່ານ​ເພື່ອໃຫ້ບັນລຸ​ຂໍ້​ຕົກລົງກ່ຽວກັບການ​ກອບ​ກູ້ເສດຖະກິດ.

ຢູ່​ໃນ​ຄຳ​ປາ​ໄສ​ໃນ​ວັນ​ພຸດ​ມື້​ນີ້ ​ຕໍ່ສະພາ​ຢູ​ໂຣບ ນາຍົກລັດຖະມົນ
ຕີ Tsipras ຍັງ​ໄດ້ກ່າວ​ປ້ອງ​ກັນ​ຄວາມ​ລັງ​ເລ​ໃຈ​ ປະ​ເທດ​ຂອງ​
ທ່ານ ​ໃນ​ການ​ຕົກລົງຮັບເອົາມາດ ຕະ​ການປະຢັດ​ມັດ​ທະຍັດທີ່
ເຂັ້ມງວດ​ເພື່ອເປັນ​ການແລກປ່ຽນກັບການຊ່ວຍ​ເຫຼືອ​ດ້ານ
ການ​ເງິນ.

ຜູ້ນຳ​ກຣິສກ່າວ​ວ່າ ການ​ປະຕິ​ຮູບ​ໃດໆກໍຕາມ ​ແມ່ນຕ້ອງໄດ້ແບ່ງປັນ​ຄວາມ​ຍາ​ກລຳບາກ​
ລະຫວ່າງ​ປະຊາຊົນ ສ້າງ​ວຽກ​ງານ ​ແລະ​ຊຸກຍູ້​ວິສາຫະກິດ ແລະການ​ເປັນ​ໜີ້​ສິນ​ສາ​ທາ
​ລະນະ​ໃດໆ ຕ້ອງ​ເປັນ​ທີ່ອຸ້ມຊູໄດ້ແບບຍືນຍົງ.

ຫລັງ​ຈາກ​ການ​ປະຊຸມສຸກເສີນ​ໃນ​ວັນ​ອັງຄານວານນີ້ ບັນດາ​ຜູ້ນຳ​ເຂດ​ຢູ​ໂຣ ກ່າວ​ວ່າ ​ເຂົາ​
ເຈົ້າ​ບໍ່​ມີ​ຄວາມ​ປະ​ທັບ​ໃຈ ກັບ​ຂໍ້ສະ​ເໜີ​ເທື່ອ​ຫຼ້າສຸດ​ຂອງ​ທ່ານ Tsipras.

ປະທານ​ສະພາ​ຢູ​ໂຣບ ທ່ານ Donald Tusk ​ໄດ້ກ່າວວ່າ “ຂ້າ​ພະ​ເຈົ້າ​ຕ້ອງ​ເວົ້າ​ອອກ​ມາ
​ດັງໆ​ ​ແລະ​ແຈ້ງ​ຂາວວ່າ ເສັ້ນຕາຍ​ສິ້ນສຸດ​ລົງ ​ໃນອາທິດ​ນີ້” ​ແລະທ່ານ​ໄດ້​ເຕືອນ​ວ່າ ການ
ບໍ່ສາມາດ​ບັນລຸ​ຂໍ້ຕົກລົງກັນ “ອາດຈະ​ນຳ​ໄປ​ສູ່ ​ການ​ລົ້ມລະ ລາຍຂອງ​ກຣິສ ​ແລະ​ການ
ລົ້ມ​ລະລາຍຂອງລະບົບ​ທະນາຄານກຣີສດ້ວຍ.”

​ກຳ​ມາທິການກິດຈະການເສດຖະກິດ ຂອງສະຫະ​ພາບ​ຢູ​ໂຣບ ທ່ານ Pierre Moscovici
​ໄດ້​ມີຄວາມເຫັນ​ໄປທາງ​ບວກ​ຫລາຍ​ກວ່າໝູ່ ໂດຍກ່າວ​ວ່າ ທ່ານ​ເຊື່ອວ່າ ຂໍ້ຕົກລົງນີ້​
ສາມາດ​ບັນລຸ​ກັນໄດ້ ໃນ​ວັນ​ອາທິດ​ຈະ​ມາ​ເຖິງ​ນີ້ ​ເວລາສະມາ ຊິກທັງໝົດ 28 ປະເທດ
ຂອງສະຫະພາບຢູໂຣບ ຈະ​ພົບ​ປະກັນ​ເພື່ອ​ສົນທະນາຫາລືກ່ຽວກັບ​ວິ​ກິ​ດການ.

ທ່ານ Moscovici ​ໄດ້​ກ່າວ​ຕໍ່​ໂທລະ​ພາບ​ຝຣັ່ງ 2 ​ໃນວັນ​ພຸດ​ມື້​ນີ້ວ່າ “ໜ່ວຍ​ໝາກບານ
ແມ່ນ​ເປັນ​ທີ່​ແຈ້ງ​ຂາວ ຢູ່ໃນ​ເຂດ​ຂອງ​ເຈົ້າ​ໜ້າ​ທີ່​ກຣິສ”.

ຢູ່​ໃນ​ຮ່ອງ​ຮອຍ​ທີ່​ວ່າ​ສະຖານະ​ການ​ແມ່ນຮ້າຍແຮງສ່ຳໃດນັ້ນ ບັນດາ​ຜູ້ນຳ​ຢູ​ໂຣບ ໄດ້​ເລີ້ມ
​ທຳ​ການກະກຽມ​ ເພື່ອໃຫ້ກຣິສອອກ​ຈາກ​ເຂດໃຊ້ເງິນຢູໂຣ ທີ່ມີສະມາຊິກ 19 ປະ​ເທດນັ້ນ.
ປະທານ​ຄະນະ​ກຳມາທິການ​ຢູ​ໂຣບ ທ່ານ Jean-Claude Juncker ກ່່າວ​ວ່າ “ທາງຄະ
ນະ​ກຳມາທິການ​ໄດ້​ກະກຽມ​ທຸກ​ຢ່າງ. ພວກ​ເຮົາ​ມີວີ​ທີ​ທາງ​ອອກ​ແກ່​ກຣິສ ກະກຽມ​ຢ່າງ​ລະ​ອຽດແລ້ວ.”

ບັນດາ​ຜູ້​ໃຫ້​ເງິນ​ກູ້​ຢືມ​ຂອງນາໆຊາດ ແກ່ກຣິສ ​ໄດ້​ເພີ້​ມຄວາມບໍ່ພໍ​ໃຈກັບ​ນາ​ຍົກ​ລັດຖະ
ມົນຕີ Tsipras ທີ່ບໍ່ສາມາດ​ໃນ​ວັນ​ອັງຄານວານນີ້ ​ແມ່ນ​ແຕ່​ນຳສະ​ເໜີ​ ຢ່າງເປັນລາຍ
ລັກອັກສອນກ່ຽວກັບແຜນການກອບກູ້ເສດຖະກິດສະບັບໃໝ່.

Your browser doesn’t support HTML5

Greece