ລັດຖະສະພາຂອງກຣິສ ກໍານົດຈະລົງມະຕິກັນໃນວັນອາທິດມື້ນີ້ ກ່ຽວກັບຮ່າງຍັດຕິວ່າດ້ວຍ
ການເອົາມາດຕະການປະຢັດມັດທະຍັດຕື່ມອີກ ທີ່ສະຫະພາບຢູໂຮບຮຽກຮ້ອງໃຫ້ດໍາເນີນ
ການ ເພື່ອແລກປ່ຽນກັບເງິນຊ່ອຍເຫລື້ອກູ້ໜີ້ສິນກ້ອນໃໝ່ນັ້ນ.
ຄະນະລັດຖະບານກຣິສ ໄດ້ຮັບຮອງເອົາຮ່າງຍັດຕິປະຢັດມັດທະຍັດດັ່ງກ່າວໃນຕອນເດິກ
ວັນສຸກຜ່ານມານີ້. ຖ້າລັດຖະພາຮັບຜ່ານເອົາຮ່າງຍັດຕິສະບັບນີ້ກໍຈະອະນຸມັດໃຫ້ນາຍົກ
ລັດຖະມົນຕີ Lucas Papademos ຕົກລົງຕໍ່ການຕັດຄ່າໃຊ້ຈ່າຍລົງຕື່ມອີກ ທີ່ຈໍາເປັນ
ເພື່ອໃຫ້ໄດ້ຮັບເງິນຊ່ອຍກູ້ໜີ້ສິນງວດໃໝ່ຈໍານວນ 172 ຕື້ໂດລາ ເພື່ອຫລີກລ້ຽງການ
ປະກາດລົ້ມລະລາຍນັ້ນ.
ຄະນະນໍາພາກຣິສ ໄດ້ພາກັນທໍາການຂໍ້ຮ້ອງແລະອອກຄໍາເຕື່ອນໃໝ່ ກ່ອນການລົງມະຕິ
ຂັ້ນຊີຂາດກັນໃນວັນອາທິດມື້ນີ້.
ໃນການກ່າວປາໄສທີ່ຖ່າຍທອດອອກທາງໂທລະພາບໃນວັນເສົາວານນີ້ ນາຍົກລັດຖະມົນ
ຕີ Papademos ໄດ້ກ່າວປ້ອງກັນການຕັດໜ້າວຽກລົງຫລາຍພັນວຽກ ພ້ອມກັບການ
ຕັດອັດຕາຄ່າແຮງງານຕໍ່າສຸດລົງ ແລະມາດຕະການປະຢັດມັດທະຍັດອື່ນໆ ທີ່ຈະເອື້ອອໍາ
ນວຍໃຫ້ປະເທດ ໄດ້ຮັບເງິນຊ່ອຍກູ້ໜີ້ສິນງວດທີສອງນັ້ນ.
http://www.voanews.com/templates/widgetDisplay.html?id=139113174&player=article
ທ່ານ George Papandreou ຜູ້ນໍາພັກສັງຄົມນິຍົມຫລື Pasok ແລະທ່ານ Antonis
Samaras ຜູ້ນໍາພັກປະຊາທິປັດໃໝ່ ກໍໄດ້ອອກມາກ່າວໃນທໍານອງດຽວກັນກັບນາຍົກລັດ
ຖະມົນຕີ ແລະຮຽກຮ້ອງໄປຍັງບັນດາສະມາຊິກສະພາຜູ້ແທນ ຈົ່ງໃຫ້ການສະໜັບສະໜຸນ
ຕໍ່ການຕັດງົບປະມານຮອບຫລ້າສຸດນີ້ ໂດຍກ່າວວ່າ ມັນບໍ່ມີທາງເລືອກອື່ນໃດທີ່ພໍຈະດໍາ
ເນີນການໄດ້.
ທ່ານ Papandreou ກ່າວເຕືອນວ່າ ຄວາມລົ້ມແຫລວໃນການບໍ່ຮັບຜ່ານການເອົາມາດຕະ
ການປະຢັດມັດທະຍັດນີ້ ຈະນໍາພາປະເທດໄປສູ່ຄວາມພິນາດ.