ມີ​ຜູ້​ຊະ​ນະ​ລາງວັນ​ໃຫຍ່ ​ສຳ​ລັບ​ການແຂ່ງ​ຂັນ​ກຳ​ຈັດ​ງູ​ເຫຼືອມ​​ມຽນ​ມາ ອອກ​ຈາກ​ປ່າ​ຂອງ​ລັດ ຟ​ລໍ​ຣິ​ດາ

ງູ​ເຫຼືອມ ມຽນ​ມາ ຖືກ​ຈັບ​ໃນ​ລະ​ຫວ່າງ​ໃນ​ລະ​ຫວ່າງ​ການ​ສະ​ແດງວິ​ທີ​ຈັບ​ຢ່າງ​ປອດ​ໄພ ຢູ່​ງານ​ສື່ມວນ​ຊົນ ສຳ​ລັບ​ການ​ແຂ່ງ​ຂັນ​ຈັບ​ງູ​ເຫຼືອມ​ລັດ ຟ​ລໍ​ຣິ​ດາ, 16 ມິ​ຖຸ​ນາ 2022.(AP Photo/Lynne Sladky, File)

ມັນ​ເປັນ​ທາງ​ການ​ແລ້ວ, ການ​ແຂ່ງ​ຂັນ​ເພື່ອ​ກຳ​ຈັດ​ງູ​ເຫຼືອມ​ມຽນ​ມາລັດ ຟ​ລໍ​ຣິ​ດາ ໃນ​ປີນີ້​ໄດ້​ຜູ້​ຊະ​ນະ​ເລີດ​ແລ້ວ.

ລາງວັນ​ໃຫຍ່ 10,000 ໂດ​ລາ​ໄດ້​ຕົກ​ເປັນ​ຂອງ​ທ້າວ ໂຣ​ໂນ​ລ໌ ໄຄ​ເກີ, ຜູ້​ທີ່​ໄດ້​ກຳ​ຈັດ​ງູ​ເຫຼືອມມຽນ​ມາ 20 ໂຕອອກ​ຈາກປ່າ​ດົງ​ດິບ​ຂອ​ງ​ລັດ​ຟ​ລໍ​ຣິ​ດາ ໃນ​ລະ​ຫວ່າງ​ການ​ຕາມ​ລ່າ 10 ວັນ, ເຊິ່ງ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ສ້າງ​ຄວາມ​ຕື່ນ​ຕົວ​ຕໍ່​ໄພ​ຂຸ່ມ​ຂູ່​ທີ່​ງູ​ເຫຼືອ​ມ​ພວກນີ້​ມີ​ຕໍ່​ລະ​ບົບ​ນິ​ເວດ. ປີ​ກາຍນີ້, ລາວ​ໄດ້​ເປັນ​ຮອງ​ຜູ້​ຊະ​ນະ​ເລີດ​ຂອງ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ.

ບັນ​ດາ​ຜູ້​ແທນ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ອະ​ນຸ​ລັກ​ສັດ​ປ່າ ແລະ ປາ​ ລັດ ຟ​ລໍ​ຣິ​ດາ ໄດ້​ປະ​ກາດ​ໄຊ​ຊະ​ນະ​ຂອງ​ທ້າວ ໄຄ​ເກີ ໃນ​ກອງ​ປະ​ຊຸມ​ເມື່ອ​ຕອນ​ເຊົ້າ​ວັນ​ອັງ​ຄານ​ວານນີ້​ໃນ​ເມືອງ ດັກ​ ຄີ (Duck Key). ປີນີ້, ມີ​ຫຼາຍກວ່າ 800 ຄົນ​ຈາກ 33 ລັດ ແລະ ກາ​ນາ​ດາ ເຂົ້າ​ຮ່ວມ​ໃນ​ການ​ແຂ່​ງ​ຂັນ​ດັ່ງ​ກ່າວ, ແລະ ບັນ​ດາ​ນັກ​ລ່າ​ທັງຫຼາຍ​ໄດ້​ກຳ​ຈັດ​ງູ​ເຫຼືອມ​ມຽນ​ມາ 195 ໂຕ​ອອກ​ຈາກ​ທຳ​ມະ​ຊາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

It’s official, the Florida Python Challenge this year has a winner.

The $10,000 grand prize went to Ronald Kiger, who removed 20 Burmese pythons from the Florida Everglades during the 10-day hunt, which was meant to bring awareness to the threat that these pythons pose to the ecosystem. Last year, he was the direct runner-up to the grand prize winner.

Representatives from Florida Fish and Wildlife Conservation Commission announced Kiger’s win in a Tuesday morning meeting in Duck Key. This year, more than 800 people from 33 states and Canada participated in the challenge, and hunters removed 195 Burmese pythons from the wild.