ນັກຮ້ອງ ທ້າວ Lamar ແລະນາງ Swift ໄດ້ເປັນຜູ້ໂດ່ງດັງ ໃນພິທີ ມອບລາງວັນ Grammy

ນາງ Taylor Swift ສະແດງຢູ່ເທິງເວທີາ ໃນການມອບລາງວັນ Grammy ປະຈຳປີ ຄັ້ງທີ 58 ເມື່ອວັນທີ 15 ກຸມພາ 2016 ທີ່ນະຄອນ Los Angeles.

ທ້າວ Kendrick Lamar ​ໄດ້​ຮັບການສັນລະ​ເສີນ​ຢ່າງ​ໃຫຍ່​ໃນ​
ຄ່ຳ​ຄືນ ມອບ​ລາງວັນ Grammy Awards ທີ່​ນະຄອນ Loas
Angeles ​ໂດຍ​ໄດ້​ຊະນະ​ການຮ້ອງ​ເພງ rap ຍອດ​ນິຍົມເຮັດ​
ໃຫ້​ບັນດາ​ຝູງ​ຊົນພາກັນ​ຕື່ນ​ເຕັ້ນຈາກການ ສະ​ແດງ​ທີ່​ຍອດ​ຢ້ຽມ
​ແລະ​ໄດ້​ຮັບ​ການ​ສະ​ແດງ​ຄວາມ​ຍິນ​ດີຈາກທຳນຽບຂາວ.

ທ້າວ Lamar ຍັງ​ໄດ້ຊະນະລາງວັນ​ Grammys ອື່ນໆ​ອີກ​ສາມ
​ລາງ​ວັນ​ ສຳ ລັບ​ເພງ​ຢູ່​ໃນ album ​ຂອງ​ລາວ “To Pimp
a Butterfly.”

ລາວ ​ໄດ້​ພົບກັບ ປະທານາທິບໍດີ Barack Obama ​ໃນ​ເດືອນ
ແລ້ວນີ້ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າເຂົ້າຮ່ວມທິມ ໃນ​ໂຄງການ Obama ​ເພື່ອໃຫ້ການສະ​ໜັບສະ​ໜູນ​ພວກ​ຊາວ​ໜຸ່ມຜິວ​ດຳ ​ແລະ​ໃນແລງ​ວັນຈັນ​ວານ​ນີ້ ທຳນຽບຂາ​ວ​ໄດ້​ຄຳນັບ ທ້າວ Lamar “​ແລະ​ບັນດາ​ນັກ​ສິນລະປິນ​ທຸກຄົນ​ຢູ່​ທີ່ການ​ມອບ Grammys ​ທີ່ເຮັດ​ວຽກ​ເພື່ອ​ສ້າງ​ຕັ້ງ​ອະນາ​ຄົດ​ອັນ​ແຈ່ມ​ໃສ.”

John Legend, ຈາກຊ້າຍ, Demi Lovato, Lionel Richie, Meghan Trainor, Tyrese ແລະ Luke Bryan

ທ້າວ Lamar ​ແລະ​ດາ​ຣາ​ນັກຮ້ອງ Taylor Swift ​ໄດ້​ຊະນະລາງວັນ Grammy ຈາກ
ວີ​ດີ​ໂອ​ເພງ “Bad Blood.”

ນາງ Swift ​ໄດ້​ເປີດລາຍການ ຢູ່່​ເທິງ​ເວທີ​ຕໍ່ໜ້າ ບັນດາ​ດາຣາອຸດ​ສາ​ຫະ ກໍາ​ເພງ​ທີ່​ໃຫຍ່
​ສຸດ ​ໂດຍຮ້ອງ​ເພງ “Out of the Woods” ​ແລະ​ຕໍ່ມາ​ໄດ້​ຊະນະ ລາງວັນ Grammys
ໃນ album ດີ​ເດັ່ນປະຈຳ​ປີ ​ແລະ​ສຽງ​ຮ້ອງ​ທີ່​ຍອດ​ຢ້ຽມ.