ເຈົ້າ​ແຂວງໆ​ໄຊ​ສົມ​ບູນ ຈະ​ເລັ່ງ​ລັດ ລະ​ດົມ ການ​ລົງ​ທຶນ ​ພັດ​ທະ​ນາ ໂຄງ​ລ່າງ​ພື້ນ​ຖານ

ແຂວງໄຊສົມບູນ ມີແຜນການ ຈະສ້າງທາງໃໝ່ 3 ສາຍດ້ວຍກັນ

ເຈົ້າແຂວງ ແຂວງໄຊສົມບູນຢືນຢັນວ່າຈະເລັ່ງລະດົມການລົງ
ທຶນ ເພື່ອພັດທະນາລະບົບພື້ນຖານໂຄງລ່າງໃນແຂວງໃຫ້ໄດ້
ຢ່າງເປັນຮູບປະທຳ ໂດຍທີ່ຖືເປັນ ໂຄງການບູລິມມະສິດ ກໍຄື
ການກໍ່ສ້າງສະໜາມບິນ.

Your browser doesn’t support HTML5

ຟັງລາຍງານ ແຂວງໄຊສົມບູນ ຈະເລັ່ງພັດທະນາ ໂຄງລ່າງພື້ນຖານ


ທ່ານສົມບັດ ເຍີຍລີເຮີ ເຈົ້າແຂວງຜູ້ທຳອິດຂອງແຂວງໄຊສົມບູນໄດ້ຖະແຫຼງຢືນຢັນວ່າ
ການພັດທະນາທີ່ຈຳເປັນແລະຮີບດ່ວນທີ່ສຸດ ພາຍໃນແຂວງໄຊສົມບູນ ໃນລະຍະສະ
ເພາະ ໜ້ານີ້ ກໍຄືການຊຸກຍູ້ການພະລິດດ້ານສະບຽງອາຫານແລະເຂົ້າ ໃຫ້ພຽງພໍກັບ
ຄວາມຕ້ອງການບໍລິໂພກຂອງປະຊາຊົນ ພາຍໃນແຂວງໃຫ້ໄດ້ຢ່າງແທ້ຈິງ.

ທັງນີ້ໂດຍເຂດທີ່ມີຄວາມອາດສາມາດ ໃນການພະລິດດ້ານສະບຽງອາຫານໄດ້ຫຼາຍທີ່
ສຸດຂອງແຂວງໄຊສົມບູນກໍຄືເມືອງທ່າໂທມຊຶ່ງໃນອະດີດກໍຄືການຄົມມະນາຄົມຂົນສົ່ງ
ທັງພາຍໃນແຂວງແລະການເຊື່ອມຕໍ່ກັບແຂວງອື່ນໆເນື່ອງຈາກການມີເສັ້ນທາງຄົມມະ
ນາຄົມຂົນສົ່ງຢ່າງຈຳກັດແລະຈະຕ້ອງໄດ້ຮັບການພັດທະນາໃໝ່ທັງໝົດ.

ທ່ານສົມບັດ ເຍີຍລີເຮີ ເຈົ້າແຂວງໆໄຊສົມບູນ


ຍິ່ງໄປກ່າວນັ້ນ ດ້ວຍເຫດທີ່ການພັດທະນາແຂວງໄຊສົມບູນ
ດັ່ງກ່າວ ກໍຈະຕ້ອງໃຊ້ເງິນທຶນຢ່າງຫຼວງຫລາຍແລະຈະຕ້ອງ
ລະດົມການລົງທຶນ ທັງຈາກພາກເອກກະຊົນລາວ ແລະຕ່າງ
ຊາດເປັນດ້ານຫຼັກ. ຫາກແຕ່ວ່າປັດໄຈ ທີ່ເປັນອຸບປະສັກໃນ
ເວລານີ້ກໍຄືຂໍ້ຈຳກັດໃນດ້ານການເດີນທາງເພາະສະນັ້ນເພື່ອ
ແກ້ໄຂຂໍ້ຈຳກັດດັ່ງກ່າວນີ້ ທາງການແຂວງໄຊສົມບູນ ຈຶ່ງໄດ້
ໃຫ້ບູລິມະສິດ ກັບການສົ່ງເສີມ ການລົງທຶນ ເຂົ້າໃນການກໍ່
ສ້າງສະໜາມບິນ ເປັນໂຄງການຮີບດ່ວນ ດັ່ງທີ່ທ່ານສົມບັດ
ໄດ້ໃຫ້ການຢືນຢັນວ່າ

“ຢາກໃຫ້ເຂດນີ້ຮັບການພັດທະນາ ກໍຕ້ອງໄດ້ກໍ່ສ້າງສະໜາມບິນເພື່ອຮອງຮັບ ການທ່ອງທ່ຽວ ການລົງທຶນຕ່າງໆ ຖ້າວ່າບໍ່ມີສະໜາມບິນຄົນຢາກມາລົງທຶນກໍ ໃຊ້ເວລາຍາວ ມັນຢູ່ຈຸດໃຈກາງເດ້ ໄປຕາເວັນອອກກະໄກ ຕາເວັນຕົກກະໄກ ໄປເໜືອ ໄປໃຕ້ກະໄກ ຈາກນະຄອນຫຼວງວຽງຈັນມາຮອດນີ້ກໍ 200 ກິໂລແມັດ
ສະນັ້ນ ເຮົາສ້າງສະໜາມບິນແລ້ວ ກໍຄິດວ່າ ຈະສ້າງເງື່ອນໄຂ ໃຫ້ແກ່ການຄ້າ
ການຂາຍ ການລົງທຶນ ການທ່ອງທ່ຽວ”


ກ່ອນໜ້ານີ້ ທ່ານສົມບັດໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຫຼື MOU ຮວມກັບບໍລິສັດ
Green Partner Holding ຈາກປະເທດຈີນ ໂດຍເນື້ອໃນສຳຄັນ ຂອງ MOU ກໍຄື
ບໍລິສັດຈີນຈະດຳເນີນການພັດທະນາ ລະບົບພື້ນຖານໂຄງລ່າງໃນແຂວງໄຊສົມບູນ ດ້ວຍການລົງທຶນໃຫ້ກ່ອນ ໃນແບບຂອງເງິນກູ້ຢືມ ທີ່ມີລະຍະການຜ່ອນຊຳລະຄືນ
ພາຍໃນ 15 ປີ ທີ່ລັດຖະບານລາວຈະຕ້ອງຄ້ຳປະກັນເງິນກູ້ເຕັມຈຳນວນ ແລະສາມາດ
ທີ່ຈະຜ່ອນຊຳລະຄືນ ດ້ວຍການຫັກຈາກສ່ວນຜົນປະໂຫຍດໃນໂຄງການເຂື່ອນໄຟຟ້າ ທີ່ທາງຝ່າຍລັດຖະບານລາວຈະອະນຸມັດ ສຳປະທານໃຫ້ແກ່ບໍລິສັດຈີນໃນລະຍະຕໍ່ໄປ.

ແຂວງໄຊສົມບູນ


ໂດຍການພັດທະນາລະບົບພື້ນຖານໂຄງລ່າງໃນແຂວງໄຊສົມ
ບູນ ໄດ້ແບ່ງເປັນ 2 ລະຍະດ້ວຍກັນ ຄືລະຍະທີ 1 ໃນຊ່ວງປີ
2014-2015 ແລະລະຍະທີ 2 ໃນຊ່ວງປີ 2016-2020 ທີ່ຈະ
ເປັນການດຳເນີນງານພາຍໃຕ້ແຜນແມ່ບົດ ວ່າດ້ວຍຍຸດທະ
ສາດແລະວິໄສທັດ ການພັດທະນາເສດຖະກິດ-ສັງຄົມຕາມທີ່
ອົງການປົກຄອງແຂວງໄຊສົມບູນຕ້ອງການ ເຊັ່ນການສຳຫຼວດ ອອກແບບການພັດທະນາແລະລົງທຶນ ໃນຂົງເຂດການຜະລິດ
ສິນຄ້າກະສິກຳ ການສຳຫຼວດອອກແບບ ແລະລົງທຶນໃນການ
ກໍ່ສ້າງຂົວທາງ ສຳນັກງານຂອງລັດ ການກໍ່ສ້າງຕົວເມືອງໃໝ່
ສະໜາມບິນ ລະບົບໄຟຟ້າແລະນ້ຳປະປາເປັນຕົ້ນ ໂດຍທີ່ທາງຝ່າຍບໍລິສັດຂອງຈີນ ກໍຈະລົງທຶນກໍ່ສ້າງເຂື່ອນໄຟຟ້າ ຄຽງຄູ່ກັນໄປ.

ຍິ່ງໄປກ່ວານັ້ນ ບໍລິສັດຂອງຈີນ ກໍຍັງໄດ້ແນໃສ່ການພັດທະນາເມືອງລ່ອງແຈ້ງ ເມືອງ
ອະນຸວົງ ແລະເມືອງຮົ່ມ ໃຫ້ເປັນເຂດທ່ອງທ່ຽວດ້ານວັດທະນະທຳແລະທຳມະຊາດ
ຢ່າງຄົບວົງຈອນ ໂດຍຈະສ້າງບ້ານພັກຕາກອາກາດທີ່ມີສິ່ງອຳນວຍຄວາມສະດວກ ຢ່າງຄົບຊຸດ ໂດຍຄາດວ່າ ຈະລົງທຶນໃນມູນຄ່າຫລາຍກ່ວາ 200 ລ້ານໂດລາ ໂດຍຈະ ຮອງຮັບ ນັກທ່ອງທ່ຽວຈີນ ແລະຕ່າງຊາດ ໄດ້ເຖິງ 20,000 ຄອບຄົວໃນແຕ່ລະປີ.

ລັດຖະບານລາວ ໄດ້ສ້າງຕັ້ງແຂວງໄຊສົມບູນຢ່າງເປັນທາງການ ໃນວັນທີ 31 ທັນວາ
2013 ທີ່ຜ່ານມາ ໂດຍແຂວງໃໝ່ນີ້ ປະກອບດ້ວຍ 5 ເມືອງ ກໍຄື ເມືອງຮົ່ມ ເມືອງທ່າ
ໂທມ ເມືອງອານຸວົງ ເມືອງລ່ອງຊານ ແລະເມືອງລ່ອງແຈ້ງ ໂດຍມີປະຊາກອນທັງໝົດ
81,801 ຄົນ ໃນ 7,800 ຄອບຄົວ ແລະໃນນີ້ ກໍມີຢູ່ 3,600 ກ່ວາຄອບຄົວທີ່ທຸກຍາກ
ແລະມີເຂດປົກຄອງ ກ້ວາງກວ່າ 8,500 ກິໂລແມັດມົນທົນ.