ເຈົ້າແຂວງຍອມຮັບວ່າ ບັນຫາຍາກຈົນຂອງປະຊາຊົນລາວບັນດາເຜົ່າໃນເຂດແຂວງຜົ້ງສາລີ ໃນລະດັບປັດຈຸບັນນີ້ ຍັງເປັນການຍາກຢ່າງຍິ່ງ ທີ່ຈະລົບລ້າງໃຫ້ໝົດໄປໄດ້ຢ່າງສິ້ນເຊີງໃນປີ 2020.
Your browser doesn’t support HTML5
ເຊີນຟັງລາຍງານ ເຈົ້າແຂວງໆຜົ້ງສາລີ ຍອມຮັບວ່າ ບັນຫາຄວາມຍາກຈົນ ຂອງ ປຊຊ ໃນແຂວງ ຈະບໍ່ສາມາດລົບລ້າງໃຫ້ໝົດໄດ້ ໃນປີ 2020
ທ່ານຄຳພອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ຖະແຫລງວ່າ ບັນຫາຍາກຈົນຂອງປະຊາຊົນລາວ ໃນແຂວງຜົ້ງສາລີ ໃນປັດຈຸບັນນີ້ ຍັງກວມເອົາເກີນກວ່າ 70 ເປີເຊັນ ຂອງຈຳນວນບ້ານທັງໝົດ ແລະຈຳນວນຄອບຄົວທີ່ທຸກຍາກນັ້ນ ກໍຄິດເປັນອັດຕາສ່ວນທີ່ເກີນກວ່າ 27 ເປີເຊັນ ສ່ວນຈຳນວນເມືອງທີ່ທຸກຍາກນັ້ນ ກໍປາກົດວ່າ ຍັງບໍ່ມີເມືອງໃດໃນແຂວງຜົ້ງສາລີ ທີ່ສາມາດຫລຸດພົ້ນຈາກຄວາມຍາກຈົນໄດ້ເລີຍ.
ໂດຍເຖິງແມ່ນວ່າ ທາງການແຂວງຜົ້ງສາລີ ຈະໄດ້ວາງແຜນການພັດທະນາໃນ 23 ຈຸດສຸມ ເພື່ອຈະແກ້ໄຂບັນຫາຍາກຈົນໃຫ້ໄດ້ຢ່າງມີປະສິດທິຜົນສູງຂຶ້ນ ດ້ວຍການນຳໃຊ້ຈຸດພິເສດ ຂອງແຂວງທີ່ມີເຂດທີ່ຕັ້ງ ທີ່ຕິດຕໍ່ຊາຍແດນກັບຈີນ ແລະຫວຽດນາມ ໃຫ້ເປັນປະໂຫຍດຕໍ່ການເພີ້ມມູນຄ່ການສົ່ງສິນຄ້າໄປຈີນ ແລະຫວຽດນາມໃຫ້ຫລາຍຂຶ້ນກໍຕາມ ແຕ່ດ້ວຍພື້ນທີີ່ສ່ວນໃຫຍ່ໃນແຂວງຜົ້ງສາລີ ເປັນພູດອຍ ທັງຍັງມີງົບປະມານ ແລະການລົງທຶນຢ່າງຈຳກັດ ຈຶ່ງເຮັດໃຫ້ການຈັດຕັງປະຕິບັດໂຄງການພັດທະນາຕ່າງໆ ບໍ່ສາມາດບັນລບຸເປົ້າໝາຍໄດ້ເລີຍ ດັ່ງທີ່ ທ່ານຄຳພອຍ ໄດ້ໃຫ້ການຢືນຢັນວ່າ:
“ພວກເຮົາມີ 5 ດ້ານທີ່ຫຍຸ້ງຍາກ ອັນທີ 1 ນີ້ແມ່ນທີ່ຕັ້ງຂອງແຂວງ ເປັນພູດອຍ ຄ້ອຍຊັນເຫວລຶກ ເຮັດຫຍັງກໍຍາກ ເຮັດທາງໄນີ້ ທາງເທິງກະເຈື່ອນມາ ທາງລຸ່ມເຈື່ອນໄປ ເຮັດໃຫ້ການແກ້ໄຂຄວາມທຸກຍາກນີ້ ຍາກແທ້ໆ ອັນໃດກະໄດ້ແຕ່ 50-60 ເປີເຊັນ ນັກລົງທຶນບໍ່ເຂົ້າໄປ ອັນເນື່ອງມາຈາກໂຄງລ່າງ ທີ່ຕັ້ງ ລະດັບຄວາມສາມາດຂອງພະນັກງານ ທີ່ໄປນຳພາປະຊາຊົນເຮັດຕົວຈິງ ຄວາມສາມາດຍັງຕ່ຳ ຄວາມບຸກບືນບໍ່ສູງ ທຶນຮອນ ແຫລ່ງທຶນຈຳກັດ ແຕ່ຄວາມຕ້ອງການພັດທະນາຂອງປະຊາຊົນສູງ.”
ແຜນທີ່ຂົງເຂດແຂວງຜົ້ງສາລີ ສະແດງໃຫ້ເຫັນຫົວເມື່ອງຕ່າງໆ
ກ່ອນໜ້ານີ້ ເຈົ້າໜ້າທີ່ຂັ້ນສູງໃນແຂວງຜົ້ງສາລີ ເປີດເຜີຍວ່າ ປະຊາຊົນລາວ ໃນແຂວງຜົ້ງສາລີ ຍັງໄດ້ຮັບຜົນກະທົບຈາກການຍົກຍ້າຍເທດສະບານແຂວງ ຈາກເມືອງຜົ້ງສາລີ ມາຕັ້ງໃໝ່ຢູ່ເຂດເມືອງບຸນເໜືອອີກດ້ວຍ ຊຶ່ງເປັນການປະຕິບັດຕາມການອະນຸມັດຂອງລັດຖະບານລາວ ນັບແຕ່ປີ 2010 ເປັນຕົ້ນມາຈົນເຖິງປັດຈຸບັນ ກໍຍັງມີບັນຫາຄົງຄ້າງທີ່ບໍ່ສາມາດປະຕິບັດໃຫ້ສຳເລັດໄດ້ເລີຍ ກໍຄືການຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງຂອງປະຊາຊົນທີ່ຖືກເວນຄືນ ທີ່ມີມູນຄ່າລວມກວ່າ 60 ຕື້ກີບ ແຕ່ອຳນາດການປົກຄອງແຂວງຜົ້ງສາລີ ມີງົບປະມານພຽງ 3 ຕື້ກີບ ຈຶ່ງບໍ່ສາມາດຈ່າຍເງິນຊົດເຊີຍ ໃຫ້ກັບປະຊາຊົນທີ່ຖືກກະທົບໄດ້ເລີຍ ຈົນເຖິງປັດຈຸບັນນີ້.
ບ້ານອາຂາ ຂອງຊົນເຜົາລາວສູງ ໃນແຂວງຜົ້ງສາລີ
ໂດຍບັນຫາດຽວກັນ ຍັງໄດ້ເກີດຂຶ້ນກັບປະຊາຊົນລາວ ໃນແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້ານ້ຳອູ 4 ແລະ 7 ດ້ວຍເຊັ່ນກັນ ໂດຍເຖິງແມ່ນວ່າ ພວກເຂົາເຈົ້າ ຈະໄດ້ຮັບການຈັດສັນທີ່ຢູ່ອາໄສ ແລະທີ່ທຳກິນ ຈາກກຸ່ມຜູ້ລົງທຶນໃນໂຄງການແລ້ວກໍຕາມ ຫາກແຕ່ວ່າ ພວກເຂົາເຈົ້າກໍຍັງບໍ່ມີຄວາມໝັ້ນຄົງໃນຊີວິດແຕ່ຢ່າງໃດ ເພາະພວກເຂົາເຈົ້າຍັງບໍ່ມີເງື່ອນໄຂສະດວກ ໃນການຜະລິດໃນທີ່ດິນທີ່ໄດ້ຮັບການຈັດສັນ ໂດຍສະເພາະ ແມ່ນການບໍ່ມີຖະໜົນທີ່ເຊື່ອມຕໍ່ໄປເຖິງຕະຫຼາດນັ້ນ.
ສ່ວນ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານແລະບໍ່ແຮ່ ຍອມຮັບວ່າ ການເກັບກຳຂໍ້ມູນກ່ຽວກັບປະຊາຊົນລາວ ທີ່ຖືກກະທົບຈາກໂຄງການເຂື່ອນນ້ຳອູໃນໄລຍະທີ່ຜ່ານມາຍັງເຮັດໄດ້ບໍ່ດີ ໂດຍສະເພາະແມ່ນການປະເມີນຄ່າເສຍຫາຍ ທີ່ຕ້ອງຊົດເຊີຍໃຫ້ປະຊາຊົນທີ່ຖືກເວນຄືຮທີ່ດິນ ແລະສິ່ງປູກສ້າງນັ້ນ ຍັງຈະຕ້ອງເກັບກຳຂໍ້ມູນຢ່າງລະອຽດເພີ້ມອີກ ເພາະຍັງມີຫາງສຽງຈາກປະຊາຊົນ ທີ່ຖືກກະທົບວ່າ ພວກເຂົາເຈົ້າຍັງບໍ່ໄດ້ຮັບການຊົດເຊີຍທີ່ເປັນທຳ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງປະເມີນຄ່າຊົດເຊີຍໃຫ້ຖືກຕ້ອງຕາມລະບຽບກົດໝາຍຕໍ່ໄປ.
ໂດຍບໍລິສັດ Power China ລາຍງານວ່າ ມີປະຊາຊົນລາວ 10,000 ກວ່າຄົນ ໃນ 28 ບ້ນ ທີ່ຖືກກະທົບຈາກເຂື່ອນໄຟຟ້ານ້ຳອູທັງ 7 ໂຄງການ ຊຶ່ງບໍລິສັດດັ່ງກ່າວ ໄດ້ຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນລາວ ທີ່ຖືກກະທົບຈາກໂຄງການເຂື່ອນນ້ຳອູ 2, 5 ແລະ 6 ແລ້ວ ແຕ່ວ່າ ຈາກການເກັບກຳຂໍ້ມູນໂດຍອົງການ International Rivers ພົບວ່າ ມີປະຊາຊົນຫລາຍກວ່າ 20,000 ຄົນ ຢູ່ໃນ 89 ບ້ານ ທັງໃນແຂວງຜົ້ງສາລີ ອຸດົມໄຊ ແລະຫລວງພະບາງ ໄດ້ຮັບຜົນກະທົບຈາກເຂື່ອນນ້ຳອູ 7 ໂຄງການຂອງກຸ່ມລົງທຶນຈາກຈີນ ແລະສ່ວນໃຫຍ່ຍັງບໍ່ທັນໄດ້ຮັບການຊົດເຊີຍຜົນເສຍຫາຍແຕ່ຢ່າງໃດ.