ຄະນະເຈົ້າພາບ ຢູ່ນະຄອນພະນົມ ລະດົມທຶນ ຊ່ວຍນັກສຶກສາ ຈາກ ສປປ ລາວ

ວິທະຍາໄລສົງນະຄອນພະນົມ ຈັງຫວັດນະຄອນພະນົມ ປະເທດໄທ.

Your browser doesn’t support HTML5

ເຊີນຟັງລາຍງານ ເຈົ້າໜ້າທີ່ນະຄອນພະນົມ ລະດົມທຶນຊ່ວຍນິສິດນັກສຶກສາສົງຈາກ ສປປ ລາວ


ຄະນະເຈົ້າພາບ ພາຍໃຕ້ການນຳພາ ຂອງຜູ້ວ່າຣາຊະການ ຈັງຫວັດນະຄອນພະນົມ ທ່ານໄກສອນ ກອງສະຫຼາດ ໄດ້ທຳການລະດົມທຶນການສຶກສາ ແລະມອບໃຫ້ນິສິດຈາກ ສປປ ລາວ ຢູ່ທີ່ວິທະຍາໄລສົງນະຄອນພະນົມ. ພະຄູສິຣິເຈຕິຍານຸກິດ ຜູ້ອຳນວຍການວິທະຍາໄລສົງນະຄອນພະນົມ ກ່າວກ່ຽວກັບເລື້ອງນີ້ວ່າ:

Your browser doesn’t support HTML5

ສຽງພະຄູສິຣິເຕຈິຍານຸກິດ ຜູ້ອຳນວຍການວິທະຍາໄລສົງນະຄອນພະນົມ - 1


“ກໍມີຍາດໂຍມຫຼາຍຄົນທີ່ມາໃຫ້ທຶນ ກໍມີຜູ້ວ່າຣາຊະການນະຄອນພະນົມ ກໍມີແພດຍິງທິຕຍາວະດີ ສັມພັນທາຣັກ ເພິ່ນກໍຖວາຍມາແປດຣູບ ຣູບລະ 2,000 ບາດ ແລະກໍນາຍສະໂຫຼກ ສັມພັນທາຣັກ ແຟນເພິ່ນຫັ້ນລະ ເພິ່ນກໍຖວາຍມາສິບສີ່ຣູບ.”

ພິທີມອບທຶນ ທີ່ວິທະຍາໄລສົງນະຄອນພະນົມ ປະເທດໄທ

ຮວມທັງໝົດແລ້ວ ພະຄູສິຣິເຕຈິຍານຸກິດ ກ່າວວ່າ ພວກນິສິດນັກສຶກສາທີ່ໄດ້ຮັບການຊ່ວຍເຫຼືອ ມີຢູ່ 24 ຮູບ ຮູບລະ 2,000 ບາດ ຮວມທັງໝົດຕົກເປັນເງິນ 4 ໝື່ນ 8,000 ບາດ ແລະສ່ວນໃຫຍ່ຂອງເງິນດັ່ງກ່າວ ແມ່ນໄດ້ນໍາໄປຈ່າຍຄ່າທຳນຽມວີຊ່າສຳລັບພວກນິສິດນັກສຶກສາ.

ພະຄູສິຣິເຕຈິຍານຸກິດ ກ່າວຕື່ມວ່າ ທາງວິທະຍາໄລສົງນະຄອນພະນົມເວລານີ້ເປີດຮັບສະໝັກທັງພະສົງສຳມະເນນແລະກໍຄົນທຳມະດາສາມັນທົ່ວໄປ ຊຶ່ງພະຄູກ່າວກ່ຽວກັບເລື້ອງນີ້ຕື່ມວ່າ:

Your browser doesn’t support HTML5

ສຽງພະຄູສິຣິເຕຈິຍານຸກິດ ຜູ້ອຳນວຍການວິທະຍາໄລສົງນະຄອນພະນົມ - 2


“ທາງວິທະຍາໄລສົງນະຄອນພະນົມນີ້ ເຮົາຮັບສະໝັກ ທັງພະພິສຸສາມມະເນນແລະກໍປະຊາຊົນອອກຕົນຍາດໂຍມທົ່ວໄປ ຮຽນຈົບ ປ.7 ແລ້ວ ກໍມາຮຽນຕໍ່ປະລິນຍາຕີໄດ້ ຢູ່ທີ່ວິທະຍາໄລສົງນະຄອນພະນົມເຮົານີ້ແຫຼະ ສາຂາທີ່ເປີດຮັບສະໝັກກໍມີນຶ່ງ ສາຂາພະພຸດທະສາສະໜາ ສອງສາຂາສັງຄົມສຶກສາ ສາມສາຂາການສອນພາສາອັງກິດ ສີ່ສາຂາລັດຖະສາດ ແລະກໍຫ້າສາຂາພາສາອັງກິດ ມີທັງໝົດຫ້າສາຂາ ທີ່ເປີດສອນໃນລະດັບປະລິນຍາຕີ.”

ພິທີມອບທຶນການສຶກສາ ທີ່ວິທະຍາໄລສົງນະຄອນພະນົມ ປະເທດໄທ

ວິທະຍາໄລສົງນະຄອນພະນົມນີ້ ຕັ້ງກົງກັນຂ້າມກັບແຂວງຄຳມ່ວນຂອງ ສປປ ລາວ ແລະເວລານີ້ ມີພວກນິສິດນັກສຶກສາຈາກຫຼາຍໆແຂວງຂອງລາວມາສຶກສາຮ່ຳຮຽນຕໍ່ ຢູ່ທີ່ນັ້ນ.