ບັນດາຜູ້ຕາງໜ້າຈາກເກືອບ 200 ປະເທດໄດ້ສິ້ນສຸດກອງປະຊຸມສະຫະປະຊາຊາດ
ກ່ຽວກັບ ດິນຟ້າອາກາດ ດ້ວຍການສະຫຼຸບປຶ້ມກົດລະບຽບທີ່ເຫັນພ້ອມນຳກັນ ທີ່ຈະ
ຊ່ວຍບໍລິຫານຄວາມພະຍາຍາມ ເພື່ອຫລຸດຜ່ອນການປ່ອຍແກັສເຮືອນແກ້ວ ແລະ
ຍັບຢັ້ງການເພີ່ມຂຶ້ນຂອງອຸນຫະພູມໂລກ.
ຂໍ້ຕົກລົງດັ່ງກ່າວໄດ້ຖືກບັນລຸໃນເມືອງ ກາໂຕວາຍສ໌ (Katowice) ປະເທດ ໂປແລນ
ຫຼັງຈາກການເຈລະຈາສອງອາທິດ ທີ່ຈະເຮັດໃຫ້ປະເທດທັງຫຼາຍ ດຳເນີນການໃຊ້
ຫຼັກເກນຕ່າງໆໃນຂໍ້ຕົກລົງດິນຟ້າອາກາດ ປາຣີ ປີ 2015.
ປະທານກອງປະຊຸມສະພາບອາກາດປ່ຽນແປງ COP24, ທ່ານໄມເກີລເຄິດຢາກາ
ກ່າວວ່າ “ມັນໄດ້ເປັນຫົນທາງທີ່ຍາວໄກ. ພວກເຮົາໄດ້ເຮັດດີທີ່ສຸດເພື່ອບໍ່ໃຫ້ມີໃຜ
ຕົກຄ້າງ.
ພະນັກງານຄົນນຶ່ງກຳລັງມ້າງບ່ອນສະແດງຂອງ ອອສເຕຣຍ ໃນຂະນະທີ່ກອງປະຊຸມດິນຟ້າອາກາດເສັດສິ້ນລົງ ທີ່ເມືອງ ກາໂຕທວຍສ໌ ທີໂປແລນ ວັນທີ 15 ທັນວາ 2018.
ແນວໃດກໍຕາມ ບາງປະເທດກໍໄດ້ຄິດວ່າ ກອງປະຊຸມດັ່ງກ່າວ ແມ່ນເຮັດບໍ່ໄດ້ດີພໍໃນ
ຄວາມພະຍາຍາມ ດັ່ງທີ່ການຄົ້ນຄວ້າຫວ່າງມໍ່ໆມານີ້ໄດ້ສະແດງໃຫ້ເຫັນວ່າ ຄວາມ
ອົບອຸ່ນຂອງໂລກອາດເພີ່ມຂຶ້ນໄວກວ່າການຕອບໂຕ້ມັນໂດຍລັດຖະບານຕ່າງໆ.
ເດືອນແລ້ວນີ້ການສຶກສາໄດ້ເປີດເຜີຍວ່າ ພາວະໂລກຮ້ອນ ຈະເຮັດໃຫ້ໄພພິບັດ
ຕ່າງໆໂຫດຮ້າຍກວ່າເກົ່າເຊັ່ນ ໄຟໄໝ້ປ່າທີ່ຮ້າຍແຮງໃນລັດຄາລິຟໍເນຍ ແລະ ເຮີຣິ
ເຄນທີ່ຮຸນແຮງ ທີ່ໄດ້ພັດຖະຫລົ່ມ ສະຫະລັດ ໃນປີນີ້.
ພວກຊາວໜຸ່ມໂປແລນ ພາກັນປະທ້ວງ ຢູ່ກອງປະຊຸມດິນຟ້າອາກາດ ຮຽກຮ້ອງໃຫ້ເກືອບ 200 ປະເທດເຫັນພ້ອມກັບຂໍ້ຕົກລົງຫລຸດຜ່ອນຄວາມທອົບອຸ່ນໂລກ ມັນທີ 14 ທັນວາ 2018.
ຜູ້ອຳນວຍການໃຫຍ່ອົງການ ກຣີນພີສ ທ່ານນາງ ເຈນີເຟີຣ ມໍຣແກນ ໄດ້ກ່າວວ່າ
“ພວກເຮົາສືບຕໍ່ເປັນພິຍານ ໃນການແຕກແຍກທີ່ບໍ່ມີຄວາມຮັບຜິດຊອບລະຫວ່າງ
ບັນດາປະເທດໝູ່ເກາະທີ່ມີຄວາມສ່ຽງ ແລະ ບັນດາປະເທດທີ່ທຸກຍາກ ທີ່ໄດ້ຕໍ່ສູ້
ກັບພວກຜູ້ທີ່ກີດກັ້ນ ການດຳເນີນການດ້ານສະພາບອາກາດ ຫຼື ຜູ້ທີ່ລົ້ມແຫຼວໃນ
ດ້ານສິນທຳ ເພື່ອປະຕິບັດການໃຫ້ໄວພໍ.