ອົງການແຮງງານສາກົນ International Labor Organiza-
tionຫຼື ILO ເວົ້າວ່າ ມີປະຊາຊົນຫຼາຍກວ່າ 20 ລ້ານ ຄົນຢູ່ໃນ
ທົ່ວໂລກໃນປັດຈຸບັນນີ້ ທີ່ຖືກບັງຄັບໃຊ້ແຮງງານ ໃຫ້ເຮັດວຽກ
ຢູ່ຕາມສວນຟາມ ຕາມໂຮງຈັກໂຮງງານ ຫຼືເປັນຄົນໃຊ້ໃນບ້ານ
Mike O’Sullivan ຜູ້ສື່ຂ່າວວີໂອເອ ລາຍງານວ່າ ພວກຄົນທີ່
ຕໍ່ສູ້ກັບການລັກລອບຄ້າມະນຸດນັ້ນ ເວົ້າວ່າ ມັນເປັນບັນຫາຢູ່
ໃນ ທັງບັນດາປະເທດພວມພັດທະນາ ແລະປະເທດທີ່ຈະເລີນ
ອຸດສາຫະກໍາແລ້ວ ໂຮມທັງສະຫະລັດ ນັ້ນນໍາ. ຊຶ່ງທອງປານ
ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ
ເລຶ່ອງລາວຂອງການຕົກເປັນຂ້າທາດ ໃນຍຸກສະໄໝໃໝ່ນີ້ ໄດ້ກາຍເປັນເລຶ່ອງພາດຫົວຂ່າວ
ຢູ່ທົ່ວໂລກ ຄືເມື່ອປີຜ່ານມາ ຕໍາຫຼວດອິນເດຍໄດ້ຊ່ວຍປ່ອຍຕົວພວກແມ່ຍິງ ແລະ ເດັກສາວ
60 ຄົນ ທີ່ຖືກກັກໂຕໄວ້ຢູ່ໃນໂຮງໂສເພນີຫຼາຍໆແຫ່ງ ໃນນະຄອນຫຼວງ New Delhi ປະເທດ
ອິນເດຍ. ແລະເຈົ້າໜ້າທີ່ເວົ້າວ່າ ເດັກນ້ອຍຊາວອິນເດຍຫຼາຍລ້ານຄົນ ຖືກບັງຄັບໃຫ້ໃຊ້ແຮງງານ.
ໃນເດືອນມິຖຸນາຜ່ານມາ ຕໍາຫຼວດໄດ້ປ່ອຍຕົວພວກຄົນງານຫຼາຍຮ້ອຍຄົນ ທີ່ຖືກກັກໄວ້
ຢູ່ຟາມປູກໝາກເລັ່ນແຫ່ງນຶ່ງ ໃນປະເທດແມັກຊິໂກ. ພວກຄົນງານເຫຼົ່ານັ້ນ ບໍ່ໄດ້ຮັບເງິນ
ຄ່າແຮງຕາມທີ່ນາຍຈ້າງຮັບປາກໄວ້.
ເມື່ອເດືອນຜ່ານມາ ທີ່ເມືອງ Los Angeles ລັດແຄລິຟໍເນຍ ເຈົ້າໜ້າທີ່ປະກາດການຕົກ
ລົງກັນໄດ້ ກັບບໍລິສັດຜັກແລະໝາກໄມ້ສົດ Del Monte ໃນຄະດີຟ້ອງຮ້ອງບັ້ນນຶ່ງ ກ່ຽວກັບ
ການຈໍາແນກກີດກັນເລຶ່ອງການວ່າຈ້າງ ທີ່ພົວພັນກັບຄົນງານສັນຊາດໄທ. ບໍລິສັດ Del Monte
ບໍ່ຍອມຮັບຜິດ ແຕ່ກໍຕົກລົງທີ່ຈະປະຕິຮູບ.
ທ້າວ ທຽມ ໄຊຍະຈິດ ເປັນຄົນງານຜູ້ນຶ່ງໃນຈໍານວນ 150 ຄົນຈາກໄທ ທີ່ຖືກຈ້າງໃຫ້ເຮັດ
ວຽກຢູ່ຕາມຟາມຕ່າງໆໃນລັດຮາວາຍ ທີ່ຈະໄດ້ຮັບເງິນສ່ວນແບ່ງ ຈໍານວນ ນຶ່ງລ້ານສອງແສນ
ໂດລ່າ ຈາກການຕົກລົງກັນກ່ຽວກັບຄະດີດັ່ງກ່າວ ລະຫວ່າງບໍລິສັດ Del Monte ແລະຄະນະ
ກໍາມະການຄຸ້ມຄອງໂອກາດການວ່າຈ້າງທີ່ເທົ່າທຽມກັນ ຫຼື EEO ຂອງສະຫະລັດ.
ນີ້ຖືວ່າເປັນຂ່າວດີ ສໍາຫຼັບທ້າວ ທຽມ ໄຊຍະຈິດ ທີ່ໄດ້ກູ້ຢືມເງິນຫຼາຍກວ່າ 2 ໝື່ນໂດລ່າ
ເພື່ອຈ່າຍຄ່າບໍລິການແກ່ພວກລັກລອບສົ່ງມະນຸດເຂົ້າມາຍັງອາເມຣິກາ. ທ້າວ ທຽມ
ເວົ້າວ່າ ຕົນບໍ່ໄດ້ຮັບເງິນຄ່າແຮງງານຫຍັງເລີຍ.
ລາວເວົ້າວ່າ: “ຂ້ອຍອຸກໃຈຫຼາຍ ຍ້ອນວ່າຂ້ອຍບໍ່ຮູ້ວ່າຈະເອົາເງິນມາຈາກໃສ
ໄປຈ່າຍຄ່າໜີ້ໃນໄທໄດ້.”
Anna Park ທະນາຍປະຈໍາຂົງເຂດຂອງຄວາມກໍາມະການ EEO ເວົ້າວ່າ ການຟ້ອງຮ້ອງ
ດັ່ງກ່າວແມ່ນເປັນພາກສ່ວນນຶ່ງຂອງຄວາມພະຍາຍາມໃນຂັ້ນກວ້າງຂວາງ ຂອງລັດຖະບານ
ໂອບາມາ ເພື່ອກໍາຈັດການບັງຄັບໃຊ້ແຮງງານ ໂດຍໃນກໍລະນີນີ້ ແມ່ນການນໍາໃຊ້ກົດໝາຍ
ຕ້ານການຈໍາແນກກີດກັນ ຍ້ອນສັນຊາດ.
ທະນາຍ Anna Park ເວົ້າວ່າ: “ມີຫຼາຍເທື່ອຫຼາຍທີ ທີ່ພວກເຮົາໄດ້ຍິນ ເລຶ່ອງ
ພວກຄົນຫຼົບໜີຈາກວຽກງານຂອງເຂົາເຈົາ. ແທ້ໆແລ້ວ ເຮົາຈະບໍ່ໄດ້ຍິນເລຶ່ອງ
ແບບນີ້ ຢູ່ໃນກໍລະນີການຈໍາແນກກີດກັນການທໍາງານໂດຍທົ່ວ ໄປ.”
ຢູ່ທີ່ວັດແຫ່ງນຶ່ງໃນລັດແຄລິຟໍເນຍ ນາງ Ima Matul ຜູ້ເຄາະຮ້າຍຈາກການຄ້າມະນຸດ
ຄົນນຶ່ງທີ່ລອດມາໄດ້ ເວົ້າວ່າ ນາງຕ້ອງໄດ້ທົນທຸກທໍລະມານ ເປັນຄົນໃຊ້ທີ່ຖືກກົດຂີ່ຢູ່
ເປັນເວລາສາມປີ ຫຼັງຈາກນາງຖືກເກນຢູ່ໃນອິນໂດເນເຊຍ.
ນາງ Ima ເວົ້າວ່າ: “ມີໃຜແດ່ ທີ່ບໍ່ຢາກມາອາເມຣິກາ? ພວກນາຍໜ້າສັນຍາວ່າ
ຂ້ອຍຈະໄດ້ຄ້າຈ້າງ 150 ໂດລ່າຕໍ່ເດືອນ ແລະໄດ້ມື້ພັກນຶ່ງມື້ ແລະຂ້ອຍບໍ່ຕ້ອງ
ໄດ້ຈ່າຍຄ່າປີ້ຍົນ ຄ່າວິຊ່າ ແລະຄ່າພາສປອດ ຫຍັງເລີຍ.”
ນາງ Ima ເວົ້າອີກວ່າ ນາງຖືກບັງຄັບໃຫ້ເຮັດວຽກເຈັດມື້ຕໍ່ອາທິດ ຖືກກະທໍາຮຸນແຮງ
ແລະບໍ່ໄດ້ຄ່າຈ້າງຫຍັງ. ເປັນຈັ່ງບຸນ ທີ່ໃນທີ່ສຸດ ເພື່ອນບ້ານຄົນນຶ່ງໄດ້ຊ່ວຍເຫຼືອນາງ
ໃຫ້ຫຼົບໜີອອກມາໄດ້.
ນາງ Ima ເວົ້າວ່າ: “ຂ້ອຍຍັງຈື່ຈໍາໄດ້ດີທີ່ສຸດ ວ່າເວລານັ້ນມັນເປັນຈັ່ງໃດ ແລະ
ມັນເປັນຈັ່ງໃດ ຕອນທີ່ຂ້ອຍຫຼົບໜີອອກມາ.”
ຂະນະນີ້ ນາງ Ima Matul ທໍາງານຢູ່ ອົງການປະສົມເພື່ອລົບລ້າງການຕົກເປັນຂ້າທາດ
ແລະການລັກລອບຄ້າມະນຸດ ຫຼື Coalition to Abolish Slavery and Traf ficking ຊຶ່ງ
ເປັນອົງການທີ່ບໍ່ຫວັງຜົນກໍາໄລ ທີ່ໄດ້ຊ່ວຍນາງຕັ້ງຕົ້ນຊີວິດໃໝ່ ແລະຊ່ວຍເຫຼືອພວກຄົນ
ອື່ນໆ ທີ່ຍັງຕົກຄ້າງຢູ່ໃນສະພາບການຖືກບັງຄັບໃຊ້ແຮງງານແບບ ເປັນຂ້າທາດຢູ່ນັ້ນ.
Catherine Chen ເຮັດວຽກຢູ່ໃນວໍຊິງຕັນ ດີຊີ ກັບອົງການມວນມະນຸດສາມັກຄີ ຫຼື
Humanity United ອົງການບໍ່ຫວັງຜົນກໍາໄລ ທີ່ເປັນພາຄີປະຕິບັດງານຮ່ວມກັບລັດ
ຖະບານສະຫະລັດ ເພື່ອສ້າງຄວາມຕື່ນຕົວກ່ຽວກັບບັນຫານີ້ ແລະຊ່ວຍເຫຼືອພວກເຄາະ
ຮ້າຍທັງຫຼາຍ.
ນາງ Chen ເວົ້າວ່າ: “ນຶ່ງໃນຫຼາຍສິ່ງທີ່ຮີບດ່ວນທີ່ສຸດ ທີ່ພວກລອດພົ້ນຈາກ
ການຕົກເປັນຂ້າທາດມາໄດ້ ຕ້ອງການນັ້ນ ກໍຄືການໄດ້ມີບ້ານຢູ່ອາໄສທີ່ປອດ
ໄພ ໄດ້ຮັບຄວາມຊ່ວຍເຫຼືອດ້ານກົດໝາຍ ການຮັກສາສຸຂະພາບຈິດ ແລະ
ການຮັກສາພະຍາບານ ເປັນຕົ້ນ.”
ນາງ Chen ເວົ້າຕື່ມວ່າ ການລັກລອບຄ້າມະນຸດນັ້ນ ມີຂຶ້ນໄດ້ກໍຍ້ອນມີສາຍໂສ້ ທີ່ສະໜອງ
ເຫຍື່ອໃຫ້ ຢູ່ໃນທົ່ວໂລກ ແລະວ່າ ບັນດາອົງການບັງຄັບກົດໝາຍ ລັດຖະບານ ແລະອົງການ
ຕ່າງໆທີ່ເຮັດວຽກຊ່ວຍສັງຄົມ ຈໍາເປັນຕ້ອງໄດ້ປະຕິບັດງານຮ່ວມກັນ ເພື່ອທັບມ້າງທໍາລາຍ
ສາຍໂສ້ນັ້ນ ໃຫ້ໄດ້.

Your browser doesn’t support HTML5