ກອງທັບຊີເຣຍ ທະວີ ການໂຈມຕີຂື້ນ ທີ່ ເມືອງ Aleppo (ວີດີໂອ)

  • ດາຣາ ບັກຄໍາ

ຜູ້ຄົນພາກັນຫາມສົບຄົນຜູ້ນຶ່ງທີ່ຖືກຂ້າຕາຍໃນວັນສຸກ ທີ 27, 2012 ໃນຂະນະທີ່ມີການປະທະກັນລະຫວ່າງ ຝ່າຍລັດຖະບານ ແລະຝ່າຍກະບົດ ທີ່ເມືອງ Aleppo ຂອງຊີເຣຍ

ກອງທັບຊີ​ເຣຍ​ໄດ້​ທະວີ​ການ​ໂຈມ​ຕີ​ຂອງ​ຕົນຂຶ້ນ ຕໍ່ເມືອງ Aleppo ຊຶ່ງ​ເປັນເມືອງ​ທີ່​ໃຫຍ່​ທີ່​
ສຸດ​ຂອງປະ​ເທດ​ນັ້ນ ​ໂດຍ​ການ​ລະດົມ​ຍິງ​ຢ່າງ​ໜັກ​ໃສ່​ຄຸ້ມ​ຕ່າງໆ ທີ່ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​
ຝ່າຍ​ກະບົດ ດ້ວຍ​ລົດ​ຖັງ​ແລະ​ເຮືອບິນ​ເຮ​ລີ​ຄອບ​ເຕີ້.

ທະຫານຊີ​ເຣຍໄດ້​ຍິງລູກ​ປືນ​ໃຫຍ່​ ກະ​ໜໍ່າ​ໃສ່​ຄຸ້ມ Salaheddin ​ແລະ​ຄຸ້ມ​ອື່ນໆ​ຂອງ​ພວກ​
ກະບົດ ປານ​ສາຍ​ຝົນ ​ໃນ​ວັນ​ເສົາ​ມື້​ນີ້ ຂະນະ​ທີ່ພວກ​ຊາວ​ເມືອງພາກັນ​ຫລົບ​ໄພ​ໄປ​ຢູ່​ໃນ​ຫ້ອງ
​ໃຕ້​ດິນ ຫລື​ບໍ່​ກໍໜີ​ອອກ​ໄປ​ສູ່​ເຂດ​ຊົນນະບົດ.

ພວກ​ສື່​ທີ່​ນິຍົມ​ລັດຖະບານໄດ້​ກ່າວ​ເຕືອນ​ເຖິງ​ອັນ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ ການ​ຕໍ່ສູ້​ຄັ້ງ​ຮ້າຍ​ແຮງ​ທີ່
​ສຸດກໍາລັງ​ຈະ​ມາ​ເມືອງ Aleppo. ທັງ​ສະຫະລັດ ອັງກິດ ​ແລະ​ອົງການ​ສະຫະ​ປະຊາ​ຊາດ
ຕ່າງ​ກໍ​ໄດ້​ກ່າວ​ສະ​ແດງ​ຄວາມຕົກ​ໃຈ​ແລະ​ເປັນ​ຫ່ວງ​ຫລາຍ​ຂຶ້ນ​ເລື້ອຍໆ ​ນໍາ​ການ​ສັງຫານໝູ່​
ທີ່ກໍາລັງ​ຈະ​ເກີດ​ຂຶ້ນ​ຢູ່​ທີ່​ນັ້ນ.

ມີ​ປະຊາຊົນ​ເກືອບ 3 ລ້ານ​ຄົນ ອາ​ໄສ​ຢູ່​ໃນ​ເມືອງ Aleppo ທີ່​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​
ເໜືອ​ຂອງ​ຊີ​ເຣຍ ​ແລະ​ໂດຍ​ສ່ວ​ນ​ໃຫຍ່​ແລ້ວ ​ແມ່ນ​ບໍ່​ໄດ້​ຖືກ​ກະທົບ​ຍ້ອນ​ການ​ສູ້​ລົບ​ກັນ ຈົນ​ກະ
ທັ່ງ​ຫວ່າງ 2-3 ອາທິດ ຜ່ານ​ມາ​ນີ້.

http://www.youtube.com/embed/RnFoy0Q-C-k?feature=player_detailpage