ທ່ານ Neil Gorsuch ຜູ້ພິພາກສາສານອຸທອນຂອງລັດຖະບານກາງ ທີ່ປະທາ ນາທິບໍດີ Donald Trump ສະເໜີຊື່ແຕ່ງຕັ້ງໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ຈະປະເຊີນກັບການສອບຖາມໃນວັນອັງຄານມື້ນີ້ ຈາກສະພາສູງທີ່ມີການແບ່ງແຍກ ໃນມື້ທີສອງ ຂອງການຮັບຟັງຄຳໃຫ້ການ ເພື່ອຮັບຮອງເອົາການແຕ່ງ ຕັ້ງທ່ານນັ້ນ.
ການຮັບຟັງຄຳໃຫ້ການແມ່ນໄດ້ເລີ່ມຂຶ້ນໃນວັນຈັນວານນີ້ ດ້ວຍຄຳຖະແຫຼງຕ່າງໆ ຊຶ່ງຮວມທັງ ຂອງທ່ານ Gorsuch ຜູ້ຊຶ່ງໄດ້ສະແດງອອກຢ່າງຈະແຈ້ງໃນຄວາມຄິດອ່ານຂອງທ່ານ ທີ່ເອນອຽງໄປໃນທາງນິຍົມແນວທາງເດີມໂດຍໄດ້ກ່າວຕໍ່ຕ້ານ ພວກນັກເຄື່ອນໄຫວດ້ານຕຸລາການ.
ຜູ້ທີ່ຖືກສະເໜີຊື່ໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ທ່ານ Neil Gorsuch ເຂົ້າຮັບຟັງຄຳໃຫ້ການ ເພື່ອຮັບຮອງເອົາການແຕ່ງຕັ້ງທ່ານ, 20 ມີນາ, 2017.
“ມັນແມ່ນສຳລັບຄະນະດັ່ງກ່າວນີ້ ທີ່ເປັນຕົວແທນຂອງປະຊາຊົນຢູ່ໃນລັດຖະສະ ພາ ຈະເປັນຜູ້ເຮັດກົດໝາຍໃໝ່ຂຶ້ນມາ,” ນັ້ນຄືຄຳເວົ້າ ຂອງທ່ານ Gorsuch ແລະທ່ານຍັງໄດ້ກ່າວເພີ່ມຕື່ມວ່າ “ຖ້າຫາກວ່າ ພວກຜູ້ພິພາກສາ ແມ່ນເປັນພຽງ ພວກທີ່ຮ່າງກົດໝາຍລັບ ໂດຍປະກາດໄປ ບໍ່ພຽງແຕ່ວ່າກົດໝາຍນັ້ນແມ່ນຫຍັງ ແຕ່ກັບແມ່ນໃນສິ່ງທີ່ພວກເຂົາເຈົ້າຢາກໃຫ້ມັນເປັນໄປນັ້ນ ອັນເປັນແນວຄິດຂອງລັດຖະບານທີ່ປົກຄອງໂດຍປະຊາຊົນ ແລະເພື່ອປະຊາຊົນນັ້ນ ແມ່ນຈະຕົກຢູ່ໃນຄວາມສ່ຽງ.”
ສະມາຊິກພັກ Republican ໃນຄະນະກຳມະການຕຸລາການຂອງສະພາສູງ ໄດ້ຍົກຍ້ອງສັນລະເສີນ ຕໍ່ອຸດົມການດ້ານຕຸລາການ ທີ່ນິຍົມແນວທາງເດີມຂອງ ທ່ານ Gorsuch ໃນຂະນະທີ່ ສະມາຊິກພັກ Democrats ສະແດງຄວາມເປັນຫ່ວງທີ່ວ່າ ທ່ານຈະເສີມຄວາມເຂັ້ມແຂງໃຫ້ແກ່ອັນທີ່ພວກທ່ານມອງເຫັນວ່າເປັນ ທ່າທີທີ່ເອນອຽງໄປທາງນິຍົມບໍລິສັດຕ່າງໆຂອງສານສູງສຸດ.
ປະທານຄະນະກຳມະການ Charles Grassley, ສະມາຊິກພັກ Republican ຈາກລັດ Iowa, ປຶກສາກັບທ່ານນາງ Dianne Feinstein ສະມາຊິກສະພາສູງທີ່ສຳຄັນສຸດຄົນນຶ່ງຂອງພັກ Democrats ຈາກລັດ California, ໃນລັດຖະສະພາ, ວໍຊີງຕັນ, ມີນາ 20, 2017 ໃນຂະນະທີ່ຟັງຄຳໃຫ້ການ ເພື່ອຮັບຮອງເອົາການແຕ່ງຕັ້ງຜູ້ພິພາກສາສານສູງສຸດສະຫະລັດ ທ່ານ Neil Gorsuch.
“ບໍ່ວ່າແນວຄິດແລະມຸມມອງທາງການເມືອງຂອງທ່ານຈະເປັນຢ່າງໃດ, ທ່ານຄວນຈະເປັນຫ່ວງກ່ຽວກັບການປົກປັກຮັກສາລັດຖະທຳມະນູນຂອງພວກເຮົາ ແລະສິ່ງສຳຄັນສຸດ ກໍແມ່ນການແຍກອຳນາດ,” ນັ້ນຄືຄຳເວົ້າ ຂອງປະທານຄະນະກຳມະ ການ ທ່ານ Chuck Grassley ສະມາຊິກພັກ Republican ຈາກລັດ Iowa ໄດ້ກ່າວໄປ ແລະທ່ານຍັງໄດ້ກ່າວເພີ່ມຕື່ມວ່າ “ເປັນແຕ່ບຸນ ສຳລັບຊາວອາເມຣິກັນທຸກຄົນ, ພວກເຮົາໄດ້ມີຜູ້ທີ່ຖືກສະເໜີຊື່ແຕ່ງຕັ້ງ ມາປາກົດໂຕຕໍ່ໜ້າພວກເຮົາ ໃນມື້ນີ້ ຜູ້ຊຶ່ງມີພາລະໜ້າທີ່ ທີ່ເປັນມືອາຊີບ ແມ່ນພົບເຫັນໂດຍການທີ່ຕັ້ງໜ້າຕັ້ງຕາ ປະຕິບັດໜ້າທີ່ຢ່າງບໍ່ຢຸດຢັ້ງແລະບໍ່ຫຼົ້ມແຫຼວຕໍ່ຫຼັກຈັນຍາບັນເຫຼົ່ານີ້.”
“ພາລະໜ້າທີ່ຂອງພວກເຮົາ ແມ່ນໃຫ້ຊັ່ງຊາເບິ່ງການຕັດສິນໃຈຂອງຜູ້ທີ່ຖືກແຕ່ງຕັ້ງທີ່ຈະມີຜົນກະທົບຕໍ່ຊາວອາເມຣະກັນ ແລະວ່າ ທ່ານຈະເປັນຜູ້ປົກປ້ອງສິດທິຕາມກົດໝາຍແລະຕາມລັດຖະທຳມະນູນຂອງຊາວອາເມຣິກັນທັງໝົດຫຼືບໍ່, ບໍ່ພຽງແຕ່ເພື່ອພວກທີ່ຮັ່ງມີແລະພວກທີ່ມີອຳນາດເທົ່ານັ້ນ,” ນັ້ນຄືຄຳເວົ້າ ຂອງທ່ານນາງ Dianne Feinstein ສະມາຊິກສະພາສູງທີ່ສຳຄັນສຸດຄົນນຶ່ງຂອງພັກ Democrats ຈາກລັດ California.
ຜູ້ພິພາກສາສານສູງສຸດສະຫະລັດ ທີ່ຖືກສະເໜີຊື່ ທ່ານ Merrick Garland ຢ່າງຜ່ານ ຫຼັງຈາກຮັບປະທານອາຫານເຊົ້າທີ່ ໃນລັດຖະສະພາ ວໍຊີງຕັນ, 12 ເມສາ, 2016.
ທ່ານນາງ Feinstein ຍັງໄດ້ກ່າວເພີ່ມຕື່ມວ່າ “ສານສູງສຸດ ແມ່ນເປັນຜູ້ຕັດສິນຂັ້ນສຸດທ້າຍ ກ່ຽວກັບວ່າແມ່ຍິງຈະສືບຕໍ່ມີສິດຫຼືບໍ່ ໃນການຄວບຄຸມຮ່າງກາຍຂອງລາວ ຫຼືວ່າການຕັດສິນໃດໆກ່ຽວກັບການຮັກສາສຸຂະພາບຂອງນາງນັ້ນ ແມ່ນຂຶ້ນຢູ່ກັບພວກນັກການເມືອງແລະລັດຖະບານ. ມັນຄືການຕັດສິນທີ່ວ່າ ພວກມະຫາເສດຖີ ແລະບໍລິສັດໃຫຍ່ໆທັງຫຼາຍ ຈະສາມາດໃຊ້ຈ່າຍເງິນຈຳນວນບໍ່ອັ້ນ ທີ່ຈະຊື້ການເລືອກຕັ້ງ.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ສະມາຊິກສະພາຄະນະກຳມະການຕຸລາການ ທ່ານ Sheldon Whitehouse ທີ່ໄດ້ສະແດງຄວາມເຫັນໃນລັດຖະສະພາ Capitol Hillໃນວໍຊີງຕັນ, 11 ມັງກອນ, 2017.