ຜູ້ກໍ່ຕັ້ງ Google ສ້າງບໍລິສັດໃໝ່ ເພື່ອຄວບຄຸມ ອານາຈັກ ເທັກໂນໂລຈີ ທີ່ກວ້າງຂວາງ

ສັນຍາລັກບໍລິສັດ Google ຢູ່ທີ່ສຳນັກງານໃຫຍ່ ໃນນະຄອນຫຼວງ Brussels, ປະເທດແບລຢຽມ. 23 ມີນາ, 2010.

ບໍລິ​ສັດ​ເທັກ​ໂນ​ໂລ​ຈີຍັກໃຫຍ່ ​ກູ​ໂກ ທີ່​ມີ​ສຳນັກງານ​ໃຫຍ່ຕັ້ງຢູ່ ສະຫະລັດ​ ກ່າວ​ວ່າ ພວກ​ເຂົາ​ກຳລັງ​ຈັດຕັ້ງບໍລິສັດ​ຄືນໃໝ່ ເພື່ອຈະ​ແບ່ງ​ແຍກ​ທຸລະ​ກິດ ​ທີ່​ມີລາຍ​ໄດ້​ຈາກອິນ​ເຕີ​ເນັດ​ຂອງ​ພວກ​ເຂົາ​ ອອກ​ຈາກ​ບັນ​ດາບໍລິສັດ​ທີ່​ບໍ່ເປັນ​ທີ່​ຮູ້ຈັກ​ດີ​ຂອງ​ພວກ​ເຂົາ.

​ຜູ້​ບໍລິຫານ​ລະດັບ​ສູງ​ຂອງ ກູ​ໂກ ທ່ານ Larry Page ​ໄດ້​ປະກາດ​ໃນການຖະແຫຼງ​ທາງ ອິນເຕີເນັດ ຫຼື blog ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ ແລະ ຜູ້​ກໍ່​ຕັ້ງ​ຮ່ວມ Sergey Brin ​ຈະ​ເປັນ​ຜູ້ນຳ​ບໍລິສັດ​ໃໝ່ ທີ່​ເອີ້ນ​ວ່າ Alphabet, ​ເຊິ່ງຈະ​ເຮັດ​ໜ້າ​ທີ່​ຄວບ​ຄຸມບໍລິສັດ ກູ​ໂກ ​ດັ້ງ​ເດີມ ທີ່​ລວມ ມີ​ໂປ​ຣແກຣມຄົ້ນ​ຫາຂໍ້ມູນໃໝ່ ​ແລະການ​ບໍລິການ​ວິ​ດີ​ໂອ​ໃນ Youtube ທີ່​ໂດ່​ງດັງ​ຂອງ​ພວກ​ເຂົາ, ພ້ອມ​ດ້ວຍ​ບໍລິສັດດັ້ງ​ເດີ​ມ​ອື່ນໆ​ທີ່​ຖືກສ້າງ​ຂື້ນ​ພາຍ​ໃຕ້ເຄື່ອງໝາຍ ກູ​ໂກ ທີ່​ຕອນ​ນີ້​ຈະ​ດຳ​ເນີນ​ເປັນ​ໜ່ວຍ​ງານ​ທີ່​ແຍກ​ອອກ​ໄປ. ການຈັດ​ສັນ​ໃໝ່​ນີ້​ລວມມີ​ຄວາມ​ພະຍາຍາມ​ໃນ​ການ​ຍືດຊີວິດ​ຂອງ​ມະນຸດ​ໃຫ້​ຍືນ​ຍົງ, ບໍລິສັດ​ສ້າງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ໃນ​ຫຼາຍ​ເມືອງ, ບໍລິການ​ນຳ​ສົ່ງ​ດ້ວຍ​ເຮື​ອບິນ​ບັງຄັບ, ​ແລະ ຫ້ອງ​ປະຕິບັດ​ການ​ວິໄຈ ອອກ​ແບບ​ລົດ​ຍົນ​ທີ່ຂັບ​ດ້ວຍ​ຕົນເອງ.

ທ່ານ Page ​ແລະທ່ານ Brin ​ຊຶ່ງເປັນ​ຜູ້​ສ້າງຕັ້ງກູ​ໂກຂຶ້ນ​ໃນ​ປີ 1998, ຈະ​ກຳ​ຕຳ​ແໜ່​ງ​ເປັນ​ຜູ້​ບໍລິຫານ​ສູງ​ສຸດ​ຂອງ Alphabet ແລະ ປະທານ ຕາມລຳດັບ. ໃນຂໍ້ຄວາມຂອງທ່ານນັ້ນ ທ່ານ Page ໄດ້ອະທິບາຍວ່າ “ໃນອຸດສະຫະກຳເທັກໂນໂລຈີ, ບ່ອນທີ່ບັນດາແນວ ຄິດໃນ ການປະຕິວັດເປັນແຮງຂັບດັນໃຫ້ຂະຫຍາຍຕົວຢ່າງໃຫຍ່ໃນບໍລິເວນອື່ນໆ, ເຈົ້າຕ້ອງ ຮູ້ສຶກອຶດອັດບໍ່ສະບາຍໜ້ອຍໜຶ່ງ ເພື່ອໃຫ້ຕົນມີຄວາມສຳຄັນ.” ທ່ານກ່າວ ວ່າ ບໍລິສັດ Alphabet ​ໃ​ໝ່ນີ້​ ຈະເຮັດ​ໃຫ້ພະແນ​ກທີ່​ແຍກ​ອອກໄປ​ສາມາດ​ດຳ​ເນີນງານ ​ແລະ ພັດ​ທະ​ນາ​ຄວາມ​ພະຍາຍາມ ​ໃນ ດ້ານນະວັດຕະກຳຂອງ​ພວກ​ເຂົາ​ ໄດ້ຢ່າງ​ເປັນ​ອິດສະຫຼະ.

Your browser doesn’t support HTML5

Google Reorganization