Google ອະນຸຍາດ ໃຫ້ປະຊາຊົນ ໃນຢູໂຣບ ຂໍລຶບ ຂໍ້ມູນ ທີ່ບໍ່ດີ ກ່ຽວກັບເຂົາເຈົ້າ.

ກາເຄື່ອງໝາຍ ຂອງບໍລິສັດ Google ທີ່ເມືອງ Munich ປະເທດເຢຍຣະມັນ.

ໃນວັນພະຫັດວານນີ້ ບໍລິສັດ Google ເລີ້ມອະນຸຍາດໃຫ້ປະຊາ
ຊົນໃນຢູໂຣບ ຮ້ອງຂໍໃຫ້ລຶບຖິ້ມຜົນການຊອກຄົ້ນຫາທາງອິນເຕີ
ແນັດທີ່ໜ້າອັບອາຍຫລືໜ້າລັງກຽດ ກ່ຽວກັບຊີວິດສ່ວນຕົວຂອງ
ພວກເຂົາເຈົ້າ.

ການເຄື່ອນໄຫວທີ່ວ່ານີ້ ມີຂຶ້ນເພື່ອເປັນການປະຕິບັດຕາມ ຄຳ
ຕັດສິນທີ່ມີຄວາມສຳຄັນເປັນພິເສດ ໃນເດືອນນີ້ ໂດຍສານສູງ
ສຸດຂອງຢູໂຣບທີ່ກ່າວວ່າສ່ວນບຸກຄົນມີສິດທີ່ຈະລຶບຄວາມເກົ່າ
ຄວາມຫຼັງໃນອິນເຕີແນັດໄດ້.

ຊາວຢູໂຣບໃນ 32 ປະເທດເວລານີ້ສາມາດເຂົ້າໄປຂຽນໃບຄຳ
ຮ້ອງທາງອິນເຕີແນັດເພື່ອໃຫ້ການອະທິບາຍວ່າມີລິງຄ໌ໂຕໃດແດ່ທີ່ພວກເຂົາເຈົ້າຕ້ອງການ ຈະລຶບ ແລະເປັນຫຍັງຜົນການຊອກຄົ້ນຫາຈຶ່ງບໍ່ຖືກຕ້ອງຫຼືກ່ຽວຂ້ອງກັນ ບໍ່ທັນກັບເຫດການ ຫລືບໍ່ເໝາະສົມອື່ນໆ.

ພວກພະນັກງານຂອງບໍລິສັດ Google ຫລັງຈາກນັ້ນຈຶ່ງຈະຕັດສິນໃຈວ່າ ມັນເປັນສາທາ ລະນະປະໂຫຍດຫຼືບໍ່ ທີ່ຈະສືບຕໍ່ຮັກສາລິງຄ໌ດັ່ງກ່າວນີ້ໄວ້ ແລະລຶບຖິ້ມ ຈາກຜົນການຊອກ ຄົ້ນຫາໃນຢູໂຣບ.

ບໍລິສັດ Google ບໍ່ໄດ້ແຈ້ງໃຫ້ຊາບວ່າ ຈະໃຊ້ເວລາດົນປານໃດຜົນຂອງການຄົ້ນຫາ ຈຶ່ງຈະ ຫາຍໄປ. ຄຳຮ້ອງຂໍເພື່ອໃຫ້ລຶບລິງຄ໌ຕ່າງໆຫລາຍພັນສະບັບແມ່ນໄດ້ສົ່ງໄປແລ້ວ ນັບ ຕັ້ງແຕ່ສານຢູໂຣບໄດ້ທຳການຕັດສິນ.

ສຳລັບໃນປັດຈຸບັນນີ້ ບໍລິສັດ Google ເວົ້າວ່າ ຜົນການຄົ້ນຫາໃນຢູໂຣບຈະມີການປັບປ່ຽນ. ຍັງມີການລໍຖ້າເບິ່ງກັນຢູ່ວ່າ ການຕັດສິນດັ່ງກ່າວ ຈະພາໃຫ້ເກີດ ມີການຕັດສິນໃຈທີ່ຄ້າຍຄື ກັນນີ້ ຢູ່ໃນແຫ່ງອື່ນໆຫລືບໍ່.