ບົດຮຽນພາສາອັງກິດ GoEnglish.Me: Shopping, Pt 2 - Intermediate

ປະຊາຊົນຍາດກັນ ຊື້ສິນຄ້າຫລຸດລາຄາ ຢູ່ຮ້ານຄ້າແຫ່ງໜຶ່ງ ໃນມື້ Black Friday ຫລືວັນສຸກດຳ ຫລັງວັນຂອບຄຸນພະເຈົ້າ ໃນນະຄອນ New York, ວັນທີ 28 ພະຈິກ 2014.

Your browser doesn’t support HTML5

ຮຽນບົດຮຽນພາສາອັງກິດ GoEnglish.Me: Shopping, Part 2

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີ
ລາຍການ​ຮຽນພາສາອັງກິດ GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ
ພາສາລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິ
ບາຍຄໍາສັບ ​ແລະສໍານວນ​ຕ່າງໆ.

LESSON: Shopping: Intermediate

MC: ສະບາຍດີ ທ່ານນັກສຶກສາ​ທີ່​ຮັກ​ແພງ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວ ແລະສະຖານີວິທະຍຸແຫ່ງຊາດລາວ.
ບົດຮຽນ​ຂອງ​ເຮົາ​ມື້​ນີ້ ​ມາ​ໃນ​ຫົວ​ຂໍ້ Shopping ຫລື ​ໄປ​ຊື້​ເຄື່ອງ ຕອນ​ທີສອງ ຊຶ່ງ​ເຮົາຈະພາທ່ານຕິດຕາມ​ Kevin ​ໄປ​ຊື້​ເສື້ອຜ້າຕໍ່. ເອົາ ເຊີນ​ທ່ານ​ພົບ​ກັບສອງ​ຜູ້​ດໍາ​ເນີນ​ລາຍການ Winnie ກັບ Professor Bowman ໄດ້​ເລີຍ.

Shopping: Intermediate

W: Today we’re going to learn some intermediate words for talking about going shopping. ມື້ີນີ້ ​ເຮົາ​ຈະ​ພາ​ທ່ານ​ຮຽນ ຄໍາ​ສັບ​ຈໍາ​ນວນ​ນຶ່ງ​ທີ່​ຍາກ​ໃນ​ລະດັບ​ປານ
ກາງ ສໍາລັບ​ໃຊ້​ຖາມ ​ໃນ​ເວລາ​ໄປ shopping.

P: Today Kevin is going shopping at a clothing store to buy his girlfriend a present for her birthday. What do you think he’s going to get her, Winnie?
ມື້​ນີ້ ​ເຄວິນ​ກໍາລັງ​ໄປ shopping ຢູ່ຮ້ານ​ເສື້ອ​ຜ້າແຫ່ງ​ນຶ່ງ ​ເພື່ອ​ຊື້​ຂອງ​ຂັວນວັນ​ເກີດ​ໃຫ້​ແຟນ
ລາວ. ​ເຈົ້າ​ຄິດ​ວ່າ ລາວ​ຈະ​ຊື້ຫຍັງ​ໃຫ້​ແຟນ ວິນ​ນີ່?

W: I don’t know, but I can predict it will be cheap. ຂະ​ນ້ອຍ​ບໍ່​ຮູ້ ​ແຕ່​ຂະ​ນ້ອຍ​ທໍານາຍ​ໄດ້​ໂລດວ່າ ມັນ​ຈະ​ຕ້ອງ​ເປັນ​ຂອງ​ທີ່ຖືກໆ. Last time he spent all his money buying himself a new suit for their date. ​ເທື່ອ​ແລ້ວ​ນີ້ ລາວ​ຈ່າຍ​ເງິນ​ຂອງ​ລາວ​ໝົດ ​ເພື່ອ​ຊື້​ສູດຊຸດ​ໃໝ່ ​ໃຫ້​ຕົນ​ເອງ ສໍາ​ລັດເດດ​ຂອງ​ເຂົາ​ເຈົ້າ. ​ໄປ​ຟັງ​ກັນ​ເບິ່ງ.

Salesperson: Good afternoon sir! Can I help you find something?

K: Sure, I’m looking for something special for my girlfriend. Could you help me find something she’ll like?

S: Sure, do you know what size she is?

K: Uh… I’m not really sure. She’s about your size, maybe a little more petite. I haven’t really noticed.

S: You don’t know your girlfriend’s size? Er … Okay

W: What? Kevin went out to buy his girlfriend a dress without even knowing what size she wears? ​ແມ່ນ​ຫຍັງ​ເກາະ? ເຄວິ​ນອອກ​ໄປ​ຊື້​ກະ​ໂປງ​ໃຫ້​ແຟນ ​ໂດຍ​ທີ່​ບໍ່​ຮູ້​ເລີຍ​ວ່າ ລາວ​ໃສ່​ກະ​ໂປງເບີໃດ? Men should know what size dresses their girlfriends wear! ພວກ​ຜູ້​ຊາຍ​ຄວນ​ຈະ​ຮູ້​ວ່າ ​ແຟນ​ເຂົາ​ເຈົ້າ​ໃສ່​ກະ​ໂປງເບີໃດ!

P: Really, I hope you’re kidding. Do you know what the word “petite”
means? ​ແທ້​ວະ? ຂ້ອຍ​ຫວັງ​ວ່າ ​ເຈົ້າ​ເວົ້າ​ຫລິ້ນ. ​ເຈົ້າຮູ້​ບໍ່​ວ່າ ຄໍາ​ສັບ “petite” ​ແປ​ວ່າ​
ແນວ​ໃດ?

W: Sure, it means tiny. ​ແນ່ນອນ ມັນ​ແປ​ວ່າ ນ້ອຍ. The salesperson asked Kevin how big his girlfriend is, ຄົນຂາຍ​ຖາມ​ເຄວິນ​ວ່າ ​ແຟນລາວ​ໂຕ​ໃຫຍ່​ສໍ່າ​ໃດ and he said she is probably a little more “petite” than the salesperson herself ​ແລະ​ລາວ​ກໍ​ຕອບ​ວ່າ ລາວ​ຄົງ​ຈະຂະໜາດ​ນ້ອຍກ່ວາ ຄົນຂາຍ​ໜ້ອຍ​ນຶ່ງ. It’s used to refer to a short and slender woman, from the French word “petite.” ​ໃຊ້​ໝາຍ​ເຖິງ​ແມ່ຍິງ ທີ່ເຕ້ຍ​ແລະ​ຮູບ​ຮ່າງ​ບາງ​ນ້ອຍ ມາ​ຈາກຄໍາ​ຄຸນ​ນາມ​ພາສາ​ຝຣັ່ງ “petite.”

P: Exactly. In this next section listen for the word “trendy,” which means really cool and popular. ຖືກຕ້ອງ. ​ໃນ​ຕອນ​ຕໍ່​ໄປ ​ໃຫ້​ຟັງ​ຄໍາ​ສັບ “trendy” ທີ່​ແປ​ວ່າ ​ໂກ້​ຫລືຕາມ​ສະ​ໄໝ​ນິຍົມ ​ແລະ​ໄດ້​ຮັບ​ຄວາມ​ນິຍົມ​ຫລາຍ.

W: ​ຫລັງ​ຈາກໄປ​ຟັງ​ບົດ​ສົນທະ​ນາ​ມື້​ກີ້ນີ້​ ພ້ອມ​ກັບ​ຄໍາ​ແປ:

Salesperson: Good afternoon sir! Can I help you find something? ສະບາຍດີ ທ່ານ! ​ໃຫ້​ຂ້ອຍ​ຊ່ວຍ​ຊອກ​ຫຍັງ​ບໍ່?

K: Sure, I’m looking for something special for my girlfriend. Could you help me find something she’ll like? ຕົກລົງ ຂ້ອຍ​ກໍາລັງ​ຊອກ​ຫາ​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່ ​
ພິ​ເສດ ສໍາລັບ​ແຟນຂ້ອຍ. ​ເຈົ້າ​ຊ່ວຍ​ຂ້ອຍ​ຊອກ​ສິ່ງ​ໃດ​ສິ່ງ​ນຶ່ງ ທີ່​ລາວ​ຈະ​ມັກ ​ໄດ້​ບໍ່?

S: Sure, do you know what size she is? ​ໄດ້ ​ແນ່ນອນ. ​ເຈົ້າ​ຮູ້​ບໍ່​ວ່າ ລາວ​ນຸ່ງ​ເຄື່ອງ ​ຂະໜາດ​ໃດ?

K: Uh… I’m not really sure. She’s about your size, maybe a little more petite. I haven’t really noticed. ​ເອີ່.....ຂ້ອບບໍ່​ແນ່​ໃຈ​ແທ້ໆ​. ລາວ​ກໍ​ປະມານ​ຂະໜາດ​ເຈົ້າ​ນີ່​ແຫລະ ​ແຕ່​ອາດ​ຈະ​ນ້ອຍ​ກ່ວາ​ໜ້ອຍ​ນຶ່ງ. ຂ້ອຍ​ບໍ່​ໄດ້​ສັງ​ເກດ​ຄັກໆ.

S: You don’t know your girlfriend’s size? Er … Okay ​ເຈົ້າ​ບໍ່​ຮູ້ຈັກ​ຂະໜາດ​ເສື້ອ​ຜ້າ​ຂອງ​ແຟນ​ເຈົ້າເບາະ? ​ເອີ່........​ໂອ​ເຄ.

S: Alright … well what does your girlfriend normally wear? What is her style like?

K: Well she works in an office so she always dresses really professionally. But for her birthday I want to get her something really trendy.

S: Well let’s see … we have some really nice skirts I can show you. What colors do you like on her.

K: Hmmm… You know, I’ve never really noticed. But I know that I look fantastic in blue, so let’s get her something blue!

P: So Winnie, what kind of outfit does Kevin want to buy for his girlfriend? ​ເອົາ ວິນ​ນີ່ ຊຸດ​ແບບ​ໃດ ທີ່​ເຄວິນ​ຢາກ​ຈະ​ຊື້​ໃຫ້​ຜູ້​ສາວ​ລາວ?

W: Well, since she normally works in an office and has to dress professionally, ​ໂອ ​ເນື່ອງ​ຈາກ​ວ່າ ຕາມ​ທໍາ​ມະ​ດາ​ແລ້ວ ​ແຟນລາວ​ເຮັດ​ວຽກ​ຢູ່ຫ້ອງການ​ແລະ​ຕ້ອງ​ນຸ່ງ​ເຄື່ອງ ທີ່​ມີ​ລັກສະນະ​ເປັນແບບ​ນັກວິຊາ​ຊີບ he wants to get her something that’s different and really “trendy” for her birthday. ​ລາວ​ຈຶ່ງ​ຕ້ອງການ​ຢາກ​ຊື້​ສິ່ງ​ນຶ່ງ ທີ່​ແປກ​ໆ​ແດ່ ແລະງາມໆ ​ໃຫ້ລາວ ສໍາລັບ​ວັນ​ເກີດ​ຂອງແຟນ​ລາວ.

P: Right. And what colors does Kevin think his girlfriend looks good in? ​ແມ່ນ​ແລ້ວ. ​ແລະ​ແມ່ນ​ສີ​ຫຍັງ ທີ່​ເຄວິນ​ຄິດ​ວ່າ ​ແຟນລາວ​ຈະນຸ່ງ​ແລ້ວ​ງາມ?

W: He has never noticed what colors his girlfriend looks good in ລາວ​ບໍ່​ເຄີຍ
ສັງ​ເກດ​ຈັກ​ເທື່ອ​ວ່າ ​ແຟນລາວ​ນຸ່ງ​ສີ​ຫຍັງ​ແລ້ວ​ງາມ; he only knows that he thinks he looks good in blue ລາວ​ຮູ້​ແຕ່​ວ່າ ລາວ​ເອງ​ຫັ້ນ​ໃສ່​ສີ​ຟ້າ​ແລ້ວ ຫລໍ່. What kind of man is he? Only notices himself! ລາວ​ເປັນ​ຜູ້​ຊາຍ​ແນວ​ໃດ​ເກາະ ມີ​ແຕ່​ສັງ​ເກດ​ໂຕ​ເອງ! ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້ອີກ ພ້ອມ​ກັບ​ຄໍາ​ແປ.

S: Alright … well what does your girlfriend normally wear? What is her style like? ​ເອີ່.......ຕາມ​ປົກກະຕິ​ແລ້ວ ​ແຟນ​ເຈົ້າ​ນຸ່ງ​ເຄື່ອງ​ແບບໃດ?

K: Well she works in an office so she always dresses really professionally. But for her birthday I want to get her something really trendy. ​ໂອ້ ລາວ​ເຮັດ​ວຽກ​ຢູ່ຫ້ອງການ ​ສະ​ນັ້ນ ຍາມ​ໃດລາວ​ກໍ​ນຸ່ງ​ເຄື່ອງຄື​ກັບ​ນັກວິຊາ​ຊີບ ອີ​ຫລີ. ​ແຕ່​ວ່າ ສໍາລັບ​ວັນ​ເກີດ​ຂອງ​ລາວ ຂ້ອຍ​ຢາກ​ຊື້​ສິ່ງ​ນຶ່ງ ທີ່​ພິ​ເສດງາມໆ ຕາມ​ກະ​ແສ​ນິຍົມ ​ໃຫ້​ລາວ.

S: Well let’s see … we have some really nice skirts I can show you. What colors do you like on her. ໂອ​ເຄ ເບິ່ງ​ກ່ອນ...ເອີ່......ພວກ​ເຮົາ​ມີ​ກະ​ໂປງ​ສັ້ນ​ທີ່​ງາມໆ ທີ່​ໃຫ້​ເຈົ້າ​ເບິ່ງ​ໄດ້. ​ເຈົ້າ​ມັກ​ຢາກ​ໃຫ້​ລາວ​ນຸ່ງ​ສີໃດ?​

K: Hmmm… You know, I’ve never really noticed. But I know that I look fantastic in blue, so let’s get her something blue! ຮື່ມ.....​ເຈົ້າ​ຮູ້​ບໍ່ ຂ້ອບບໍ່​ເຄີຍ​ສັງ​ເກດ​ຄັກໆ​ຈັກ​ເທື່ອ. ​ແຕ່​ຂ້ອຍ​ຮູ້​ວ່າ ຂ້ອຍ​ເອງ ​ໃສ່​ສີຟ້າ​ແລ້ວ ​ໂກ້​ທີ່​ສຸດ ສະ​ນັ້ນ ​ເອົາ​ສີຟ້າ​ໃຫ້​ລາວ ກໍ​ແລ້ວ​ກັນ.

S: Well do you want something inexpensive, or is money no object?

K: I want to get her something reasonably priced, but nice.

S: Hmmm … so how about $100 dollars? Maybe $200?

K: $200? Come on, it's not like we're married.

S: Is $100 out of your price range?

K: I don’t want to go overboard. I think my budget is closer to…$20.

W: Hmmm… his “budget” is $20. ງົບປະມານ​ລາວ​ແມ່ນ 20 ດອລລ່າ. With that kind of money he can buy her a nice pair of socks. ດ້ວ​ຍ​ເງິນ​ສໍ່າ​ນັ້ນ​ລາວ​ກະ​ຊື້​ໄດ້​ແຕ່​ຖົງ​ເທົ້າ​ງາມໆໃຫ້ແຟນ​ ຄູ່​ນຶ່ງ​ເທົ່າ​ນັ້ນ​ແຫລະ. What a romantic guy! ຈັ່ງ​ແມ່ນ​ເປັນ​ຜູ້​ຊາຍ​ທີ່​ໂຣ​ແມນ​ຕິກ.

P: Why Winnie, women don’t think socks are a romantic present? Hmmm… so that’s why my wife was so mad at her birthday last year. But Winnie, can you guess what “money is no object” means? ​ເປັນ​ຫຍັງ ວິນ​ນີ່ ຜູ້ຍິງ​ບໍ່​ຄິດ​ວ່າ ຖົງ​ເທົ້າ​ເປັນ​ຂອງຂວັນ​ທີ່​ໂຣ​ແມນ​ຕິກ​ຊັ້ນ​ເບາະ? ຮຶ່ມ....ນັ້ນ​ຄົງ​ຈະ​ເປັນ​ເຫດຜົນ ທີ່​ເມຍ​ຂອງ​ຂ້ອຍ​ໃຈ​ຮ້າຍ​ຫລາຍ ຕອນ​ວັນ​ເກີດ​ຂອງ​ລາວ​ປີ​ກາຍ​ນີ້. ​ແຕ່​ວ່າ ວິນ​ນີ່ ​ເຈົ້າ​ເດົາ​ໄດ້​ບໍ່​ວ່າ ປະ​ໂຫຍ​ກ ​“money is no object” ​ແປ​ວ່າ​ຫຍັງ?

W: “Money is no object.” Well, in this context, I would guess it means that you are willing to spare no expense. ​ເອີ…​ໃນເນື້ອ​ເລື້ອງ​ນີ້ ຂະ​ນ້ອຍ​ກໍ​ຢາກ​ຈະ​ເດົາ​ວ່າ “Money is no object” ໝາຍ​ຄວາມ​ວ່າ ​ເຈົ້າ​ເຕັມ​ໃຈ​ທີ່​ ຈະ​ຈ່າຍ​ບໍ່​ອັ້ນ ກໍຄື ​ເງິ​ນຫລື​ລາຄາ ບໍ່​ແມ່ນ​ບັນ​ຫາ.

P: That’s right. For example, I usually only buy cheap things. But when I look for something important like a good doctor, money is no object. ຖືກຕ້ອງ. ​ໂຕ​ຢ່າງ ຕາມ​ປົກກະຕິ​ແລ້ວ ຂ້ອຍ​ຈະ​ຊື້​ແຕ່​ຂອງ​ລາຄາ​ຖືກ​ໆ ​ແຕ່​ເວລາ​ຂ້ອຍ​ຊອກ​ຫາ​ສິ່ງ​ໃດ​ສິ່ງ​ນຶ່ງທີ່​ສໍາຄັນ ຄື​ທ່ານໝໍດີໆ​ຈັ່ງ​ຊີ້ ​ເລື້ອງ​ເງີ​ນ​ແມ່ນ​ບໍ່​ເປັນ​ບັນຫາ.

W: I see. Er… Professor Bowman, what about “going overboard”? ​ເອີ ອາຈານ​ໂບ​ເມິນ ແລ້ວ​ປະ​ໂຫຍ​ກ “going overboard” ​ເດ້? Overboard O-v-e-r-b-o-a-r-d. In this case, does it mean to overdo? ໃນ​ກໍລະນີ​ນີ້ ແປ​ວ່າ ເຮັດ​ເກີນ​ໄປ ໂພດ​ເກີນ​ໄປ ແມ່ນ​ບໍ່?

P: Exactly. ຖືກຕ້ອງ.

W: I see … So Kevin thinks spending $100 on his girlfriend’s birthday present is “going overboard”? ​ເຂົ້າ​ໃຈ​ແລ້ວ. So ​ເຄວິນ​ຄິດ​ວ່າ ຈ່າຍ ​ເງິນ 100 ດອລລ່າ ​ເພື່ອ​ຊື້​ຂອງຂວັນ​ໃຫ້​ແຟນ ​ແມ່ນ​ໂພດ​ເກີນ​ໄປ. He had better hope she doesn’t “go overboard” when she gets her socks and dump him! ລາວ​ຄວນ​ຈະ​ຫວັງ​ໄດ້​ແລ້ວ​ວ່າ ​ແຟນລາວ​ຈະ​ບໍ່​ເຮັດ​ໂພດ​ເກີນ​ໄປ ​ເວລາ​ລາວ​ໄດ້​ຖົງ​ເທົ້າ ​ແລ້ວເຊົາ​ກັບລາວ​! ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້ອີກ ພ້ອມ​ກັບ​ຄໍາ​ແປ:

S: Well do you want something inexpensive, or is money no object? ​ເອີ່..... ​ເຈົ້າ​ຢາກ​ໄດ້​ສິ່ງ​ໃດ​ສິ່ງ​ນຶ່ງ ທີ່​ຖືກ​ໆບໍ? ຫລື​ວ່າ ​ເລື້ອງ​ເງິນ​ບໍ່​ເປັນ​ບັນຫາ?

K: I want to get her something reasonably priced, but nice. ຂ້ອຍ​ຢາກ​ຊື້​ໃຫ້​ລາວ ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ລາຄາ​ສົມຄວນ ​ແຕ່ວ່າ​ງາມ.

S: Hmmm … so how about $100 dollars? Maybe $200? ຮຶ່ມ...ປະມານ 100 ດອລລ່າ ບໍ? ຫລື​ບາງທີ 200 ​ເບາະ?

K: $200? Come on, it's not like we're married. 200 ດອລລ່າ. ​ໂອ້​ຍ ​ແພງ​ໂພດ. ມັນ​ບໍ່​ແມ່ນ​ວ່າ ພວກ​ເຮົາ​ແຕ່ງງານ​ ​ເປັນ​ຜົວ​ເປັນ​ເມຍ​ກັນ​ແລ້ວ.

S: Is $100 out of your price range? 100 ດອລລ່າ ກໍ​ຍັງເກີນ​ລາຄາ​ທີ່​ເຈົ້າ​ຢາກ​ຈ່າຍ​ຢູ່​ບໍ?

K: I don’t want to go overboard. I think my budget is closer to…$20.

ຂ້ອບບໍ່​ຢາກ​ຈ່າຍ​ຫລາຍ​ເກີນ​ໄປ​ໂພດ. ຂ້ອຍ​ຄິດ​ວ່າ ງົບປະມານ​ຂອງ​ຂ້ອຍ​ແມ່ນ​ໃກ້ໆ​ກັບ.......20 ດອລລ່າ.

S: Ummm… I don’t think we have any outfits for $20 here. This is a nice clothing store.

K: Oh … well, can you recommend a store near here where I could find some really good bargains?

S: There is a store down the street called Bargain Basement. You could probably find some really cheap clothes there.

K: Wow, that sounds perfect for my budget. I’ll go try to find her a present there. Thanks!

W: So Kevin is going to a bargain store to get his girlfriend’s birthday present. ຕົກລົງ​ວ່າ ​ເຄວິນ​ຈະ​ໄປ​ຮ້ານ​ຂາຍ​ເຄື່ອງ​ລາຄາ​ຖືກ ຫລື​ຂາຍ​ເຄື່ອງ​ເລ ​ເພື່ອ​ຊື້​ຂອງຂວັນ​ໃຫ້​ແຟນລາວ. This is bound to end in disaster. ​ເລື້ອງ​ນີ້​ແມ່ນ​ຈະ​ຍຸດຕິ​ລົງ ແບບ​ພັງ​ທະລາ​ຍ ​ແນ່ນອນ​ເລີຍ.

P: I agree. Tune in next time to see what happens! ຂ້ອຍ​ເຫັນ​ພ້ອມ​ນໍາ. ຕິດຕາມ​ຟັງ​ບົດຮຽນ​ຕໍ່​ໄປ ​ເພື່ອ​ຈະ​ໄດ້​ຮູ້​ວ່າ ​ແມ່ນ​ຫຍັງ​ເກີດ​ຂຶ້ນ.

W: ເອົາ ​ຄັນ​ຊັ້ນ ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້ອີກ ພ້ອມ​ກັບ​ຄໍາ​ແປ.

S: Ummm… I don’t think we have any outfits for $20 here. This is a nice clothing store. ຮຶ່ມ... ຂ້ອຍ​ຄິດ​ວ່າ ບໍ່​ມີຊຸດ​ໃດ​ທີ່​ລາຄາ 20 ດອລລ່າ ດອກ​ຢູ່​ນີ່. ນີ້​ແມ່ນ​ຮ້ານ​ເສື້ອ​ຜ້າ​ງາມໆ.

K: Oh … well, can you recommend a store near here where I could find some really good bargains? ​ໂອ່... ຄັນ​ຊັ້ນ ​ເຈົ້າ​ຈະ​ແນະ​ນໍາ​ຮ້ານຢູ່​ໃກ້ໆ​ນີ້​ໃຫ້ໄດ້​ບໍ່ ບ່ອນ​ທີ່​ຂ້ອຍ​ສາມ​າດຊື້​ເຄື່ອງ​ລາຄາ​ຖືກໆ​ໄດ້?

S: There is a store down the street called Bargain Basement. You could probably find some really cheap clothes there. ມີ​ຢູ່ຮ້ານ​ນຶ່ງ ໄກ​ນີ່​ໄປ​ໜ້ອຍ​ນຶ່ງ ຢູ່ຖະໜົນ​ນີ້​ແຫລະ ຊື່​ຮ້ານ Bargain Basement. ​ເຈົ້າ​ຄົງຈະພົບ​ເສື້ອ​ຜ້າ​ບາງ​ຢ່າງ ທີ່​ລາຄາ​ຖືກໆ​ຢູ່​ຫັ້ນ.

K: Wow, that sounds perfect for my budget. I’ll go try to find her a present there. Thanks! ວ້າວ ຟັງ​ເບິ່ງ ຄື​ຈະ​ເປັນ​ຮ້ານ​ທີ່​ດີ​ອີ​ຫລີ ສໍາລັບ​ງົບປະມານ​ຂອງ​ຂ້ອຍ. ຂ້ອຍ​ຈະ​ລອງ​ໄປ​ຊອກ​ຂອງຂວັນ​ໃຫ້​ແຟນຂ້ອຍ ​ຢູ່​ຫັ້ນ​ເບິ່ງ.

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ ແຫ່ງຊາດລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ຮ່ວມກັບວີໂອເອພາກພາສາລາວ ທີ່​ນະຄອນ ຫລວງ ວໍ​ຊິງ​ຕັນ ດີ​ຊີ ສະຫະລັດ ອາ​ເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.