ບົດຮຽນ Go.English.Me: High School - Part One

ການກ່າຍຄຳຕອບຂໍ້ສອບເສັງ ແມ່ນມີຢ່າງແຜ່ຫລາຍ ຢູ່ໃນອິນເດຍ. ໃນຮູບນີ້ ພວກພໍ່ແມ່ພີ່ນ້ອງ ພາກັນປິ່ນອາຄານ ເອົາຄຳຕອບບົດສອບເສັງ ເຂົ້າມະຫາວິດທະຍາໄລ ໄປໃຫ້ ພວກນັກຮຽນ ທີ່ເມືອງ Hajipur, ໃນລັດ Bihar ທາງພາກຕາເວັນອອກ ອຂງອິນເດຍ, ວັນທີ 18 ມີນາ 2014.

Your browser doesn’t support HTML5

ຮຽນບົດຮຽນ ພາສາອັງກິດ GoEnglish.Me: High School, Part 1

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີບົດ
ຮຽນພາສາອັງກິດ GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາລາວ
ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິບາຍຄໍາສັບ
ແລະສໍານວນ​ຕ່າງໆ.

LESSON ONE: High School: Beginner

MC: ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ GoEnglish.Me ຂອງວີໂອເອພາກພາສາລາວ ແລະສະຖານີວິທະຍຸແຫ່ງຊາດລາວ. ບົດຮຽນທໍາອິດນີ້ ​ມາ​ໃນ​ຫົວ​ຂໍ້ High School ຫລືມັດທະຍົມ ​ຕອນ​ທີໜຶ່ງ. ​ໃນ​ບົດ​ນີ້
Winnie ຫລື Winnifred ຜູ້ດໍາເນີນລາຍການ ກັບ Professor Bowman ອາຈານຄົນ​
ອາ​ເມຣິກັນຂອງນາງ ຈະພາທ່ານໄປຟັງ​ເພື່ອນ​ນັກຮຽນ​ມັດທະຍົມສອງຄົນ ລົມກັນ ຄືນາງ Heather ກັບທ້າວ Jeremy ທີ່​ຮຽນ​ວິຊາ​ເລກ​ນຳ​ກັນ. ​ເຊີນ​ເຂົ້າ​ສູ່​ລາຍການ​ໄດ້​ເລີຍ.

MC: Today we’re going to learn some beginner words for talking about
going to class in high school. ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ​ຮຽນ​ຄຳ​ສັບ​ງ່າຍໆ ຂັ້ນ​ເລີ້ມ​ຕົ້ນ
ທີ່ໃຊ້ ເວລາລົມ​ກັນ ກ່ຽວ​ກັບ​ການ​ໄປ​ຫ້ອງ​ຮຽນ ຢູ່​ໂຮງຮຽນ​ມັດທະຍົມ. Heather and Jeremy are two high school seniors who are in a math class together. Heather ກັບ Jeremy ​ເປັນ​ນັກຮຽນ​ມັດທະຍົມ ​ຊັ້ນປີ 12 ຫລື​ປີ​ສຸດ​ທ້າຍ ທີ່​ເອີ້ນ​ວ່າ seniors s-e-n-i-o-r-s. They arrived at class early on Monday and are chatting before the teacher arrives. ເຂົາ​ເຈົ້າ​ຮຽນ​ວິຊາ​ເລກ ຢູ່​ຫ້ອງ​ດຽວ​ກັນ ​ແລະ
ມາ​ຮອດ​ຫ້ອງ​ຮຽນ​ແຕ່​ເຊົ້າ ໃນ​ມື້​ວັນ​ຈັນ ​ແລະ​ກໍ​ນັ່ງ​ລົມ​ກັນຫລິ້ນ ຫລື chat c-h-a-t ກ່ອນ​ນາຍຄູ​ຈະ​ມາ​ຮອດ. ​

Professor: That’s right Winnie. Say, what do students in my class talk about before I arrive? ແມ່ນແລ້ວ ວິນ​ນີ່. ​ເອີ່ ພວກ​ນັກຮຽນ​ຢູ່​ຫ້ອງ​ຂອງ​ຂ້ອຍ ລົມ​ກັນ​ເລື້ອງ​ຫຍັງ ກ່ອນ​ຂ້ອຍ​ມາ​ຮອດ? ​

MC: Why professor, we talk about how much we love your class … ເອີ
ອາຈານ ພວກ​ເຮົາ​ລົມ​ກັນ​ວ່າ ພວກ​ເຮົາ​ມັກ​ຫ້ອງ​ຮຽນ​ຂອງ​ອາຈານ​ຫລາຍ ​and how we would love it even more if you didn’t give us any homework! ແລະ​ກໍ​ຈະ​ມັກ​ຫລ້າຍ​ຂຶ້ນ ຖ້າ​ຫາກ​ອາຈານ​ບໍ່​ເອົາ​ວຽກບ້ານ​ ໃຫ້​ພວກເຮົາ! ​

Professor: Really? Well, it’s better to be feared than loved! ແມ່ນ​ແທ້​ວະ? ຄວາມ​ຈິງ ມີ​ຄົນ​ຢ້ານ ກໍ​ດີ​ກ່ວາ​ມີ​ຄົນ​ຮັກ.

MC: Let’s see what Heather and Jeremy are chatting about. ​ໄປ​ຟັງ​ເບິ່ງ​ວ່າ Heather ກັບ Jeremy ລົມ​ກັນ​ ​ເລື້ອງ​ຫຍັງ.

Jeremy: Hi Heather. Did you have a nice weekend?

Heather: Hi Jeremy. Yes, I had a really great weekend. How was your weekend?

Jeremy: It was great! I got to have fun on Saturday and Sunday because we didn’t have any homework.

Heather: Yes we did! We had to read our math textbook and do some math problems. Did you forget?

Jeremy: Oh no, I forgot to do the homework! I hope there isn’t a pop quiz.

MC: Well Jeremy had a great relaxing weekend, ​ເອີ່ Jeremy ​ໄດ້ມີ​ທ້າຍ​ອາທິດ​ທີ່​ດີ ທີ່​ລາວ​ໄດ້​ພັກ​ຜ່ອນ​ຢ່ອນໃຈ ​but it looks like his week at school isn’t going to turn out so well ແຕ່​ເບິ່ງ​ຄື​ວ່າ ອາທິດ​ນີ້​ຂອງ​ລາວ ຢູ່​ໂຮງຮຽນຈະ​ບໍ່​ດີ​ ຄື​ກັບທ້າຍອາທິດ. He says he forgot to do his homework ລາວ​ເວົ້າ​ວ່າ ລາວ​ລືມ​ເຮັດ homework h-o-m-e-w-o-r-k ຫລື​ວຽກບ້ານ ​ຂອງ​ລາວ. ​

Professor: That’s right Winnie. And what was the homework? ແມ່ນ​ແລ້ວ
ວິນ​ນີ່. ​ແລະ​ແມ່ນ​ຫຍັງ ຄື​ວຽກບ້ານ​ຂອງ​ລາວ?

MC: Heather says the homework was to read the math textbook and do some problems. Heather ​ເວົ້າ​ວ່າ ວຽກບ້ານ​ແມ່ນ​ໃຫ້​ອ່ານ​ຕຳລາ​ເລກ ​ແລະໄລ່ບັນຫາ​ບາງ​ຢ່າງ. Jeremy also says he hopes that there isn’t a “pop quiz.” Jeremy ​ກໍ​ເວົ້າ​ວ່າ ລາວ​ຫວັງ​ວ່າ ຄົງ​ຈະ​ບໍ່​ມີ “pop quiz.” Professor, I know what a “quiz” is. But what is a “pop quiz”? ອາຈານ ຂ້ອຍ​ຮູ້​ວ່າ a “quiz” ​ແມ່ນ​ຫຍັງ ​ແຕ່​ວ່າ a “pop quiz” ​ໝາຍ​ເຖິງ​ຫຍັງ?

Professor: A pop quiz is a quiz that the teacher did not tell you about beforehand. A “pop quiz” ​ແມ່ນ ການ​ສອບ ທີ່​ນາຍຄູ​ບໍ່​ບອກ​ລ່ວງ​ໜ້າ.

MC: Oh... before ກ່ອນ ກັບ hand ມື ຂຽນ​ຕິດ​ກັນ​ເປັນ beforehand ​ແປ​ວ່າ ລ່ວງ​ໜ້າ. And a “pop quiz” is a quiz that pops up and surprises you ​ແລະ “pop quiz” ກໍ​ຄື​ການ​ສອບ ທີ່​ໂຜ່​ຂຶ້ນ​ມາ​ ແລະ​ເຮັດ​ໃຫ້​ເຈົ້າ​ປະຫລາດ​ໃຈ. Yeah, Jeremy is definitely in deep trouble if the teacher gives them a pop quiz. ​ແມ່ນ​ແລ້ວ Jeremy ຈະ​ມີ​ບັນຫາ​ໜັກ​ຢ່າງ​ແນ່ນອນ ຖ້າ​ຫາກ​ນາຍຄູ​ຕັດ​ສິນ​ໃຈ ​ເອົາຂໍ້​ສອບ​ໃຫ້​ເຂົາ​ເຈົ້າເຮັດ ​ໂດຍ​ບໍ່​ບອກ​ລ່ວງ​ໜ້າ. Hmm … I wonder how fast he can do math problems. ຮຶ່ມ...ຂ້ອຍ​ສົງໄສ​ວ່າ ລາວ​ສາມາດ​ຄິດ​ໄລ່​ເລກໄດ້​ໄວ​ສ່ຳ​ໃດ.

MC: ​ໄປ​ຟັງ​ເຂົາ​ເຈົ້າ​ລົ​ມກັນ​ຕໍ່ ຫລັງ​ຈາກ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້ ພ້ອມ​ກັບ​ຄຳ​ແປ.

Jeremy: Hi Heather. Did you have a nice weekend? ສະບາຍດີ Heather. ​ເປັນ​ແນວ​ໃດ​ ວັນ​ທ້າຍ​ອາທິດ​ຂອງ​ເຈົ້າ ມ່ວນ​ບໍ່?

Heather: Hi Jeremy. Yes, I had a really great weekend. How was your weekend? ສະບາຍດີ Jeremy. ​ເອີ ວັນ​ທ້າຍ​ອາທິດຂອງ​ຂ້ອຍ​ດີ​ຫລາຍ. ​ແລ້ວ​ຂອງ​ເຈົ້າ​ເດ້?

Jeremy: It was great! I got to have fun on Saturday and Sunday because we didn’t have any homework. ດີ​ຫລາຍ! ຂ້ອຍ​ໄດ້​ໄປ​ຫລິ້ນ​ມ່ວນ ມື້​ວັນ​ເສົາ​ກັບ​ວັນ​ອາທິດ ​ເພາະວ່າ​ພວກ​ເຮົາ​ບໍ່​ໄດ້​ມີ​ວຽກບ້ານ​ຫຍັງ.

Heather: Yes we did! ມີ​ຕົ່ວ! ພວກ​ເຮົາ​ຕ້ອງ​ໄດ້​ອ່ານ​ຕຳລາ​ເລກ ​ແລະ​ຕ້ອງ​ເຮັດ​ເລກ​ບາງ​ຂໍ້. ​We had to read our math textbook and do some math problems. Did you forget? ເຈົ້າ​ລືມ​ວ່ະ?

Jeremy: Oh no, I forgot to do the homework! I hope there isn’t a pop quiz. ຕາຍ​ແລ້ວ ຂ້ອຍ​ລືມ​ເຮັດ​ວຽກບ້ານ! ຂ້ອຍ​ຫວັງ​ວ່າ ຄົງ​ຈະ​ບໍ່​ມີ pop quiz.

Heather: You didn’t do the homework? Yeah, you will definitely fail if there is a pop quiz. ​

Jeremy: I know! How much time do I have to cram?

Heather: Well, class starts in five minutes. I don’t think that’s enough time.

Jeremy: You’re right. Can I just copy your answers?

MC: Well this Heather certainly sounds like a supportive friend. ເອີ່...ຟັງ​ເບິ່ງ​ແລ້ວ ນາງ Heather ຄົນ​ນີ້ ຄື​ເປັນ​ຄົນທີ່​ສະໜັບສະໜຸນ​ໝູ່ອີ່ຫລີ່ເນາະ. She says that if the teacher gives them a pop quiz, Jeremy is definitely going to fail. ​ນາງ​ເວົ້າ​ວ່າ ຖ້າ​ຫາກ​ນາຍຄູ​ເອົາ​ຂໍ້​ສອບ​ໃຫ້​ເຮັດ ​ໂດຍ​ທີ່​ບໍ່ໄດ້ບອກ​ລ່ວງ​ໜ້າ Jeremy ກໍ​ແມ່ນ​ຈະສອບ​ຕົກ​ຢ່າງ​ແນ່ນ​ອນ fail f-a-i-l ​ໃນ​ກໍລະ​ນີນີ້ ​ແປ​ວ່າ ສອບ​ຕົກ ​ແມ່ນ​ບໍ່​ອາ​ຈານ? ​

Professor: That’s right. So what does Jeremy ask Heather? ແມ່ນ​ແລ້ວ. ​ເອົ໋າ ​ແລ້ວ ​ເຈ​ເຣີມີ ຖາມ​ຫຍັງ ​ແຮ​ເທີ?

MC: Hmm … I’m not so sure about that part. ຮຶ່ມ... ຂ້ອຍບໍ່ແນ່​ໃຈ​ປານ​ໃດ ກ່ຽວ​ກັບ​ຕອນ​ນີ້. He asks her how much time he has to “cram.” What does that mean? ລາວ​ຖາມ​ນາງ​ວ່າ ລາວ​ມີ​ເວລາ​ຫລາຍ​ປານ​ໃດ ທີ່​ຈະ “cram”? ມັນ​ແປ​ວ່າ​ຫຍັງ?

Professor: “Cramming” is studying a lot of information in a short time. “Cramming” ​ແປ​ວ່າ ຂຸ້ນຂ້ຽວ​ຮຽນ ​ແລະສຶກສາ​ຂໍ້​ມູນຢ່າງ​ຫລວງຫລາຍ ​ໃນ​ເວລາ​ອັນ​ສັ້ນໆ.

MC: It’s from the verb to “cram” c-r-a-m, right? ມາ​ຈາກ​ຄຳ​ກິລິຍາ to “cram” c-r-a-m ​ແມ່ນ​ບໍ່?

Professor: Exactly. For example, “It’s best to start studying for the test early so that you don’t have to cram the night before.” ຖືກຕ້ອງ. ​ໂຕ​ຢ່າງ ປະ​ໂຫຍ​ກນີ້: “It’s best to start studying for the test early so that you don’t have to cram the night before.” ​ແປ​ວ່າ “ມັນ​ເປັນ​ການ​ດີ​ທີ່​ສຸດ ທີ່​ຈະ​ເລີ້ມ​ຮຽນແຕ່​ຫົວທີ ສຳ​ຫລັບ​ກຽມ​ສອບ ​ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ຕ້ອງ​ໄດ້ ຂຸ້ນຂ້ຽວ​ຮຽນ​ໃນ​ມື້​ຄືນ​ກ່ອນ.”

MC: Oh I understand now. ​ໂອ ​ເຂົ້າ​ໃຈ​ແລ້ວ. ​ເອົ໋າ ບັດ​ນີ້ ​ໄປ​ຟັງ​ຄຳ​ແປ​ຂອງ​ບົດ​ສົນທະນາ​ມື້​ກີ້​ກ່ອນ ​ແລ້ວ​ຈຶ່ງ​ຟັງ Jeremy ກັບ Heather ລົມ​ກັນ​ຕໍ່.

Heather: You didn’t do the homework? Yeah, you will definitely fail if there is a pop quiz. ​ເຈົ້າ​ບໍ່​ໄດ້​ເຮັດ​ການບ້ານ​ນ່ະ? ​ເອີ...​ເຈົ້າ​ຈະ​ຕົກ​ຢ່າງ​ແນ່ນອນ​ແຫລະ ຖ້າ​ຫາກ​ວ່າ ມີ pop quiz.

Jeremy: I know! How much time do I have to cram? ຂ້ອຍ​ຮູ້! ຂ້ອຍ​ມີ​ເວລາ​ຫລາຍ​ປານ​ໃດ ​ເພື່ອ​ຈະ​ຂ້ຽວ​ຮຽນ?

Heather: Well, class starts in five minutes. I don’t think that’s enough time. ​ເອີ່ ຈະ​ເລີ້ມ​ຮຽນ​ໃນ​ອີກ ຫ້າ​ນາທີ​ແລ້ວ. ຂ້ອຍ​ຄິດ​ວ່າ ​ເຈົ້າ​ຄົງ​ບໍ່​ມີ​ເວລາ​ພໍ​ດອກ.

Jeremy: You’re right. Can I just copy your answers? ​ແມ່ນ​ຄວາມ​ເຈົ້າ. ຂ້ອຍ​ກ່າຍຄຳ​ຕອບ​ເຈົ້າ ​ໄດ້​ບໍ່​ຊັ້ນ​ນ່ະ?

Heather: You want me to give you the answers? I think that’s cheating.

Jeremy: Cheating? Of course not. Just pretend you are my tutor.

Heather: I don’t know, Jeremy. I worked hard to do those problems. Why should I just give you the answers?

Jeremy: Because if you do, I will invite you to my party this weekend.

MC: It sounds like Heather is a lot more responsible than Jeremy. ຟັງ​ເບິ່ງ​ແລ້ວ Heather ຄື​ເປັນ​ຄົນ​ທີ່​ມີ​ຄວາມ​ຮັບຜິດຊອບຫລາຍ​ກ່ວາ Jeremy ​ເນາະ. He asked her to just tell him what the answers are, ລາວ​ຂໍ​ໃຫ້​ນາງ​ ພຽງ​ແຕ່ບອກ​ຄຳ​ຕອບ​ໃຫ້​ລາວ but she says that sounds like “cheating.” ​ແຕ່​ນາງ​ເວົ້າວ່າ ຟັງ​ແລ້ວ ຄື​ເປັນ​ການກ່າຍ​ກັນ cheating c-h-e-a-t-i-n-g ມາ​ຈາກ​ຄຳ​ກິລິຍາ to cheat ທີ່​ແປ​ວ່າ ​ໂກງ ຫລື ຂີ້ລັກ.

Professor: That’s right, Winnie. What does Jeremy say? ​ແມ່ນ​ແລ້ວ. ວິນ​ນີ່ ​ເຈ​ເຣີມີ ​ເວົ້າ​ວ່າ ​ແນວ​ໃດ​ເກາະ?

MC: Jeremy says she should just think of herself as his “tutor.” ​ເຈ​ເຣີມີ​ເວົ້າ​ວ່າ ລາວຄວນ​ຈະ​ຄິດ​ວ່າ ລາວ​ເປັນ​ພຽງ “tutor” ຫລືຄູ​ສອນ​ພິ​ເສດ ຂອງ​ລາວ​ເທົ່າ​ນັ້ນ. Professor, I’ve also heard the word “tutor” used as a verb. Is that right? ອາຈານ ຂ້ອຍ​ໄດ້​ຍິນ ຄຳ​ສັບ “tutor” ​ໃຊ້​ເປັນ​ຄຳ​ກິລິຍາ​ ໄດ້ຄື​ກັນ ​ແມ່ນ​ບໍ່?

Professor: Yes. For example, if you aren’t good at math, you should find someone to tutor you in math. ​ແມ່ນ​ແລ້ວ. ​ໂຕ​ຢ່າງ ຖ້າ​ເຈົ້າ​ບໍ່​ເກ່ງ​ວິຊາ​ເລກ ​ເຈົ້າ​ກໍ​ຄວນ​ຈະ​ຊອກ​ເອົາ​ຜູ້ໃຜ​ຜູ້​ນຶ່ງ ມາ​ສອນ​ວິຊາ​ເລກ ​ພິ​ເສດ​ໃຫ້​ເຈົ້າ.

MC: I see. ​ໂອ ​ເຂົ້າ​ໃຈ​ແລ້ວ. Well, even though Heather thinks giving Jeremy the answers is cheating, he suggests a trade. ​ແຕ່​ວ່າ ​ເຖິງ​ແມ່ນ ແຮ​ເທີ​ຈະ​ຄິດ​ວ່າ ​ເອົາ​ຄຳ​ຕອບຂໍ້​ສອບ​ໃຫ້ເຈ​ເຣີມີ​ ເປັນ​ການ​ກ່າຍ​ກັນ​ກໍ​ຕາມ ລາວ​ກໍ​ຍັງ​ສະ​ເໜີ​ຂໍ້​ແລກປ່ຽນ If she helps him, he will invite her to his party this weekend. ຖ້າ​ແຮ​ເທີ​ຊ່ວຍ​ລາວ ລາວ​ກໍ​ຈະ​ເຊີນ​ແຮ​ເທີ​ໄປ​ງານ​ພາ​ຕີ້​ລາວ ທ້າຍ​ອາທິດ​ນີ້. I can’t imagine responsible Heather will accept that bribe. ຂະ​ນ້ອຍ​ຄິດ​ບໍ່​ອອກ​ວ່າ ​ແຮເທີ ທີ່​ມີ​ຄວາມ​ຮັບຜິດຊອບ ຈະ​ຮັບ​ເອົາ​ສິນ​ບົນ​ອັນ​ນັ້ນ. ບັດ​ນີ້ ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ອີກ​ກ່ອນ ພ້ອມ​ກັບ​ຄຳ​ແປ:

Heather: You want me to give you the answers? I think that’s cheating. ​ເຈົ້າ​ຢາກ​ໃຫ້​ຂ້ອຍ​ບອກ​ຄຳ​ຕອບ​ເຈົ້າ? ຂ້ອຍ​ຄິດ​ວ່າ ນັ້ນ​ມັນ​ແມ່ນ​ການ​ກ່າຍ​ກັນ.

Jeremy: Cheating? Of course not. Just pretend you are my tutor. ກ່າຍ​ກັນ? ບໍ່​ແມ່ນ ​ແນ່ນອນ. ທຳທ່າ​ວ່າ ​ເຈົ້າ​ເປັນ​ຄູ​ສອນ​ພິ​ເສດ​ຂ້ອຍ ​ກໍ​ໄດ້.

Heather: I don’t know, Jeremy. I worked hard to do those problems. Why should I just give you the answers? ຂ້ອຍບໍ່​ຮູ້​ເດີ້ ​ເຈ​ເຣີມີ. ຂ້ອຍ​ໄດ້​ຮຽນ​ໜັກ ​ເພື່ອ​ເຮັດ​ບັນຫາ​ເລກ​ເຫລົ່າ​ນັ້ນ. ​ເປັນ​ຫຍັງຂ້ອຍ​ຈຶ່ງ​ຄວນ​ເອົາ​ຄຳ​ຕອບ​ໃຫ້​ເຈົ້າ ງ່າຍໆ​ແບບ​ນັ້ນ.

Jeremy: Because if you do, I will invite you to my party this weekend. ​ເພາະ​ວ່າ ຖ້າ​ເຈົ້າ​ເອົາ​ໃຫ້​ຂ້ອຍ ຂ້ອຍ​ຈະ​ເຊີນ​ເຈົ້າ​ໄປ​ງານ​ພາ​ຕີ້​ຂອງ​ຂ້ອຍ ​ໃນ​ທ້າຍ​ອາທິດ​ນີ້.

Heather: Really? You will invite me to your party this weekend?

Jeremy: Yes. All the coolest people come to my parties.

Heather: I know! They sound like a lot of fun.

Jeremy: So, will you help me?

Heather: Well … OK. But change one or two of the answers so we don’t turn in the same homework.

Jeremy: Great!

MC: What? That’s terrible. Heather is sacrificing her morals just to go to a cool party. ​ແມ່ນ​ຫຍັງ​ເກາ​ະ? ຂີ້ຮ້າຍ​ຫລາຍ​ຫັ້ນ​ນ່ະ. ​ແຮ​ເທີ ຍອມ​ສະລະ​ສິນລະ​ທຳ​ຂອງ​ລາວ her morals m-o-r-a-l-s ພຽງ​ເພື່ອໃຫ້​ໄດ້​ໄປພາ​ຕີ້​ມ່ວນໆ ​ເທົ່າ​ນັ້ນ. ​

Professor: That’s right. But what does she tell Jeremy he has to do? ແມ່ນ​ແລ້ວ. ​ແຕ່​ວ່າ ລາວ​ບອກ​ເຈ​ເຣີມີ ວ່າ​ ເຈ​ເຣີມີ​ຕ້ອງ​ໄດ້​ເຮັດ​ຫຍັງ​ເກາະ?

MC: She tells him he has to change one or two of the answers so that they don’t “turn in” the same homework ລາວ​ບອກ​ເຈ​ເຣີມີ​ວ່າ ລາວ​ຕ້ອງ​ໄດ້​ປ່ຽນ​ຄຳ​ຕອບ ນຶ່ງ​ຫລື​ສອງ​ອັນ ​ເພື່ອ​ວ່າການ​ບ້ານ​ທີ່​ເຂົາ​ເຈົ້າ​ເອົາ​ໄປ​ສົ່ງ​ນາຍຄູ​ນັ້ນ ຈະ​ບໍ່​ແມ່ນ​ອັນ​ດຽວ​ກັນ and alert the teacher to the fact that they cheated ​ແລະ​ບອກໃຫ້​ນາຍ​ຄູ​ຮູ້​ວ່າ ພວກ​ເຂົາ​ເຈົ້າ​ກ່າຍ​ກັນ. All I can say is, this had better be the coolest party in the world. ຂ້ອຍ​ເວົ້າ​ໄດ້​ແຕ່​ພຽງ​ວ່າ ງານ​ພາ​ຕີ້​ຂອງ​ເຈ​ເຣີມີ ຕ້ອງ​ເປັນ​ງານ​ທີ່​ມ່ວນ​ທີ່​ສຸດ​ໃນ​ໂລກ ຖ້າ​ບໍ່​ດັ່ງ​ນັ້ນ...

Professor: Let’s listen next time to find out! ລໍຖ້າ​ຟັງ​ກັນ ​ໃນ​ບົດຮຽນ​ໜ້າ.

​ MC: ແຕ່​ກ່ອນ​ຈາກ​ກັນ​ ​ເຮົາ​ຈະໃຫ້​ທ່ານ​ໄດ້​ຟັງ​ບົດ​ສົນທະນາ​ມື້​ກີ້ ພ້ອມ​ກັບ​ຄຳ​ແປ:

Heather: Really? You will invite me to your party this weekend? ອີ​ຫລີ່​ວະ? ​ເຈົ້າ​ຈະ​ເຊີນ​ຂ້ອຍ​ໄປ​ງານ​ພາ​ຕີ້​ຂອງ​ເຈົ້າ ສຸດ​ສັບປະດາ​ນີ້.

Jeremy: Yes. All the coolest people come to my parties. ອີ​ຫລີ່. ມີ​ແຕ່​ຄົນ​ ມັກ​ມ່ວນ ມາ​ພາ​ຕີ້​ຂອງ​ຂ້ອຍ.

Heather: I know! They sound like a lot of fun. ຂ້ອຍ​ຮູ້! ຄືຊິ​ເປັນຕາ​ມ່ວນ​ຫລາຍ.

Jeremy: So, will you help me? ຄັນ​ຊັ້ນ ​ເຈົ້າ​ຈະ​ຊ່ວຍ​ຂ້ອຍ​ບໍ່?

Heather: Well … OK. But change one or two of the answers so we don’t turn in the same homework. ​ເອີ ​ເອີ​.... ຕົກລົງ. ​ແຕ່​ວ່າ ປ່ຽນ​ຄຳ​ຕອບ​ຈັກ​ອັນ​ສອງອັນ​ເດີ້ ​ເພື່ອ​ວ່າການ​ບ້ານ​ທີ່​ເຮົາ​ສົ່ງ​ອາຈານ ຈະ​ບໍ່​ແມ່ນ​ອັນ​ດຽວ​ກັນ.

Jeremy: Great! ດີ​ຫລາຍ ຊັ້ນ​ນະ!

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ
ແຫ່ງຊາດລາວ ຮ່ວມກັບວີໂອເອ ພາກພາສາລາວ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້
ເປັນປະຈໍາ. ໂປດຕິຕຕາມຮຽນ ບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆທ່ານ ທີ່ຕິດຕາມຟັງ. ສະບາຍດີ.