ແກັ່ງຕ່າງໆໃນປະເທດ ເຮຕີ ໄດ້ຮັບການສະໜັບສະໜູນດ້ານການເງິນໂດຍນັກການເມືອງທີ່ມີອຳ ນາດ ແລະ ພັນທະມິດຂອງພວກເຂົາ ແລະ ປະຊາຊົນ ເຮຕີ ຫຼາຍຄົນຢ້ານວ່າຜູ້ສະໜັບສະໜູນທີ່ວ່ານັ້ນອາດຈະສູນເສຍການຄວບຄຸມ ກຸ່ມຕິດອາວຸດທີ່ມີອຳນາດຍິ່ງຂຶ້ນນັ້ນ ຜູ້ທີ່ໄດ້ທຳການຂັບໄລ່ປະ ຊາຊົນຫຼາຍພັນຄົນອອກຈາກບ້ານຂອງເຂົາເຈົ້າ ໃນຂະນະທີ່ພວກເຂົາຕໍ່ສູ້ຍາດເອົາເຂດແດນ, ເຂັ່ນຂ້າພົນລະເຮືອນ ແລະ ບຸກໂຈມຕີຄັງອາຫານ.
ການເພີ່ມຂຶ້ນໃນຄວາມຮຸນແຮງຂອງແກັ່ງຕ່າງໆໄດ້ເປັນໄພຂົ່ມຂູ່ທີ່ຈະສ້າງຄວາມສັບສົນ ແລະ ຮຸນ ແຮງຂຶ້ນ ຍ້ອນຄວາມພະຍາຍາມທາງການເມືອງທີ່ຈະຟື້ນຕົວຈາກການສັງຫານປະທານາທິບໍດີ ໂຈເວີແນລ ມວາເຊ ຢ່າງບໍ່ມີຄວາມຮູ້ສຶກຢ້ານກົວນັ້ນ. ລັດຖະບານຂອງ ເຮຕີ ແມ່ນສັບສົນ: ບໍ່ມີສະພາແຫ່ງຊາດ, ບໍ່ມີປະທານາທິບໍດີ, ມີຄວາມຂັດແຍ້ງວ່າແມ່ນໃຜເປັນນາຍົກລັດຖະມົນຕີ, ແລະ ກອງກຳລັງຕຳຫຼວດທີ່ອ່ອນແອ. ແຕ່ແກັ່ງຕ່າງໆແມ່ນເບິ່ງຄືວ່າຈະມີລະບົບການຈັດຕັ້ງ ແລະ ອຳ ນາດຫຼາຍກວ່າແຕ່ກ່ອນ.
ໃນຂະນະທີ່ຄວາມຮຸນແຮງໄດ້ເປັນຈຸດສູນກາງຢູ່ໃນນະຄອນຫຼວງ ປອກ ໂອ-ແປຣັງ ນັ້ນ, ມັນໄດ້ສົ່ງຜົນກະທົບຕໍ່ຊີວິດຂອງປະຊາຊົນໃນທົ່ວ ເຮຕີ, ເຮັດໃຫ້ເສດຖະກິດທີ່ແຕກຫັກໄດ້ງ່າຍເປັນອຳມະພາດ, ໂຮງຮຽນຖືກປິດ, ຕຳຫຼວດຖືກຄອບງຳ ແລະ ລົບກວນຄວາມພະຍາຍາມທີ່ຈະຕໍ່ສູ້ກັບໂຣກລະບາດ COVID-19.
ກອງປະຊຸມສາສະໜາຂອງ ເຮຕີ ໄດ້ກ່າວໃນຖະແຫຼງການເມື່ອບໍ່ດົນມານີ້ ກ່ຽວກັບ ອາຊະຍະກຳຄວາມຮຸນແຮງທີ່ກຳລັງເພີ່ມຂຶ້ນວ່າ “ປະເທດແມ່ນໄດ້ຫັນປ່ຽນໄປເປັນທະເລຊາຍທີ່ກວ້າງໃຫຍ່ ບ່ອນທີ່ສັດປ່າຄວບຄຸມພວກເຮົາ. ພວກເຮົາແມ່ນອົບພະຍົບ ແລະ ຄົນພັດຖິ່ນໃນປະເທດຂອງພວກເຮົາເອງ.”
ແກັ່ງຕ່າງໆເມື່ອບໍ່ດົນມານີ້ໄດ້ລັກເປົານໍ້າຕານ, ເຂົ້າ ແລະ ແປ້ງຫຼາຍພັນຖົງ ແລະ ໄດ້ປຸ້ນສະດົມ ແລະ ຈູດເຮືອນຫຼາຍຫຼັງໃນນະຄອນຫຼວງ. ເຊິ່ງນັ້ນໄດ້ເຮັດໃຫ້ປະຊາຊົນຫຼາຍພັນຄົນຕ້ອງຊອກຫາທີ່ຫຼົບລີ້ອາໄສຢູ່ໃນໂບດ, ເດິ່ນກາງແຈ້ງ ແລະ ໂຮງກິລາຂະໜາດໃຫຍ່, ບ່ອນທີ່ລັດຖະບານ ແລະ ຜູ້ບໍລິຈາກສາກົນກຳລັງດີ້ນຮົນທີ່ຈະລ້ຽງເຂົາເຈົ້າ ແລະ ຊອກຫາເຮືອນຖາວອນໃຫ້ເຂົາເຈົ້າ.
ພວກຄົນທີ່ວ່ານັ້ນລວມມີຄົນພິການຫຼາຍສິບຄົນ ຜູ້ທີ່ໄດ້ຫຼົບໜີໃນເດືອນທີ່ຜ່ານມາເວລາທີ່ແກັ່ງຕ່າງໆໄດ້ຈູດສະຖານທີ່ພັກບ່ອນທີ່ເຂົາເຈົ້າໄດ້ອາໄສຢູ່ ຫຼັງຈາກເຫດແຜ່ນດິນໄຫວຄັ້ງຫາຍະນະໃນປີ 2010.