ອີຕາລີຮັບຮອງເອົາ ການຕັດງົບປະມານລົງ ຢ່າງຫລວງຫລາຍ.

  • ສິງ ບູຣົມມະວົງ

ທ່ານ Gregory Rowe ແລະນາງ Jennifer Klesaris ເຮັດວຽກ ຢູ່ໃນຕະຫຼາດຮຸ້ນໃນນະຄອນນີວຢອກ ວັນທີ 12 ສິງຫາ 2011

ລັດຖະບານ​ອີ​ຕາ​ລີ​ໄດ້​ຮັບຮອງ​ເອົາ​ການ​ຕັດ​ງົບປະມານ​ລົງ​ຢ່າງ​ຫລວງຫລາຍ​ທີ່ຮຽກຮ້ອງ​ໂດຍ​ທະນາຄານ​ແຫ່ງ​ຊາດ​ຂອງ​ສະຫະພາບຢູ​ໂຣບ ​ເຖິງແມ່ນ​ມີ​ການ​ຄັດຄ້ານ​ຈາກ​ພາກ​ພື້ນ​ຕໍ່​ການ​ເຄື່ອນ​ໄຫວ​ທີ່ວ່າ​ນີ້​ກໍ​ຕາມ.

ບັນດາ​ເຈົ້າ​ໜ້າ​ທີ່​ອີ​ຕາ​ລີ​ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ການ​ເອົາ​ມາດ​ຕະການ​ປະຢັດ​ມັດທະຍັດນີ້
ແມ່ນຮວມທັງ​ການ​ຕັດ​ຄ່າ​ໃຊ້​ຈ່າຍ​ລົງ 28 ຕື້ໂດ​ລາ​ໃນ​ປີໜ້າ​ແລະ 35 ຕື້​ໂດ​ລາ​ໃນ​ປີ 2013.
ບັນດາ​ຜູ້​ນໍາ​ໃນ​ພາກພື້ນ​ກ່າວ​ວ່າ ​ແຜນການ​ດັ່ງກ່າວ​ຈະ​ສ້າງ​ຄວາມ​ເຈັບ​ປວດ​ໃຫ້​ແກ່​ພວກ​ຄົນ
ທຸກ​ຍາກ.

ໂຄງການ​ດັ່ງກ່າວ​ມີ​ວັດຖຸ​ປະສົງ ​ເພື່ອ​ເຮັດ​ໃຫ້​ງົບປະມານ​ຂອງ​ອີ​ຕາ​ລີມີຄວາມດຸນ​ດ່ຽງພາຍ​
ໃນ​ປີ 2013 ຕາມ​ທີ່ະນາຄານ​ແຫ່ງ​ຊາດ​ຂອງ​ສະຫະພາບຢູ​ໂຣບຕ້ອງການ ​ເພື່ອ​ສະໜັບສະ
ໜຸນ​ພັນທະບັດ​ຂອງ​ອີ​ຕາ​ລີ​ນັ້ນ.

ອັດຕາ​ດອກ​ເບ້ຍ​ພັນທະບັດ​ເຫລົ່າ​ນີ້​ໄດ້​ຖີບ​ໂຕ​ສູງ​ຂຶ້ນ ​ໃນ​ສັບປະດາ​ແລ້ວ​ນີ້.

ໃນ​ຂະນະ​ດຽວ​ກັນ​ດັດຊະນີ​ຫຸ້ນ​ໃນ​ຕະຫຼາດ​ຢູ​ໂຣບ​ໄດ້​ຖີບ​ໂຕ​ສູງ​ຂຶ້ນ​ໃນ​ວັນ​ສຸກ​ວານ​ນີ້ ​ເປັນ​ມື້
​ທີ​ສອງ​ລຽນຕິດ ຊຶ່ງ​ລາຄາ​ຫຸ້ນ​ໃນ​ຕະຫຼາດ​ທີ່ສໍາຄັນໃນ​ອັງກິດ ຝຣັ່ງ ​ແລະ​ເຢຍຣະມັນ​ ສູງ​ຂຶ້ນ
ຫລາຍກວ່າ 3 ​ເປີ​ເຊັນ.

ລາຄາ​ຕະຫຼາດ​ຫຸ້ນ​ໃນ​ສະຫະລັດ​ກໍ​ສູງ​ຂຶ້ນ​ໃນ​ວັນ​ສຸກ​ວານ​ນີ້ ຫລັງ​ຈາກປະ​ສົບກັບ​ລາຄາ​ບໍ່​ທຸ່ນ
ທ່ຽງ​ໃນ​ສັບປະດາ​ຜ່ານ​ມາໃນ​ຕະຫຼາດໂລກ​ນັ້ນ. ສ່ວນ​ດັດ​ຊະນິຫຸ້ນ​ໃນ​ຕະຫຼາດ​ເອ​ເຊຍແມ່ນ
ມີ​ທັງ​ຂຶ້ນ​ແລະ​ລົງ ​ເວລາຕະຫຼາດ​ອັດ​.