ກຸ່ມພັນທະມິດຂອງໂລກ ຮຽກຮ້ອງ ໃຫ້ກວດກາ ຈີນ ຫຼາຍຂຶ້ນກວ່າເກົ່າ ກ່ຽວກັບ ເລື້ອງສິດທິມະນຸດ

ພວກຊາວວີເກີມຸສລິມຂອງຈີນ ທີ່ເຂົ້າຮ່ວມໃນການປະທ້ວງຕໍ່ຕ້ານຈີນ ໃນລະຫວ່າງກອງປະຊຸມສຸດຍອດ ບັນດາຜູ້ນຳ ຂອງກຸ່ມ G20 ໃນນະຄອນໂອຊາກາ ຂອງຍີ່ປຸ່ນ, ວັນທີ 28 ມິຖຸນາ 2019.

ກຸ່ມພັນທະມິດຂອງໂລກ ທີ່ປະກອບດ້ວຍກຸ່ມສັງຄົມພົນລະເຮືອນ 321 ກຸ່ມ ຈາກ 60 ປະເທດ ກໍາລັງຮຽກຮ້ອງໃຫ້ຈີນ ປະເຊີນກັບການກວດສອບຫຼາຍຂຶ້ນກວ່າເກົ່າ ສໍາລັບການກ່າວຫາລ່ວງລະ ເມີດສິດທິມະນຸດຢ່າງຮ້າຍແຮງແລະເປັນລະບົບຂອງເຂົາເຈົ້ານັ້ນ. ກຸ່ມພັນທະມິດດັ່ງກ່າວ ວາງແຜນທີ່ຈະຮຽກຮ້ອງໃຫ້ສິ້ນສຸດການລຍົກເວັ້ນໂທດຂອງຈີນ ຢູ່ທີ່ສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ໃນລະຫວ່າງກອງປະຊຸມຂອງສະພາດັ່ງກ່າວໃນອາທິດໜ້ານີ້. ລີຊາ ສໄລນ໌ ມີລາຍງານຈາກນະຄອນເຈນີວາ ໃຫ້ວີໂອເອ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ກຸ່ມພັນທະມິດຂອງໂລກ ຮຽກຮ້ອງ ໃຫ້ກວດກາ ຈີນ ຫຼາຍຂຶ້ນກວ່າເກົ່າ ກ່ຽວກັບເລື້ອງສິດທິມະນຸດ

ກຸ່ມພັນທະມິດຂອງໂລກ ໄດ້ສົ່ງຈົດໝາຍເປີດຊອງໄປເຖິງເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະຂ້າຫຼວງໃຫຍ່ເພື່ອສິດທິມະນຸດຂອງສະຫະປະຊາຊາດ ໂດຍແຈ້ງໃຫ້ຊາບເຖິງຄວາມເປັນຫ່ວງຂອງຕົນກ່ຽວກັບປະຫວັດໃນດ້ານສິດທິມະນຸດຂອງຈີນ. ບັນດາຜູ້ລົງນາມທັງຫຼາຍ ໄດ້ເນັ້ນໜັກເຖິງຄວາມຈຳເປັນເພື່ອແກ້ໄຂສິ່ງທີ່ພວກເຂົາເຈົ້າເອີ້ນວ່າ ການລະເມີດສິດທິມະນຸດໃນທົ່ວປະເທດຈີນຢ່າງແຜ່ຫຼາຍ ຮວມທັງໃນຮົງກົງ, ຕິເບດ ແລະ ແຂວງຊິນຈຽງທາງພາກຕາເວັນຕົກສຽງເໜືອຂອງປະເທດ.

ຜູ້ອຳນວຍການອົງການສິດທິມະນຸດ Human Rights Watch ປະຈໍາຈີນ ທ່ານນາງໂຊຟີ
ຣິດຊາດສັນ ກ່າວວ່າ ການລະເມີດຢ່າງມະຫາສານທີ່ໄດ້ກະທຳລົງໄປຢູ່ພາຍໃນຈີນ ແລະຢູ່ນອກປະເທດ ສົມຄວນໄດ້ຮັບການຕອບໂຕ້ຂັ້ນພື້ນຖານທີ່ແຕກຕ່າງຈາກສະພາສິດທິມະນຸດຂອງສະຫະປະຊາຊາດ.

ທ່ານນາງຣິດຊາດສັນ ກ່າວວ່າ “ມັນເປັນຊ່ວງເວລາທີ່ລັດຖະບານຂອງຈີນຄອງຄອຍມານານ ແທ້ຈິງແລ້ວຕົນຮູ້ແລ້ວວ່າ ຈະປະເຊີນກັບຜົນທີ່ຕິດຕາມມາສຳລັບສິ່ງຕ່າງໆທີ່ໄດ້ເຮັດເຊັ່ນວ່າ ການຄຸມຂັງປະຊາຊົນຫຼາຍລ້ານຄົນໂດຍປາສະຈາກເຫດຜົນທີ່ຍັງມີຢູ່ຕໍ່ເນື່ອງ ອີງຕາມພື້ນຖານລັກສະນະຊົນເຜົ່າຂອງເຂົາເຈົ້າ ແລະສຳລັບການລະເມີດທີ່ຮ້າຍແຮງອື່ນໆຫຼາຍປະການ.”

ນຶ່ງລ້ານຄົນໂດຍສ່ວນຫຼາຍເປັນຊາວມຸສລິມວີເກີ ມີລາຍງານວ່າ ໄດ້ຖືກຄຸມຂັງຢູ່ໃນອັນທີ່ເອີ້ນວ່າ ສູນສຳມະນາໃນແຂວງຊິນຈຽງ.

ໃນຖະແຫລງການສະບັບນຶ່ງຂອງເຂົາເຈົ້າ ກຸ່ມພັນທະມິດ ຍົກໃຫ້ເຫັນຄວາມພະຍາຍາມຂອງຈີນ ທີ່ຈະບິດເບືອນຂໍ້ບັນຍັດຂອງສະພາສິດທິມະນຸດຂອງສະຫະປະຊາຊາດ. ຖະແຫລງການກ່າວວ່າ ຈີນ ຈະລົງໂທດພວກນັກເຄື່ອນໄຫວ ຜູ້ທີ່ຫາທາງແກ້ໄຂການປາບປາມ. ເຂົາເຈົ້າກ່າວອີກວ່າ ລັດຖະບານໃນປັກກິງ ຄັດຄ້ານຕໍ່ໂຄງການລິເລີ້ມ ເພື່ອກວດສອບເບິ່ງຂໍ້ກ່າວຫາໃນການລະເມີດສິດທິຢ່າງຮ້າຍແຮງຂອງຕົນ ແລະອາຊະຍາກຳຂ້າມຊາດທີ່ໄດ້ດຳເນີນການຢູ່ປະເທດຕ່າງໆໃນທົ່ວໂລກ.

ລັດຖະບານຂອງຈີນ ປະຕິເສດຕໍ່ການປະເມີນຜົນຂອງອົງການສະຫະປະຊາຊາດ ກ່ຽວກັບປະຫວັດດ້ານສິດທິມະນຸດຂອງຕົນນັ້ນ ວ່າເປັນ “ການແຊກແຊງຢ່າງໃຫຍ່ຫຼວງ.”

ຜູ້ອຳນວຍການອົງການສິດທິມະນຸດ Human Rights Watch ປະຈຳເຈນີວາ ທ່ານຈອນ
ພິດເຊີຣ ກ່າວວ່າ ອົງການສະຫະປະຊາດ ຕ້ອງດຳເນີນການຕໍ່ສຽງຮຽກຮ້ອງທັງຫຼາຍທີ່ເພີ້ມຂຶ້ນນັບມື້ ໃຫ້ຈີນຮັບຜິດຊອບສຳລັບການລະເມີດສິດທິຕ່າງໆຂອງຕົນ.

ທ່ານ ພິດເຊີຣ ກ່າວວ່າ “ຂ້າພະເຈົ້າຄຶດວ່າ ສິ່ງທີ່ໂດດເດັ່ນກ່ຽວກັບການຂໍຮ້ອງນີ້ ກໍແມ່ນວ່າ ພວກພະນັກງານອົງການທີ່ບໍ່ຂຶ້ນກັບລັດຖະບານຫຼາຍຄົນຈາກຫຼາຍປະເທດ ບໍ່ພຽງແຕ່ສະແດງອອກເຖິງຄວາມເປັນຫ່ວງໃນການສະກັດກັ້ນສິດທິພາຍໃນເຂດຊາຍແດນຂອງຕົນເອງ ຊຶ່ງເປັນເລື້ອງທີ່ຮ້າຍແຮງຢູ່ແລ້ວ ແລະສົມຄວນຕ້ອງຖືກກວດກາຕາມເງື່ອນໄຂຂອງພວກເຂົາເຈົ້າເອງ ແຕ່ກໍຍັງມີຜົນກະທົບໃນທົ່ວໂລກກ່ຽວກັບການບໍ່ໃຫ້ຄວາມເຄົາລົບຕໍ່ສິດທິມະນຸດຂອງຈີນ.”

ກຸ່ມພັນທະມິດຂອງໂລກ ກຳລັງຮຽກຮ້ອງໃຫ້ຈັດກອງປະຊຸມພິເສດຂອງສະພາສິດທິມະນຸດ ເພື່ອຄົ້ນຄວ້າຫາຂອບເຂດຂອງການລະເມີດທັງຫຼາຍໂດຍລັດຖະບານຂອງຈີນ. ເຂົາເຈົ້າຍັງຮຽກຮ້ອງໃຫ້ສະພາດັ່ງກ່າວ ຈັດຕັ້ງກົນໄກຂອງສະຫະປະຊາດທີ່ເປັນກາງແລະອິດສະຫລະ ເພື່ອຕິດຕາມກວດກາຢ່າງໃກ້ຊິດ ແລະລາຍງານກ່ຽວກັບສະຖານະການດ້ານສິດທິມະນຸດຂອງຈີນໃນແຕ່ລະປີ. ເຂົາເຈົ້າກ່າວວ່າ ສະຫະປະຊາ ຕ້ອງຢືນຢັດວ່າ ລັດຖະບານຈີນ ຈະປະຕິບັດຕາມພັນທະສິດທິມະນຸດສາກົນຂອງຕົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ