ທົ່ວໂລກ ພາກັນໂຈະ ການບິນ ຂອງເຮືອບິນ ໂບອິງ 737 ແມັກສ໌ 8 ຫຼັງຈາກ ໄດ້​ປ​ະ​ສົບ ອຸ​ບັດ​ຕິ​ເຫດ ຕົກ

ເຮືອບິນໂບອິງ 737 Max 8 ຂອງ SilkAir (ດ້ານຫຼັງ) ຈອດຢູ່ເດີ່ນ ຫຼັງຈາກໄດ້ຖືກໂຈະການປະຕິບັດງານໄວ້ ໝົດທຸກລຳ, ຢູ່ທີ່ ສະໜາມບິນ ຈາງອີ (Changi Airport) ໃນສິິງກະໂປ, ວັນທີ 12 ມີນາ 2018.

ອອສເຕຣເລຍ ແລະ ສິງກະໂປ ໄດ້ໂຈະການບິນ ຂອງເຮືອບິນໂດຍສານ ໂບອິ້ງ 737
ແມັກສ໌ 8 ຢູ່ໃນ​ເຂດນ່ານຟ້າຂອງປະເທດດັ່ງກ່າວນັ້ນ ໂດຍ ການເຂົ້າຮ່ວມກັບບັນຊີ ລາຍຊື່ຂອງບັນດາປະເທດຕ່າງໆ ທີ່ເພີ້ມຂຶ້ນເລື້ອຍໆ ໃນການເອົາມາດຕະການປ້ອງ
​ກັນ ທີ່ກ່ຽວຂ້ອງ ກັບບັນຫາຂອງເຮືອບິນດັ່ງກ່າວ ຫຼັງຈາກທີ່ມັນໄດ້ຕົກເປັນຄັ້ງທີສອງ
ຢ່າງຮ້າຍແຮງ ພາຍໃນໄລຍະ 5 ເດືອນ.

ສາຍການບິນຕ່າງໆ ໃນທົ່ວໂລກ ທີ່ປະກອບດ້ວຍ ຈີນ ອິນໂດເນເຊຍ ບຣາຊີລ ແລະ
ເມັກຊິໂກ ກໍໄດ້ຍຸຕິການບິນຂອງເຮືອບິນອາຍພົ່ນ 737 ແມັກສ໌ 8 ໝົດທຸກລຳ ຢູ່ໃນ
ຝຸງບິນຂອງແຕ່ລະປະເທດ ຫຼັງຈາກທີ່ ພວກຜູ້ໂດຍສານແລະຈຸບິນທັງໝົດ 157 ຄົນ
ໄດ້ເສຍຊີວິດ ເມື່ອເຮືອບິນ 737 ແມັກສ໌ 8 ທີ່ດຳເນີນການໂດຍ ສາຍການບິນຂອງ
ເອທີໂອເປຍ ໄດ້ປະ​ສົບ​ອຸ​ບັດ​ຕິເຫດຕົກ ໃນວັນອາທິດຜ່ານມານີ້ ບໍ່ດົນຫຼັງຈາກທີ່ໄດ້
ບິນ​ຂຶ້ນຈາກນະຄອນຫຼວງ ອາດິສອາບາບາ.

ຖະແຫລງການ ຈາກທາງເຈົ້າໜ້າທີ່ ອົງການການບິນພົນລະເຮືອນຂອງທັງ
ອອສເຕຣເລຍ ແລະສິງກະໂປ ກ່າວວ່າ ການໂຈະບິນນັ້ນ ແມ່ນ​ເປັນພຽງຊົ່ວຄາວ
ໃນຂະນະທີ່ການສືບສວນສອບສວນກ່ຽວ​ກັບໂສກນາດຕະກຳ ເມື່ອວັນອາທິດຜ່ານມາ
ຍັງສືບຕໍ່ໄປຢູ່. ການໂຈະບິນດັ່ງກ່າວ ສົ່ງຜົນກະທົບຕໍ່ສາຍການບິນ ຟີຈີ ແລະສາຍການ
ບິນ ຊີລຄ໌ແອຣ (SilkAir) ຂອງສິງກະໂປ ຊຶ່ງໄດ້ໂຈະການບິນປະຕິບັດງານ ຢູ່ແລ້ວ
ໂດຍປະ​ເທດ​ດັ່ງ​ກ່າວ.

ບັນດາສະມາຊິກທີມກູ້ໄພ ຕຽມພ້ອມເຮືອ ເພື່ອມຸ້ງໜ້າ ໄປຍັງສະຖານທີ່ ຂອງເຮືອບິນ ສາຍການບິນ Lion Air, ຖ້ຽວບິນ JT610, ທີ່ໄດ້ປະສົບອຸບັດຕິເຫດຕົກ ຢູ່ນອກຝັ່ງເຂດເມືອງ ກາຣາວັງ (Karawang), ແຂວງ ຈາວາ ຕາເວັນຕົກ ຂອງອິນໂດເນເຊຍ, ວັນທີ 29 ຕຸລາ 2018.

​ເຮືອ​ບິນແມັກ​ສ໌ 8 ຂອງ​ສາຍ​ການ​ບິນເອທີໂອເປຍ ເປັນລຸ້ນດຽວກັນກັບ ເຮືອບິນລຳທີ່
ໄດ້ປະ​ສົບ​ອຸ​ບັດ​ຕິ​ເຫດຕົກລົງໃ​ສ່ທະເລຈາວາ ໃນເດືອນຕຸລາຜ່ານມາ ພຽງບໍ່ເທົ່າໃດ
ນາທີ ຫຼັງຈາກທີ່ໄດ້ບິນ​ຂຶ້ນ ຈາກນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ.

ມີຜູ້ເຫັນເຫດການຢ່າງໜ້ອຍ 2 ຄົນ ກ່າວວ່າ ພວກເຂົາ ໄດ້ເຫັນຄວັນ ອອກມາຈາກ
ດ້ານຫຼັງຂອງເຮືອບິນ ກ່ອນທີ່ມັນຈະຕົກ.

ພວກນັກສືບສວນ ໄດ້ພົບເຫັນຫີບບັນທຶກຂໍ້ມູນ ແລະຫີບບັນທຶກສຽງໃນຫ້ອງນັກບິນ
ຊຶ່ງພວກເຂົາເຈົ້າ ຫວັງວ່າ ຈະໃຫ້ຮ່ອງຮອຍຕ່າງໆ ທີ່ບົ່ງບອກເຖິງ​ສາເຫດວ່າ ເປັນຫຍັງ
ເຮືອບິນອາຍພົ່ນ ໂບອິງ 737 ແມັກ​ສ໌ 8 ​ຈຶ່ງໄດ້ຕົກ ໃນຂະນະທີ່ບິນໄປຍັງ ນະຄອນຫຼວງ
ໄນໂຣບີ ຂອງເຄັນຢາ.

ສ່ວນພວກນັກສືບສວນຂອງອິນໂດເນເຊຍ ໄດ້ກ່າວວ່າ ຂໍ້ມູນຈາກເຄື່ອງບັນທຶກຂໍ້ມູນນັ້ນ
ໄດ້ສະແດງໃຫ້ເຫັນວ່າ ລະບົບຄວາມປອດໄພອັດຕະໂນມັດຂອງເຮືອບິນ ໄດ້ເຮັດໃຫ້ຫົວ
ເຮືອບິນດິ່ງຫົວລົງ ຊ້ຳແລ້ວຊ້ຳອີກ ເຖິງແມ່ນວ່າ ພວກນັກບິນ ໄດ້ພະຍາຍາມຢ່າງສຸດຂີດ
ເພື່ອຈະຄວບຄຸມມັນໄວ້ກໍຕາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ