ຊາວການາ ລໍຖ້າຟັງ ຜົນການນັບ ຄະແນນ ໃນການເລືອກຕັ້ງ ປະທານາທິບໍດີ

ປະທານາທິບໍດີການາ ຜູ້ດຳລົງຕຳແໜ່ງໃນປັດຈຸບັນ ທ່ານ John Dramani Mahama ເປັນຜູ້ສະໝັກລົງແຂ່ງຂັນ ສັງກັດພັກ Democratic Congress, ຖືບັດລົງຄະແນນສຽງ, ໃນລະຫວ່າງການເລືອກຕັ້ງເອົາປະທານາທິບໍດີ ແລະ ສະມາຊິກສະພາຊຸດໃໝ່, ໃນເມືອງ Bole ຂອງການາ, ວັນພຸດ ທີ 7 ທັນວາ 2016.

ການນັບຄະແນນສຽງ ໄດ້ເລີ່ມຂຶ້ນ ໃນປະເທດການາ ຢູ່ທາງພາກຕາເວັນຕົກ ຂອງ ທະວີບອາຟຣິກາ ຫຼັງຈາກທີ່ມີການເລືອກຕັ້ງ ເອົາປະທານາທິບໍດີຄົນໃໝ່ ຂອງປະເທດ ແລະ ສະມາຊິກສະພາຊຸດໃໝ່.

ນັກຂ່າວຂອງວີໂອເອ Peter Clottey ລາຍງານມາຈາກນະຄອນຫຼວງ ອັກກຣາ ຂອງ ການາ ວ່າ ການ​ປ່ອນ​ບັດເລືອກຕັ້ງໄດ້ປິດແລ້ວ ເມື່ອເວລາ 5 ໂມງແລງ ຕາມເວລາໃນ ທ້ອງຖິ່ນ ແຕ່ຫາກວ່າ ຍັງມີຜູ້ຄົນລຽນແຖວກັນ ຢູ່ໃນເວລາດັ່ງກ່າວ ພວກເຂົາໄດ້ຮັບ ອະນຸຍາດໃຫ້ລົງຄະແນນສຽງ. ທ່ານ Clottey ກ່າວວ່າ ຄະນະກຳມາທິການເລືອກຕັ້ງ
ໄດ້​ເລື່ອນ​ເວລາ​ໃນການລົງຄະແນນສຽງ ໃນເມືອງ Jamal ເໜືອ ຢູ່ທາງພາກຕາເວັນ
ຕົກ ຂອງການາ ຈົນ​ຮອດ​ວັນພະຫັດ ຍ້ອນໄພຂົ່ມຂູ່ ທີ່ບໍ່ໄດ້ລະບຸວ່າ​ແມ່ນ​ຫຍັງ.

ທ່ານ Nana Akufo-Addo, ຜູ້ສະໝັກເປັນປະທານາທິບໍດີ ຂອງພັກຝ່າຍຄ້ານ ພັກ New Patriotic, ປ່ອນບັດລົງຄະແນນສຽງຂອງທ່ານ ໃນລະຫວ່າງ ການເລືອກຕັ້ງປະທານາທິບໍດີ ແລະ ສະມາຊິກສະພາຊຸດໃໝ່ ຢູ່ທີ່ ສູນກາງໜ່ວຍເລືອກຕັ້ງ Rock of Ages ໃນເມືອງ Kibi, ທາງທິດຕາເວັນອອກຂອງການາ, ວັນທີ 7 ທັນວາ 2016.

ຖ້າບໍ່ດັ່ງນັ້ນແລ້ວ ທ່ານ Clottey ກ່າວວ່າ “ມັນກໍເປັນໄປ ຢ່າງສະຫງົບງຽບ... ມີການແຂ່ງກັນຢູ່ໜ້ອຍໜຶ່ງ. ບໍ່ມີຫຍັງເກີດຂຶ້ນໃນທ່າທາງທີ່ຮຸນແຮງ.”

ປະທານາທິບໍດີ John Mahama ຜູ້ດຳລົງຕຳແໜ່ງໃນປັດຈຸບັນ ລົງແຂ່ງເອົາຕຳແໜ່ງ ສະໄໝທີສອງ ສູ້ກັບຜູ້ນຳພັກຝ່າຍຄ້ານ ທີ່​ໃຫຍ່​ທີ່​ສຸດ ທ່ານ Nana Akufo-Addo ຊຶ່ງເປັນຜູ້ທີ່ທ່ານເອົາຊະນະເມື່ອສີ່ປີກ່ອນ.

ທ່ານ Akufo-Addo ເຄີຍເປັນລັດຖະມົນຕີການຕ່າງປະເທດ ໄດ້ຍົກເອົາບັນຫາ ທາງເສດຖະກິດຂອງການາໃນປັດຈຸບັນເປັນຫົວຂໍ້ໃນການໂຄສະນາຫາສຽງໂດຍ ກ່າວຫາທ່ານ Mahama ແລະ ພັກລັດຖະສະພາ​ປະຊາທິປະ​ໄຕ​ແຫ່ງ​ຊາດ ຫລື
National Democratic Congress ຂອງທ່ານ ທີ່ປົກຄອງປະເທດຢູ່ນັ້ນ ວ່າ ຂາດຄວາມສາມາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Your browser doesn’t support HTML5

Ghana Elections