ສະພາເຢຍຣະມັນໄດ້ລົງຄະແນນສຽງຢ່າງຖ້ວມລົ້ນທີ່ຈະສົ່ງການ
ຊ່ວຍ ເຫລືອທາງທະຫານ ໄປຮ່ວມທຳການສູ້ລົບ ກັບພວກຫົວຮຸນ
ແຮງລັດອິສລາມ ຢູ່ໃນຊີເຣຍ ເພື່ອເປັນການສະໜອງຕອບຕໍ່ຄຳ
ຮຽກຮ້ອງຂອງຝຣັ່ງ ໃນການຂໍຄວາມຊ່ວຍເຫລືອ ຫລັງຈາກການ
ໂຈມຕີ ທີ່ນະຄອນປາຣີເມື່ອເດືອນແລ້ວນີ້.
ບັນດາສະມາຊິກສະພາໃນນະຄອນ Berlin ໄດ້ລົງຄະແນນສຽງ
445 ຕໍ່ 146 ໃນວັນສຸກວານນີ້ ເພື່ອຈະສົ່ງເຮືອບິນສັງເກດການ
Tornado ເຮືອບິນຕື່ມນໍ້າມັນ ແລະທະຫານ 1,200 ຄົນ ເຂົ້າຮ່ວມ
ກຳລັງແນວໂຮມຕ້ານກຸ່ມລັດອິສລາມ. ເຖິງຢ່າງໃດກໍດີ ບັນດາ
ນັກບິນເຢຍຣະມັນ ຈະບໍ່ເຂົ້າຮ່ວມການປະຕິບັດງານຂອງ ສະຫະ
ລັດ ອັງກິດ ຝຣັ່ງ ແລະຣັດເຊຍ ໂຈມຕີທາງອາກາດ ຕໍ່ເປົ້າໝາຍກຸ່ມລັດອິສລາມ ຢູ່ໃນຊີເຣຍ.
ຫລັງຈາກການໂຈມຕີີ ທີ່ນະຄອນປາຣີ ເມື່ອວັນທີ 13 ເດືອນພະຈິກ ຜ່ານມານີ້ແລ້ວ ປະທານາທິບໍດີຝຣັ່ງ ທ່ານ Francois Hollande ໄດ້ຮ້ອງຂໍ ຕໍ່ປະຊາຄົມນາໆຊາດ ໃຫ້
ເພີ້ມການສູ້ລົບຕ້ານກຸ່ມລັດອິສ ລາມ ຊຶ່ງກຸ່ມດັ່ງກ່າວໄດ້ອ້າງເອົາຄວາມຮັບຜິດຊອບຂອງ
ການໂຈມຕີ ຢູ່ໃນຝຣັ່ງ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 130 ຄົນ.
ເຖິງແມ່ນວ່າ ໄດ້ຮັບການອະນຸມັດຈາກສະພາແລ້ວກໍຕາມ ລັດຖະມົນຕີ ຕ່າງປະເທດ
ເຢຍຣະມັນ ທ່ານ Frank-Walter Steinmeier ກ່າວວ່າ ການແກ່ຍາວບັນຫາຂັດແຍ້ງ
ຢູ່ໃນຊີເຣຍບໍ່ແມ່ນຜົນປະໂຫຍດອັນດີເລີດ ຂອງໃຜທັງໝົດ ແລະການແກ້ໄຂດ້ານການ
ເມືອງ ຍັງເປັນສິ່ງສຳຄັນທີ່ສຸດ.
ທ່ານ Steinmeier ກ່າວຕື່ມວ່າ “ບໍ່ມີໃຜໝົດ ບໍ່ແມ່ນຊາວອາເມຣິກັນ ບໍ່ແມ່ນພວກເຮົາ
ຫລືຣັດເຊຍ ທີ່ຕ້ອງການໃຫ້ການປະຕິບັດງານດັ່ງກ່າວນີ້ ແກ່ຍາວເປັນເວລາຫລາຍປີ.”
ຂ້າພະເຈົ້າກ້າທີ່ຈະກ່າວວ່າ ຖ້າຫາກພວກເຮົາທຳຄວາມຄືບໜ້າ ກ່ຽວກັບການແກ້ໄຂ
ທາງດ້ານການເມືອງ ເວລາທີ່ພວກເຮົາເອົາບາດກ້າວໄປໜ້າຢ່າງແທ້ຈິງ ເວລານັ້ນການ
ຂັດແຍ້ງທາງທະຫານ ຈຶ່ງຈະສາມາດຄຸ້ມຄອງໄດ້ໃນລະຍະຍາວ.”
Your browser doesn’t support HTML5