ຊາວເຢຍລະມັນ ພາກັນ ປະທ້ວງ ຕໍ່ຕ້ານນາຍທຶນ (ວີດິໂອ)

Your browser doesn’t support HTML5

ການປະທ້ວງ ຕໍ່ຕ້ານນາຍທຶນ ຢູ່ນະຄອນ Frankfurt

ໃນວັນເສົາວານນີ້ ພວກປະທ້ວງຕໍ່ຕ້ານນາຍທຶນ ໄດ້ປະທະ
ກັບຕໍາຫລວດ ຢູ່ ນະຄອນ Frankfurt ຊຶ່ງເປັນສູນກາງ
ການເງິນ ແລະທີ່ຕັ້ງຂອງທະນາຄານກາງ ຢູໂຣບ.

ຕໍາຫລວດປາບການຈາລະຈົນ ໃນນະຄອນ Frankfurt
ໄດ້ໃຊ້ສະເປໝາກເຜັດ ສີດໃສ່ພວກປະທ້ວງ ແລະກໍໄດ້
ຈັບກຸມພວກປະທ້ວງຈໍານວນ​ນຶ່ງ ທີ່ໄດ້ແກວ່ງກ້ອນຫີນ
ແລະລະເບີດຄວັນ​ໄຟ ໃສ່ຕໍາຫລວດ.

ການປະທ້ວງໄດ້ເລີ້ມຕົ້ນຂຶ້ນຢ່າງສັນຕິ ໃນວັນສຸກຜ່ານມາ ແຕ່
ວ່າ ໄດ້ມີການປະທະກັນບາງຄັ້ງຄາວ ໃນຂະນະທີ່ມີຫລາຍໆ
ພັນຄົນພາກັນເດີນຂະບວນ ເພື່ອປະທ້ວງມາດຕະການປະຫຍັດມັດທະຍັດຂອງສະຫະ
ພາບຢູໂຣບ. ພວກເຂົ້າຮ່ວມປະທ້ວງພາກັນຖືປ້າຍ ແລະຮ້ອງຄໍາຂວັນປະນາມໃນສິ່ງທີ່
ພວກເຂົາເຈົ້າເຫັນວ່າ ເປັນການໂລບມາກຂອງພວກນາຍທຶນ ຢູ່ບົນຫລັງຄວາມທຸກຈົນ
ຂອງພວກອອກແຮງງານ. ຜູ້​ປະ​ທ້ວງ​ຄົນ​ນຶ່ງເວົ້າວ່າ:

“ພວກເຮົາພາກັນເດີນຂະບວນປະທ້ວງຕໍ່ຕ້ານອໍານາດທີ່ບໍ່ມີການຄວບຄຸມ
ແລະບໍ່ມີປະຊາທິປະໄຕຂອງຕະຫລາດການເງິນທີ່ກໍາລັງທໍາລາຍມວນມະນຸດ.”


ບັນດາຜູ້ຈັດຕັ້ງຂະບວນການເຄື່ອນໄຫວດັ່ງກ່າວ ທີ່ຊື່ວ່າ “Blockupy” ໄດ້ຮຽກຮ້ອງໃຫ້
ມີການປະທ້ວງ ເພື່ອອັດຕັນທາງເຂົ້າໄປຫາທະນາຄານກາງຂອງຢູໂຣບຊຶ່ງເປັນນຶ່ງໃນ
ອົງການສະໜັບສະໜຸນຫລັກ ຕໍ່ມາດຕະການປະຫຍັດມັດທະຍັດ ທີ່ແນໃສ່ຕັດຮອນ
ໜີ້ສິນຂອງລັດຖະບານລົງ ຢູ່​ໃນທົ່ວ 27 ປະເທດຂອງກຸ່ມອີ​ຢູ.

ຜູ້ເດີນຂະບວນອີກຜູ້ນຶ່ງກ່າວວ່າ “ຂ້ອຍມີຄົນຕາຍຜູ້ນຶ່ງຢູ່ໃນນີ້ ເພື່ອເປັນສັນຍາ
ລັກສະແດງໃຫ້ເຫັນວ່າ ມາດຕະການປະຫຍັດມັດທະຍັດນັ້ນຂ້າ​ຄົນ​ໄດ້ ໂດຍ
ສະເພາະແມ່ນຢູ່ໃນລະບົບສາທາລະນະສຸກຂອງ Greece. ພວກເຮົາຍັງຄາດ
ອີກວ່າ ຈະມີຜົນກະທົບເຊັ່ນດຽວກັນ ຢູ່ໃນສະເປນ.”


ບັນດາຜູ້ນໍາສະຫະພາບຢູໂຣບກໍາລັງດິ້ນຮົນ ​ເພື່ອ​ຫາ​ທາງຟື້ນຟູເສດຖະກິດທີ່ຝືດເຄືອງ
ຂອງ​ຢູ​ໂຣບຄືນ ແລະຫລຸດຜ່ອນອັດຕາການຫວ່າງງານ ທີ່ສູງ ເປັນພິເສດສໍາລັບພວກຄົນ
ໜຸ່ມນັ້ນ ລົງ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

http://www.voanews.com/flashembed.aspx?t=vid&id=1673436&w=640&h=429&skin=embeded