ປອກຕຸຍການ ພົບກັບ ເຢຍຣະມັນ ຢູ່ World Cup ໃນວັນຈັນມື້ນີ້ (ສະໄລດ໌/ວີດີໂອ)
ນັກເຕະສະວິດເຊີແລນ Steve von Bergen (ຊ້າຍ) ຢາດເອົາບານກັບ ນັກເຕະເອກົວດໍ Felipe Caicedo (ຂວາ) ໃນການແຂ່ງຂັນ World Cup ສາຍ E ຢູ່ທີ່ສະໜາມເຕະບານແຫ່ງຊາດ Brasilia national stadium ໃນເມືອງ Brasilia ວັນ 15 ມິຖຸນາ 2014.
ຜູ້ຄອງຕຳແໜ່ງນັກເຕະບານດີເດັ່ນຂອງໂລກ Critiano
Ronaldo ນຳທີມ ປອກຕຸຍການ ຂອງລາວ ລົງແຂ່ງກັບ
ເຢຍຣະມັນ ໃນການເປີດການແຂ່ງຂັນ World Cup ຢູ່
Brazil ໃນວັນຈັນມື້ນີ້ ຊຶ່ງເປັນການແຂ່ງຂັນຮອບທຳອິດ
ລະຫວ່າງສອງທີມ ອັນດັບນຶ່ງຂອງໂລກ.
ສ່ວນທີມອື່ນໆໃນສາຍ G ນັ້ນ ສະຫະລັດ ຈະພົບກັບ ການາ
ໃນວັນຈັນມື້ນີ້ ຕາມມາດ້ວຍຄູ່ແຂ່ງລະຫວ່າງ ອີຣ່ານ ແລະ
ໄນຈີເຣຍ ຊຶ່ງຢູ່ໃນສາຍ F.
ພາບຈາກການແຂ່ງຂັນ World Cup ວັນທີ 16 ມິຖຸນາ 2014
ໃນການແຂ່ງຂັນ ໃນວັນອາທິດວານນີ້ Lionel Messi
ນັກເຕະຂອງອາເຈັນຕີິນາ ທີ່ໄດ້ຄອງຕຳແໜ່ງນັກເຕະດີເດັ່ນ 4 ປີລຽນຕິດ ກ່ອນໜ້າ
Critiano Ronaldo ນັ້ນ ໄດ້ທຳຄະແນນເປັນຄັ້ງທຳອິດໃນ World Cup ຕັ້ງແຕ່ປີ
2006 ມາ ໂດຍໄດ້ນຳທີມຂອງລາວຍາດເອົາໄຊຊະນະ ຈາກ ບອສເນຍເຮີເຊໂກວີນາ
ມາໄດ້ 2-1.