ເຢຍຣະມັນ ແລະບຣາຊິລ ໄດ້ກຳຈັດຄູ່ແຂ່ງຂັນຂອງເຂົາເຈົ້າໄປ
ແລ້ວ ຢູ່ການແຂ່ງຂັນເຕະບານໂລກ ຮອບ 8 ທິມ ໃນວັນສຸກວານ
ນີ້ ຊຶ່ງເປັນການຈັດຕຽມ ການຕໍ່ສູ້ກັນຢ່າງຍິ່ງໃຫຍ່ໃນຮອບ 4 ທີມ
ລະຫວ່າງອັນທີ່ຫລາຍໆຄົນເຊຶ່ອກັນວ່າ ສອງທີມມະຫາອຳນາດ
ເຕະບານຂອງໂລກນັ້ນ.
ເຖິງຢ່າງໃດກໍດີ ບຣາຊິລຈະລົງຫຼິ້ນໂດຍປາດສະຈາກດາຣາທີ່
ໃຫຍ່ສຸດຂອງຕົນ ຕະຫລອດການແຂ່ງຂັນ. ທ້າວ Neymar ຜູ້ທີ່
ສາມາດພັງປະຕູໄດ້ສີ່ເທຶ່ອຢູ່ໃນການແຂ່ງຂັນນັ້ນ ກະດູກສັນ
ຫລັງຂອງລາວໄດ້ຫັກ ເວລານັກເຕະບານໂຄລອມເບຍ ທ້າວ
Juan Zuniga ເອົາເຂົ່າຕຳ ທ້າວ Neymar ໃນນາທີສຸດທ້າຍ
ຂອງ ການແຂ່ງຂັນ ຊຶ່ງບຣາຊິລ ໄດ້ຊະນະໄປ 2 ປະຕູຕໍ່ 1. ລາວໄດ້ຖືກ
ຫາມອອກຈາກເດີ່ນ. ບາດເຈັບຂອງທ້າວ Neymar ໄດ້ເກີດຂື້ນ ຫລັງຈາກທີ່ໄດ້ທຳຄະແນນ
ທັງໝົດແລ້ວ.
Your browser doesn’t support HTML5
ບຣາຊິລ ທີ່ໄດ້ເປັນແຊມມາແລ້ວຫ້າເທຶ່ອ ໄດ້ໃຊ້ການຍິງປະຕູ ໂດຍຜູ້ປ້ອງກັນສອງຄົນ ທ້າວ
Thiago Silva ແລະ ທ້າວ David Luiz ເພຶ່ອເອົາຊະນະ Columbia ຢູ່ທີ່ເດີ່ນ Fortaleza.
ທ້າວ Silva ໄດ້ເຮັດຄະແນນໂດຍການໃຊ້ຫົວເຂົ່າໃນນາທີທີ 7 ຫລັງຈາກເຕະລູກແຈ ໂດຍ
ດາຣາຍິງປະຕູ Neymar. ທ້າວ Luiz ໄດ້ເຕະເຂົ້າປະຕູອີກເປັນ 2 ຕໍ່ 0 ໃນນາທີ ທີ 69 ໂດຍ
ການເຕະລູກໂທດຢ່າງງົດງາມ ຊຶ່ງໝາກບານໄດ້ເຂົ້າໃກ້ໆທາງເທິງຕາໜ່າງປະຕູ.
ຢູ່ໃນນາທີ ທີ 80 ໂຄລອມເບຍ ສາມາດນຳມາຍັງເຫຼືອອີກນຶ່ງປະຕູ ເວລາທ້າວ James
Rodriguez ໄດ້ເຮັດຄະແນນນຳໜ້າເປັນປະຕູທີ 6 ໃນການແຂ່ງຂັນຂອງລາວ ໂດຍການ
ເຕະລູກໂທດ.
ໂຄລອມເບຍ ທີ່ສະເໝີກັບເນເທີແລນ ໃນການພັງປະຕູໄດ້ຫລາຍທີ່ສຸດໃນການ ແຂ່ງຂັນ
ເຕະບານໂລກ ດ້ວຍ 12 ປະຕູນັ້ນ ໄດ້ເຂົ້າຫຼິ້ນໃນຮອບ 8 ທິມເປັນເທຶ່ອທຳອິດ.
ໃນຮອບແຂ່ງຂັນຄູ່ທຳອິດຂອງວັນສຸກວານນີ້ ເຢຍຣະມັນໄດ້ຊະນະຝຣັ່ງຊຶ່ງເປັນ ຄູ່ແຂ່ງໃນ
ຢູໂຣບ 1 ປະຕູຕໍ່ 0 ຢູ່ທີ່ເດີ່ນນະຄອນ Rio de Janeiro.
ຜູ້ປ້ອງກັນເຢຍຣະມັນ ທ້າວ Mats Hummels ເຮັດຄະແນນໄດ້ໃນນາທີທີ 13 ຊຶ່ງເປັນພຽງ
ປະຕູດຽວໃນການແຂ່ງຂັນຂອງເຄິ່ງເວລາທຳອິດ. ລາວ ໄດ້ກະໂດດຂ້າມຜູ້ປ້ອງກັນ ຝຣັ່ງ
ຈາກການເຕະລູກໂທດ ໂດຍເອົາຫົວຕຳໝາກບານເຂົ້າໄປໃນຕະໜ່າງປະຕູ.
ເຢຍຣະມັນ ກຳລັງຊອກຫາຊ່ອງທາງທີ່ຈະຄວ້າເອົາຕຳແໜ່ງແຊ້ມເຕະບານໂລກ ມາຄອງ
ເປັນເທຶ່ອທີສີ່.
Your browser doesn’t support HTML5