ບັນດານັກສືບສວນສອບສວນດ້ານການບິນຝຣັ່ງ ກ່າວວ່າ
ການວິເຄາະເປັນຄັ້ງທຳອິດ ເບິ່ງຫີບດຳ ຫຼື “black box”
ອັນທີສອງ ຈາກຖ້ຽວບິນຂອງສາຍການບິນ Germanwings
ທີ່ໄດ້ຕົກລົງ ໃສ່ພູ Alps ຂອງຝຣັ່ງ ເມື່ອເດືອນແລ້ວນີ້ ໄດ້ເນັ້ນ
ໜັກຕື່ມອີກ ຕໍ່ທິດສະດີ ທີ່ວ່າຜູ້ຊ່ວຍນັກບິນ ຕັ້ງໃຈທີ່ຈະນຳເອົາ
ເຮືອບິນ ບິນເຂົ້າຕຳພູ ຊຶ່ງໄດ້ສັງຫານທັງໝົດ 150 ຄົນ ທີ່ຢູ່ເທິງ
ເຮືອບິນ.
ບັນດານັກສືບສວນ ໄດ້ປະກາດໃນວັນສຸກມື້ນີ້ວ່າ ຫີບບັນທຶກ
ຂໍ້ມູນການບິນ ຈາກເຮືອບິນຂອງສາຍການບິນ Germanwings
ໄດ້ສະແດງໃຫ້ເຫັນວ່າ ຜູ້ຊ່ວຍນັກບິນ Andreas Lubitz ໄດ້ປິດ
ປະຕູຕັນ ໃຫ້ຄູ່ຮ່ວມງານຂອງລາວຢູ່ຂ້າງນອກຫ້ອງຄົນຂັບ ແລ້ວຕັ້ງການ ຄວບຄຸມເຮືອບິນ
ອັດໂຕໂນມັດໃໝ່ ແລະ ໄດ້ເພີ້ມຄວາມໄວຂຶ້ນຕື່ມ ໃນຂະນະທີ່ເຮືອບິນດິ່ງລົງຕຳພູນັ້ນ.
Andreas Lubitz ກຳລັງແລ່ນໃນ ການແຂ່ງຂັນ ແລ່ນເຄິ່ງມາລາທອນ ຂອງລາຍການ Airportrace half maraton ໃນ ນະຄອນ Hamburg ເມື່ອວັນທີ 13 ກັນຍາ 2009.
ຫີບບັນທຶກຂໍ້ມູນການບິນ ໄດ້ຖືກຄົ້ນພົບໃນວັນພະຫັດວານນີ້.
ຫີບດັ່ງກ່າວ ໄດ້ບັນທຶກຂໍ້ມູນທີ່ສຳຄັນທາງດ້ານເທັກນິກ ຂອງ
ອຸປະກອນຕ່າງໆເກືອບທັງໝົດຢູ່ໃນເຮືອບິນ ທີ່ຈະຊ່ວຍສະໜອງ
ຮ່ອງຮອຍບໍ່ ເທົ່າໃດນາທີ ກ່ອນທີ່ເຮືອບິນຈະຕົກລົງ.
ນອກນັ້ນ ໃນວັນພະຫັດວານນີ້ ບັນດາໄອຍະການເຢຍຣະມັນ
ທີ່ທຳການສອບສວນເຫດເຮືອບິດຕົກນັ້ນ ກ່າວວ່າ ທ້າວ Lubitz
ໄດ້ທຳການຄົ້ນຫາຂໍ້ມູນໃນອິນເຕີແນັດ ກ່ຽວກັບເລື້ອງຂ້າໂຕຕາຍ
ແລະເລື້ອງຄວາມປອດໄພຂອງປະຕູຫ້ອງນັກບິນ ນຶ່ງມື້ກ່ອນເກີດເຫດເຮືອບິນຕົກ.
ບັນດາພະນັກງານກູ້ໄພເຢຍຣະມັນ ປະຕິບັດງານໃກ້ໆ ກັບຊາກຫັກພັງ ຂອງເຮືອນບິນໂດຍສານ ທີ່ມີທຸງຊາດເຢຍຣະມັນ ຕິດຢູ່ນັ້ນ ທີ່ຕົກລົງຢູ່ໃກ້ໆ ເຂດ Seyne-les-Alpes.
ໃນຖະແຫລ ງການທີ່ນຳອອກເຜີຍແຜ່ນັ້ນ ບັນດາໄອຍະການ
ກ່າວວ່າ ພວກເຂົາເຈົ້າ ໄດ້ພົບເຫັນຂໍ້ມູນດັ່ງກ່າວ ໃນຄອມພິວເຕີ້
ແບບ tablet ຢູ່ທີ່ ບ້ານພັກຂອງທ້າວ Andreas Lubitz ໃນ
ນະຄອນ Dusseldorf ປະເທດເຢຍຣະມັນ. ພວກເຂົາເຈົ້າ ກ່າວ
ອີກວ່າ ປະຫວັດຂອງໜ້າຕ່າງໆ ທີ່ໄດ້ເຂົ້າໄປເບິ່ງ ໃນອິນເຕີເນັດນັ້ນ
ບໍ່ໄດ້ຖືກລົບລ້າງຖິ້ມ ແລະຂໍ້ຄວາມຕ່າງໆ ທີ່ລາວໄດ້ໃຊ້ເພື່ອຊອກຫາຂໍ້ມູນນັ້ນ ຖືກນຳຮອຍຄືນໄປຫາ ແຕ່ວັນທີ 16 ມີນາ ຫາ ວັນທີ 23 ມີນາ ຊຶ່ງເປັນມື້ ກ່ອນໜ້າທີ່ເຮືອບິນຕົກ.
ສຽງເວົ້າທີ່ບັນທຶກໄວ້ ຈາກຫີບດຳອັນທີນຶ່ງ ໄດ້ຖືກເກັບກູ້ມາໄດ້ໃນເວລາສັ້ນໆ ຫຼັງຈາກເຮືອບິນຕົກ ໄດ້ເຮັດໃຫ້ບັນດານັກສືບສວນສອບສວນ ສະຫລຸບວ່າ ທ້າວ Lubitz ອາຍຸ 27 ປີ ໄດ້ປິດປະຕູຕັນ ນັກບິນ Patrict Sondheimer ບໍ່ໃຫ້ເຂົ້າໄປໃນຫ້ອງນັກບິນ ກ່ອນທີ່ ເຮືອບິນຕົກ.
Your browser doesn’t support HTML5
France Plane Crash