ໂຄຣເອເຊຍ ປິດຊາຍແດນ ຍ້ອນວິກິດການ ອົບພະຍົບ ໃນຢູໂຣບ

Your browser doesn’t support HTML5

ນາຍົກລັດຖະມົນຕີໂຄຣເອເຊຍ ທ່ານ Zoran Milanovic ກ່າວ
ວ່າ ປະເທດຂອງທ່ານຈະບໍ່ຈົດທະບຽນຮັບເອົາພວກອົບພະຍົບ
ຫຼາຍພັນຄົນທີ່ລັ່ງໄຫລເຂົ້າປະເທດອີກຕໍ່ໄປແລ້ວ ຫຼັງຈາກພວກ
ອົບພະຍົບ 11,000 ກວ່າຄົນໄດ້ຂ້າມຊາຍແດນເຂົ້າໄປໃນໂຄຣ
ເອເຊຍ ໃນອາທິດນີ້.

ໂຄຣເອເຊຍໄດ້ປິດດ່ານຂ້າມຊາຍແດນຂອງຕົນ 7 ແຫ່ງຂອງຈຳ
ນວນທັງໝົດ 8 ແຫ່ງກັບເຊີເບຍ ໃນຕອນແລງວັນພະຫັດວານນີ້
ຫລັງຈາກພວກອົບພະຍົບຈຳນວນຫຼວງຫຼາຍ ໄດ້ຂ້າມເຂົ້າໄປໃນ
ປະເທດ ຫຼັງຈາກຮັງກາຣີປິດຊາຍແດນຂອງຕົນບໍ່ຮັບເອົາອົບພະ
ຍົບຕືມອີກ.

ໃນການໃຫ້ສຳພາດແກ່ໂທລະພາບໂຄຣເອເຊຍໃນວັນສຸກມື້ນີ້ທ່ານ Milanovic ກ່າວວ່າ
ໂຄຣເອເຊຍເປັນປະເທດນ້ອຍ ແລະໃນຂະນະທີ່ ໃຫ້ການຕ້ອນຮັບອົບພະຍົບ ເດີນທາງ
ຜ່ານໄປໄດ້ນັ້ນ ຕົນບໍ່ສາມາດໃຫ້ບ່ອນພັກພາອາໄສແກ່ອົບພະຍົບທັງໝົດໄດ້. ທ່ານເວົ້າ
ວ່າ ເຂົາເຈົ້າຈະໄດ້ຮັບອາຫານ ນ້ຳດື່ມ ແລະ ການຊ່ອຍເຫລືອທາງດ້ານຢຸກຢາ ແຕ່ຕ້ອງ
ໄດ້ເດີນທາງຕໍ່ໄປ.

ພວກອົບພະຍົບ ລັ່ງໄຫລ ເຂົ້າໂຄຣເອເຊຍ

ທ່ານ Milanovic ໃຫ້ຄຳໝັ້ນສັນຍາວ່າ ທ່ານຈະບໍ່ສົ່ງກຳລັງທະຫານ ໄປເຂດຊາຍແດນ ໂດຍເອີ້ນການເຄື່ອນໄຫວນັ້ນວ່າທັງຂັດຕໍ່ລັດຖະທຳມະນູນແລະເປັນໄປບໍ່ໄດ້.

ນອກນັ້ນ ໃນວັນສຸກມື້ນີ້ ລັດຖະມົນຕີການຕ່າງປະເທດເຢຍຣະມັນ ກ່າວວ່າ ຖ້າຫາກວ່າ
ບາງປະເທດສະມາຊິກຂອງສະຫະພາບຢູໂຣບສືບຕໍ່ມີຄວາມລັງເລໃຈທີ່ຈະຮັບລະບົບໂຄ
ຕ້າ ໃນການຮັບເອົາພວກອົບພະຍົບແລ້ວ ພວກເຂົາເຈົ້າຈະຕ້ອງໄດ້ຖືກບັງຄັບ ໂດຍບັນ
ດາປະເທດສະມາຊິກອື່ນໆ.

ທ່ານ Frank-Walter Steinmeier ກ່າວຕໍ່ໜັງສືພິມເຢຍຣະມັນໃນວັນສຸກມື້ນີ້ວ່າຢູໂຣບ ຄວນພິຈາລະນາ ໃນໃຊ້ການລົງຄະແນນສຽງຂອງ “ສຽງສ່ວນຫຼາຍທີ່ມີຄຸນນະພາບ” ໃນ ອາທິດໜ້າ ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງສະຫະພາບຢູໂຣບໃນມື້ວັນ ພຸດເພື່ອຫາລືກ່ຽວກັບສະຖານະການພວກອົບພະຍົບ. ຕາມປົກກະຕິແລ້ວສະຫະພາບຢູ
ໂຣບ ທີ່ມີສະມາຊິກ 28 ປະເທດ ຈະບັນລຸ ການຕົກລົງ ດ້ວຍວິທີທີ່ເປັນເອກກະສັນ ກ່ຽວ ກັບບັນຫາທີ່ສຳຄັນໆ.

Your browser doesn’t support HTML5

Intense Migrant Flow Puts Pressure on Germany