ລັດຖະມົນຕີປ້ອງກັນປະເທດຂອງເຢຍຣະມັນ ໃຫ້ຄຳໝັ້ນສັນຍາ ຈະສະໜັບສະໜູນຢູເຄຣນ

  • ວີໂອເອ

ລັດຖະມົນຕີກະຊວງປ້ອງກັນປະເທດເຢຍຣະມັນ ທ່ານບໍຣິສ ພິສໂຕຣຽສ (Boris Pistorius), ຂວາ, ແລະ ພັນເອກ ເຮັນນາດີ ໂຄວາເລນໂກ (Hennadiy Kovalenko) ຖືກເຫັນຫຼັງຈາກວາງດອກໄມ້ ຢູ່ອະນຸສອນສະຖານ "Maidan Heroes" ຢູ່ຈະຕຸລັດ ໄມດານ ໃນກີຢິບ ໃນວັນທີ 21 ພະຈິກ 2023.

ເຈົ້າ​ໜ້າ​ທີ່​ຈາກ​ນຶ່ງໃນພັນທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ສຳຄັນ​ ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ຢູ​ເຄຣນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະ​ທີ່​ກອງທັບຣັດ​ເຊຍ ສືບ​ຕໍ່​ໂຈມ​ຕີ​ໂຄງ​ລ່າງພື້ນຖານຂອງ​ພົນລະ​ເຮືອນ​ ດ້ວຍ​ລູກ​ສອນ​ໄຟ ​ແລະ​ເຮືອບິນ​ບໍ່​ມີ​ຄົນ​ຂັບ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເຢຍ​ຣະ​ມັນ ທ່ານບໍຣິສ ພິສໂຕຣຽສ (Boris Pistorius) ໄດ້​ເດີນທາງໄປ​ຮອດກີຢິບ ນຶ່ງ​ມື້ ຫຼັງ​ຈາກ​ການ​ຢ້ຽມ​ຢາມ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດສະ​ຫະ​ລັດ ທ່ານ ລອຍ ອັອສຕິນ.

ທັງ​ສອງ​ທ່ານກ່າວ​ວ່າ ປະ​ເທດ​ຂອງພວກທ່ານ ​ຈະ​ຊ່ວຍ​ເຫຼືອຢູ​ເຄຣນ​ໃນ​ລະ​ຫວ່າງ​ ​ລະ​ດູ​ໜາວ​ທີ່​ຄາດ​ວ່າ​ຈະຍາວ​ນານ, ໜາວ​ເຢັນ, ແລະບໍ່​ແນ່​ນອນ.

​ເຢຍຣະ​ມັນ​ແມ່ນ​ຜູ້​ສະໜອງ​ການ​ຊ່ວຍ​ເຫຼືອ​ທາງດ້ານ​ການ​ທະຫານ​ໃຫຍ່​ອັນ​ດັບ​ສອງ​ໃຫ້​ແກ່ກີຢິບ, ຖັດຈາກ​ສະຫະລັດ.

ການ​ຢ້ຽມ​ຢາມຢູເຄຣນ ​ຄັ້ງ​ທີ​ສອງ​ຂອງ​ທ່ານພິສໂຕຣຽລ (Pistorius) ມີ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ລະ​ນຶກ​ເຖິງ​ການ​ລຸກ​ຮື​ຂຶ້ນ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ຂອງປະເທດ ໃນ​ເດືອນ​ພະ​ຈິກ 2013.

ອ່ານຂ່າວນີ້ເປັນພາສາອັງກິດ