ລັດ ຈໍເຈຍ ເຊິ່ງເປັນລັດທີ່ມີການແຂ່ງຂັນສູງ ໄດ້ຮັບຄວາມສົນໃຈຈາກການໂຄສະນາຫາສຽງ ຂອງ ທ່ານ ທຣໍາ ແລະ ທ່ານນາງ ແຮຣິສ

Your browser doesn’t support HTML5

​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ໃນ​ການ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ທີ່​ສູສີກັນຄັ້ງ​ນີ້​, ລັດ​ຈໍ​ເຈຍ ທີ່ເປັນລັດທາງ​ພາກ​ໃຕ້​ແມ່ນ​ນຶ່ງ​ໃນ​ບໍ່ເທົ່າໃດ​ລັດ​ທີ່​ອາດ​ຈະ​ຕັດ​ສິນຜົນ​ຂອງການເລືອກຕັ້ງ​. ນັກຂ່າວວີໂອເອ ສກັອຕ ສເຕີນສ໌ (Scott Stearns) ມີລາຍງານກ່ຽວກັບສິ່ງທີ່ບັນດາ ການໂຄສະນາຫາສຽງ ກຳລັງດຳເນີນການຢູ່ໃນລັດຈໍເຈຍ ແລະ ພວກເຂົາ ຫວັງທີ່ຈະນຳ ເອົາລັດທີ່ມີຄວາມສຳຄັນໃນການແຂ່ງຂັນສູງແຫ່ງນີ້ ໄປສູ່ໄຊຊະນະໄດ້ແນວໃດ.

Your browser doesn’t support HTML5

ລັດ ຈໍເຈຍ ເຊິ່ງເປັນລັດທີ່ມີການແຂ່ງຂັນສູງ ໄດ້ຮັບຄວາມສົນໃຈຈາກການໂຄສະນາຫາສຽງ ຂອງ ທ່ານ ທຣໍາ ແລະ ທ່ານນາງ ແຮຣີສ

ທ່ານນາງ ຄາມາລາ ແຮຣິສ ເລືອກການເດີນ​ທາງໂດຍລົດເມຜ່ານລັດຈໍເຈຍ ເປັນການໂຄ ສະນາຫາສຽງຄັ້ງທຳອິດຂອງທ່ານນາງ ຫຼັງຈາກກອງປະຊຸມໃຫຍ່ແຫ່ງຊາດຂອງພັກ ເດໂມແຄຣັດ…

…ໂດຍເລີ່ມ​ຈາກ​ການຝຶກຊ້ອມ​ດົນ​ຕີ​ໃນໂຮງ​ຮຽນ​ມັດ​ທະ​ຍົມແຫ່ງນຶ່ງ, ບ່ອນ​ທີ່ຜູ້ຮ່ວມລົງ ແຂ່ງຂັນ ທ່ານ ທິມ ວອລຊ໌ (Tim Walz) ໄດ້ເວົ້າເຖິງວຽກງານທີ່ "​ມີ​ຄວາມ​ສຸກ" ຂອງ​ການ​ໂຄ​ສະ​ນາ​ຂອງ​ພວກເຂົາ​ເຈົ້າ ...

ທ່ານ ທິມ ວອລຊ໌ (Tim Walz), ຜູ້ຖືກແຕ່ງຕັ້ງໃຫ້ລົງແຂ່ງຂັນເອົາຕໍາແໜ່ງຮອງປະທານາ ທິບໍດີຈາກພັກເດໂມແຄຣັດ:

“ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ເປັນສ່ວນນຶ່ງຂອງທີມງານທີ່ມີຫົວໜ້າຄູຝຶກທີ່ດີເລີດແຫ່ງນີ້. ແລະປະທານາທິບໍດີສະຫະລັດຄົນຕໍ່ໄປຂອງທ່ານ, ທ່ານນາງ ຄາມາລາ ແຮຣິສ.”

… ແລະ ທ່ານນາງ ແຮຣິສ ​ກໍໄດ້ຍ້ອງຍໍຄວາມເປັນຜູ້ນຳຂອງຊາວຈໍເຈຍຜູ້ໜຸ່ມນ້ອຍ.

ທ່ານນາງ ຄາມາລາ ແຮຣິສ, ຜູ້​ຖືກ​ແຕ່ງ​ຕັ້ງໃຫ້ລົງແຂ່ງຂັນເອົາຕໍາແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຈາກພັກ​ເດ​ໂມ​ແຄ​ຣັດ:

“ຄົນລຸ້ນພວກທ່ານ, ທຸກສິ່ງທີ່ພວກທ່ານຍຶດໝັ້ນ. ທຸກຢ່າງທີ່ພວກທ່ານສ່ຽງແມ່ນສິ່ງທີ່ຈະ ຊຸກຍູ້ປະເທດຊາດຂອງພວກເຮົາໄປສູ່ຍຸກຕໍ່ໄປຂອງສິ່ງທີ່ພວກເຮົາສາມາດເຮັດໄດ້ ແລະ ສິ່ງທີ່ພວກເຮົາສາມາດເປັນ.”

ຜູ້ຖືກແຕ່ງຕັ້ງໃຫ້ລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ ດໍໂນລ ທຣຳ ມີຄະແນນນຳໜ້າໃນການສຳຫຼວດຄວາມຄິດເຫັນທາງດ້ານການເມືອງ ຂອງລັດຈໍເຈຍ ຕະຫຼອດໄລຍະການເລືອກຕັ້ງຄັ້ງນີ້. ແຕ່, ເມື່ອທ່ານ ໂຈ ໄບເດັນ ໄດ້ອອກຈາກການແຂ່ງຂັນ, ການສຳຫຼວດສ່ວນໃຫຍ່ ໃນປັດຈຸບັນສະແດງໃຫ້ເຫັນວ່າ ທ່ານ ທຣໍາ ແລະ ທ່ານນາງ ແຮຣິສ ສະເໜີກັນ.

ຜູ້ຮ່ວມລົງແຂ່ງຂັນຂອງທ່ານ ທຣໍາ, ທ່ານ ເຈດີ ແວນສ໌ (JD Vance) ​ໄດ້ຢູ່ໃນລັດ ຈໍເຈຍ ໃນອາທິດແລ້ວນີ້.

ທ່ານ ເຈດີ ແວນສ໌ (JD Vance), ຜູ້ຖືກແຕ່ງຕັ້ງໃຫ້ລົງແຂ່ງຂັນເອົາຕໍາແໜ່ງຮອງ ປະທານາທິບໍດີຈາກພັກຣີພັບບລີກັນ:

"ພວກເຮົາຈະເຮັດສິ່ງນີ້ຮ່ວມກັນ, ແຕ່ພວກທ່ານຕ້ອງພາພວກເຮົາຜ່ານເສັ້ນໄຊ ໃນລັດ ຈໍເຈຍ ໃຫ້ໄດ້. ນີ້ແມ່ນນຶ່ງໃນລັດທີ່ສໍາຄັນທີ່ສຸດໃນປະເທດ."

ທ່ານ ແວນສ໌ ແລະ ທ່ານ ທຣໍາ ກໍາລັງໂຄສະນາຫາສຽງ ກ່ຽວກັບສິ່ງທີ່ພວກເຂົາກ່າວ ວ່າເປັນຄວາມລົ້ມແຫຼວຂອງນະໂຍບາຍທາງດ້ານເສດຖະກິດ ແລະ ຄົນເຂົ້າເມືອງ...

… ຊຶ່ງເປັນ​ສອງຢ່າງ​ທີ່​ທ່ານ ທຣໍາ ບອກ​ກັບຜູ້ມີສິດເລືອກຕັ້ງ ໃນລັດ ​ຈໍ​ເຈຍ ວ່າຄວນ ຖິ້ມໂທດໃສ່ ທ່ານນາງ ແຮຣິສ.

ທ່ານ ດໍໂນລ ທຣໍາ, ຜູ້ຖືກແຕ່ງຕັ້ງໃຫ້ລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີຈາກພັກ ຣີພັບບລີກັນ:

"ດ້ວຍການລົງຄະແນນສຽງຂອງພວກທ່ານ, ອັດຕາເງິນເຟີ້ຈະຢຸດລົງ, ຄົນຕ່າງດ້າວທີ່ເຂົ້າ ເມືອງແບບຜິດກົດໝາຍ ຈະຖືກສົ່ງກັບ, ພວກເຂົາຈະບໍ່ໄດ້ເຂົ້າມາ, ແລະພວກເຮົາຕ້ອງຢຸດ ພວກເຂົາ, ພວກທ່ານເຫັນບໍ່ວ່າ ຕອນນີ້ ນາງເວົ້າວ່າ, 'ໂອ້, ພວກເຮົາມີຊາຍແດນທີ່ດີ ຫຼາຍ. ໂອ, ດີເລີດ.' ພວກ​ເຂົາ​ເຈົ້າ​ມີ​ຊາຍ​ແດນທີ່ຂີ້​ຮ້າຍທີ່ສຸດ​ໃນ​ປະຫວັດສາດ​ຂອງ​ໂລກ.”

ການທີ່ ທ່ານ ທຣໍາ ຊະນະການລົງຄະແນນສຽງຂອງພັກຣີພັບບລີກັນໃນລັດ ຈໍເຈຍ ນັ້ນ ແມ່ນມີຄວາມຊັບຊ້ອນ ເນື່ອງຈາກການກ່າວປະນາມຊ້ຳແລ້ວຊ້ຳອີກຂອງທ່ານ...

… ຕໍ່ຜູ້ປົກຄອງລັດທີ່ໄດ້ຮັບຄວາມນິຍົມຂອງພັກຣີພັບບລີກັນ ທ່ານ ໄບຣອັນ ເຄມປ໌ (Brian Kemp), ຜູ້ທີ່ໄດ້ຊະນະການເລືອກຕັ້ງຄືນໃໝ່ເມື່ອສອງປີກ່ອນ ເຖິງແມ່ນວ່າຈະ​ຖືກທ່ານ ທຣໍາ ສະໜັບສະໜູນໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນກໍຕາມ. ໃນຕົ້ນເດືອນ ນີ້, ອີກເທື່ອນຶ່ງ, ທ່ານ ທຣໍາ ໄດ້ຕຳໜິຕິຕຽນທ່ານ ເຄມປ໌ (Kemp) ແລະ…

ເລ​ຂາ​ທິ​ການ​ລັດ ທ່ານ ແບຣດ ຣາຟເຟັນສເປີເກີ (Brad Raffensperger) ສໍາ​ລັບ​ຄວາມພ່າຍແພ້ໃນ ​ລັດ ຈໍເຈຍ ຂອງທ່ານ ໃນ​ປີ 2020​.

ທ່ານ ດໍໂນລ ທຣໍາ, ຜູ້ຖືກແຕ່ງຕັ້ງໃຫ້ລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີຈາກພັກ ຣີພັບບລີກັນ:

"ທ່ານ ຣາຟເຟັນສເປີເກີ (Raffensperger) ແລະ ໄບຣອັນ ເຄມປ໌ (Brian Kemp), ຜູ້ປົກຄອງລັດຂອງພວກທ່ານ, ຜູ້ທີ່ຂ້າພະເຈົ້າ ແນວໃດກໍຕາມ ກໍໄດ້ເລືອກເອົາ, ຜູ້ທີ່ ຖ້າບໍ່ແມ່ນຍ້ອນຂ້າພະເຈົ້າແລ້ວ, ລາວກໍຄົງຈະບໍ່ໄດ້ເປັນຜູ້ປົກຄອງລັດຂອງພວກທ່ານ. ຂ້າພະເຈົ້າຄິດວ່າທຸກຄົນຮູ້ເລື້ອງນີ້ດີ. ລາວເປັນຄົນທີ່ບໍ່ສັດຊື່ແທ້ໆ, ແມ່ນແລ້ວ, ບໍ່ມີຄວາມສັດຊື່ຫຼາຍແທ້ໆ.”

ເມື່ອຜົນຂອງການສຳຫຼວດຄວາມຄິດເຫັນໃນລັດ ຈໍເຈຍ ມີຄວາມສູສີກັນ, ທ່ານ ທຣໍາ ໄດ້ໃຊ້ ສື່ສັງຄົມຂອງທ່ານ ໃນອາທິດທີ່ຜ່ານມາເພື່ອຂອບໃຈ ທ່ານ ເຄມປ໌ (Kemp) ສໍາລັບ "ການຊ່ວຍເຫຼືອ ແລະການສະຫນັບສະຫນູນທັງຫມົດຂອງທ່ານ ໃນລັດ ຈໍເຈຍ." ທ່ານ ເຄມປ໌ (Kemp) ມີກຳນົດທີ່ຈະເປັນເຈົ້າພາບຮ່ວມໃນການລະດົມທຶນຂອງ ທ່ານ ທຣໍາ ໃນນະ​ຄອນ ແອັດແລນຕາ (Atlanta) ໃນ ວັນພະຫັດ.

ຄະນະຕຸລາການໃຫຍ່ຂອງ ລັດ ຈໍເຈຍໄດ້ກ່າວຫາທ່ານ ທຣໍາ ແລະພັນທະມິດຈຳ​ນວນ​ນຶ່ງ ຂອງທ່ານ ໃນປີກາຍນີ້ ໃນຂໍ້ຫາພະຍາຍາມທີ່ຈະແຊກແຊງຜົນການເລືອກຕັ້ງ ຂອງລັດ ໃນປີ 2020 ຢ່າງຜິດກົດໝາຍ. ທະ​ນາຍ​ຄວາມ​ຂອງ​ທ່ານ ທຣໍາ, ໃນ​ອາ​ທິດ​ນີ້,​ ໄດ້ຂໍອຸ​ທອນ ​ ເພື່ອຂໍໃຫ້​ຍົກ​ເລີກ​ຂໍ້​ກ່າວ​ຫາ​ເຫຼົ່າ​ນັ້ນ​ອີກ​ເທື່ອ​ນຶ່ງ ​ເພື່ອທີ່ຈະ​ບໍ່​ໄດ້ເຂົ້າສູ່ຂະບວນການ ສືບສວນຄະດີ​ກ່ອນ​ວັນ​ເລືອກ​ຕັ້ງ.

ຄະ​ນະກຳມະການການ​ເລືອກ​ຕັ້ງຂອງ​ລັດ​ຈໍ​ເຈຍ ໃນ​ວັນ​ຈັນ​ວານ​ນີ້ ໄດ້​ອະ​ນຸ​ມັດ​ກົດ​ລະ​ບຽບ​ໃໝ່ ທີ່​ບັນດານັກ​ວິ​ຈານ​ກ່າວວ່າ ອາດ​ຈະ​ລົບ​ກວນ​ຜົນ​ການ​ເລືອກ​ຕັ້ງຂອງ​ລັດ​ໃນ​ເດືອນ​ພະ​ຈິກ. ສະມາຊິກຂອງຄະນະກຳມະການສອງທ່ານ ໄດ້ລົງຄະແນນສຽງຄັດຄ້ານຕໍ່ການປ່ຽນ ແປງດັ່ງກ່າວ. ສະມາຊິກຂອງຄະນະກຳມະການສາມທ່ານ ທີ່ຜ່ານກົດລະບຽບດັ່ງກ່າວ ທັງໝົດໄດ້ຮັບການຍ້ອງຍໍ ຈາກທ່ານ ທຣໍາ ໃນເດືອນນີ້ ໂດຍທ່ານ ເວົ້າວ່າ "ໂຕໝາ ພິທບູລ ຕໍ່ສູ້ເພື່ອຄວາມຊື່ສັດ, ຄວາມໂປ່ງໃສ ແລະໄຊຊະນະ."

ອ່ານລາຍງານເປັນພາສາອັງກິດລຸ່ມນີ້:

In this close U.S. presidential race, the Southern state of Georgia is one of a handful of states that may decide the outcome. VOA Correspondent Scott Stearns reports on what the campaigns are doing in Georgia and how they hope to carry this key swing state.

Kamala Harris chose a bus trip through Georgia as her first post-Democratic convention campaigning…

…starting at a high school band practice, where running mate Tim Walz talked about the “joyful” work of their campaign...

Tim Walz, Democratic Vice Presidential Nominee:

“I'm grateful to be part of a team with a really great head coach here. And your next President of the United States, Kamala Harris.”

…and Harris praised young Georgians’ leadership.

Kamala Harris, Democratic Presidential Nominee:

“Your generation, all that you guys stand for. Everything you have at stake is what is going to propel our country into the next era of what we can do and what we can be.”

Republican presidential nominee Donald Trump led Georgia political polls through much of this election cycle. But with Joe Biden out of the race, most now show Trump and Harris are tied.

Trump running mate JD Vance was in Georgia last week.

JD Vance, Republican Vice Presidential Nominee:

"We're going to do it together, but only if you get us across the finish line in Georgia. This is one of the most important states in the Union."

Vance and Trump are campaigning largely on what they say are economic and immigration policy failures …

… both of which Trump told Georgia voters should be blamed on Harris.

Donald Trump, Republican Presidential Nominee:

"With your vote, inflation will stop, the illegal aliens will be turned back. They're not coming in, and we got to stop them. Did you see where she's now saying, 'Oh, we had a very good border. Oh, great.' They had the worst border in the history of the world."

Trump winning Republican votes in Georgia is complicated by his repeated denunciation…

… of the state’s popular Republican Governor Brian Kemp, who won re-election two years ago despite a Trump-backed primary challenge. Earlier this month, Trump repeatedly blamed Kemp and…

Secretary of State Brad Raffensperger for his Georgia loss in 2020.

Donald Trump, Republican Presidential Candidate:

"Raffensperger and Brian Kemp, your governor, who I got elected by the way, who [if it] wasn't for me, he would not be your governor. I think everybody knows that. He is a very disloyal person, yes indeed, very disloyal.”

With Georgia polls tightening, Trump used his social media site last week to thank Kemp for all his “help and support in Georgia.” Kemp is set to co-host a Trump fundraiser in Atlanta Thursday.

A Georgia grand jury indicted Trump and some of his allies last year over their attempts to illegally interfere with the state's 2020 election results. Trump attorneys this week again appealed for the dismissal of those charges in a case that will not go to trial before Election Day.

Georgia’s state election board Monday approved new rules that critics say could disrupt finalizing the state’s November election results. Two board members voted against the change. The three board members who passed it were all hailed by name by Trump this month as, quote, “pit bulls fighting for honesty, transparency and victory.”