ການເລືອກຕັ້ງຮອບສອງ ໃນລັດຈໍເຈຍ ຈະຕັດສິນວ່າ ໃຜຈະໄດ້ເຂົ້າຄວບຄຸມ ສະພາສູງ ສະຫະລັດ

ອາຈານສອນສາສະໜາຄຣິສຕຽນນິກາຍແບັດຕິສ, ທ່ານ Raphael Warnock ກ່າວຢູ່ໃນການໂຮມຊຸມນຸມ ທີ່ຄົນຂັບລົດໄປນັ່ງຟັງ ຢູ່ໃນນະຄອນແອັດແລນຕາ ແລະທ່ານ Jon Ossoff

ທັງທ່ານ ໂຈ ໄບເດັນ, ປະທານາທິບໍດີທີ່ຖືກເລືອກຕັ້ງໃໝ່ ແລະທ່ານ ດໍໂນລ ທຣໍາ, ປະທານາທິບໍດີທີ່ກໍາລັງຈະພົ້ນຕໍາແໜ່ງໄປໄດ້ຈັດການໂຮມຊຸມນຸມ ໃນວັນຈັນວານນີ້ ທີ່ລັດຈໍເຈຍ ຂອງສະຫະລັດ, ບ່ອນທີ່ການເລືອກຕັ້ງຮອບສອງທັງສອງຄູ່ທີ່ຈັດຂຶ້ນໃນວັນອັງຄານມື້ນີ້ ຈະຕັດສິນວ່າ ຈະແມ່ນພັກຣີພັບບລິກັນ ຫລື ເດໂມແຄຣັດ ເປັນຜູ້ຄວບຄຸມອຳນາດ ຢູ່ໃນສະພາສູງຂອງສະຫະລັດ.

ຜົນຂອງການແຂ່ງຂັນໃນສະພາສູງທີ່ມີເດີມພັນສູງນັ້ນ ຈະມີຜົນສະທ້ອນຕໍ່ການປ່ຽນແປງທາງນິຕິບັນຍັດ ຢ່າງຫລວງຫລາຍໃນເຄິ່ງທຳອິດຂອງສະໄໝການດຳ ລົງຕຳແໜ່ງເປັນເວລາ 4 ປີຂອງທ່ານ ໄບເດັນ ໃນທຳນຽບຂາວ.

ທ່ານໄບເດັນ ໄດ້ກ່າວເຖິງການຊຸມນຸມທີ່ຄົນຂັບລົດໄປນັ່ງຟັງຢູ່ໃນລົດທີ່ນະຄອນ ແອັດແລນຕາ ໃນຕອນບ່າຍວັນຈັນວານນີ້ວ່າ ຜູ້ລົງຄະແນນສຽງໃນລັດຈໍເຈຍ “ຈະເປັນຜູ້ກຳນົດເສັ້ນທາງ ບໍ່ພຽງແຕ່ໃນໄລຍະ 4 ປີຂ້າງໜ້າເທົ່ານັ້ນ, ແຕ່ແມ່ນ ສຳລັບຄົນລຸ້ນຫລັງອີກດ້ວຍ.”

ທ່ານກ່າວວ່າ ຊາວລັດຈໍເຈຍ ໄດ້ລົງຄະແນນສຽງ ເປັນຈຳນວນຫລວງຫລາຍ ຢ່າງເປັນປະຫວັດການໃນການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກຜ່ານ ມາ, ເຊິ່ງເຮັດໃຫ້ທ່ານໄດ້ຮັບໄຊຊະນະແບບມີຄະແນນສູສີກັນ ໃນລັດດັ່ງກ່າວ. ທ່ານກ່າວຕໍ່ໄປວ່າ “ບັດນີ້, ພວກເຮົາຕ້ອງການ ໃຫ້ພວກທ່ານລົງຄະແນນສຽງຢ່າງຫລວງຫລາຍ ແບບເປັນປະຫວັດການອີກຄັ້ງນຶ່ງ.”

ທ່ານທຣໍາ ໄດ້ໂຄສະນາຫາສຽງໃນເວລາຕໍ່ມາໃນວັນຈັນວານນີ້ ໃນເຂດທີ່ມີຄົນສັງກັດພັກຣີພັບບລິກັນຢູ່ເປັນກຸ່ມໃຫຍ່ຢູ່ໃນເມືອງດອລຕັນ (Dalton) ໃນພາກເໜືອຂອງລັດດັ່ງກ່າວ, ຊຶ່ງສືບຕໍ່ ການກ່າວໂຈມຕີຂອງທ່ານອີກ ຕໍ່ເຈົ້າໜ້າທີ່ເລືອກຕັ້ງຂອງຈໍເຈຍທີ່ໄດ້ປະຕິເສດບໍ່ຍອມປ່ຽນປີ້ນການເສຍໄຊແບບມີຄະແນນ ສູສີກັນ ຂອງທ່ານຕໍ່ທ່ານໄບເດັນ ໃນລັດດັ່ງກ່າວ ຢູ່ໃນການເລືອກຕັ້ງ ວັນທີ 3 ເດືອນພະຈິກຜ່ານມານັ້ນ.

ທ່ານທຣໍາ ກ່າວວ່າ "ບໍ່ມີທາງດອກທີ່ພວກເຮົາຈະສູນເສຍລັດຈໍເຈຍໄປ". ທ່ານ ກ່າວຕໍ່ຝູງຊົນຂອງທ່ານແບບບໍ່ມີຄວາມຈິງວ່າ "... ຂ້າພະເຈົ້າໄດ້ມີການເລືອກຕັ້ງ 2 ຄັ້ງ. ຂ້າພະເຈົ້າໄດ້ໄຊຊະນະຢູ່ໃນທັງສອງຄັ້ງນັ້ນເລີຍ.”

ທ່ານ ທຣໍາ ໄດ້ກ່າວອ້າງທີ່ບໍ່ຖືກຕ້ອງອີກຄັ້ງນຶ່ງວ່າ ການເລືອກຕັ້ງໃນເດືອນພະ ຈິກຜ່ານມາແມ່ນ "ຖືກສໍ້ໂກງ" ແລະໄດ້ຮຽກຮ້ອງໃຫ້ພວກສັງກັດພັກຣີພັບບລິກັນ "ລັ່ງໄຫລໄປ” ເຮັດໃຫ້ບ່ອນເລືອກຕັ້ງຖ້ວມເຕັມໄປເລີຍໃນວັນອັງຄານມື້ນີ້.

ທ່ານທຣໍາອີກກ່າວວ່າ "ພວກເດໂມແຄຣັດກຳລັງພະຍາຍາມລັກຂະໂມຍເອົາທຳ ນຽບຂາວ, ທ່ານບໍ່ສາມາດປ່ອຍໃຫ້ພວກເຂົາເຮັດແນວນັ້ນໄດ້." ທ່ານບອກວ່າ "ພວກທ່ານບໍ່ສາມາດປ່ອຍໃຫ້ພວກເຂົາ ລັກເອົາສະພາສູງຂອງສະຫະລັດໄປ, ພວກທ່ານບໍ່ສາມາດປ່ອຍໃຫ້ມັນເກີດຂຶ້ນໄດ້."

ທ່ານ ທຣໍາ ໄດ້ຫາສຽງຢ່າງໜັກໃຫ້ແກ່ຜູ້ທີ່ດໍາລົງຕໍາແໜ່ງຢູ່ໃນປັດຈຸບັນສອງຄົນ ທີ່ມາຈາກພັກຣີພັບບລິກັນ ຄືທ່ານ ເດວິດ ເພີດູ (David Perdue), ຊຶ່ງຄັ້ງນຶ່ງ ເຄີຍເປັນຜູ້ບໍລິຫານທຸລະກິດ ແລະທ່ານນາງ ແຄລລີ ໂລເອຟເຟລີ (Kelly Loeffler), ຊຶ່ງແມ່ນນຶ່ງໃນບັນດາສະມາຊິກລັດຖະສະພາທີ່ຮັ່ງມີທີ່ສຸດໃນສະຫະ ລັດ.

ທ່ານ ໄບເດັນ ໄດ້ໂຄສະນາຫາສຽງຜູ້ທີ່ມາຈາກພັກເດໂມແຄຣັດທັງສອງທ່ານ ຄື ຈອນ ອັອສຊອຟ (Jon Ossoff), ຜູ້ຜະລິດຮູບເງົາສາລະຄະດີ ທີ່ກໍາລັງ ປະເຊີນໜ້າກັບທ່ານເພີດູ (Perdue), ແລະອາຈານສອນສາສະໜາຄຣິສຕຽນນິກາຍແບັດຕິສ, ທ່ານຣັຟແຟລ ວານອກ (Raphael Warnock) ທີ່ປະເຊີນ ໜ້າກັບທ່ານນາງ ໂລເອຟເຟລີ (Loeffler).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ