ພັກລັດຖະບານຈໍເຈຍ ຍອມຮັບຄວາມປະລາໄຊ ໃນການເລືອກຕັ້ງສະພາ

ບັນດາຜູ້ສະໜັບສະໜຸນພັກປະສົມຝ່າຍຄ້ານ “ຄວາມຝັນຂອງຈໍເຈຍ” ພາກັນສະຫລອງ ດີໃຈນໍາຜົນການ ສໍາຫລວດ ຫາງສຽງພວກທີ່ອອກມາຈາກບ່ອນປ່ອນບັດ ໃນນະຄອນຫລວງ Tbilisi, ປະເທດຈໍເຈຍ, ຄືນວັນທີ 1 ຕຸລາ 2012.

ມະຫາເສດຖີພັນລ້ານ ແລະຫົວໜ້າຝ່າຍຄ້ານ ທ່ານ Bidzina Ivanishvili, ຊ້າຍ, ຮ່ວມສະຫລອງກັບ ບັນດາຜູ້ສະໜັບສະໜຸນ ຢູ່ຫ້ອງການຂອງທ່ານ ໃນນະຄອນຫລວງ Tbilisi, ຄືນວັນທີ 1 ຕຸລາ 2012.

 ບັນດາຜູ້ສະໜັບສະໜຸນພັກປະສົມຝ່າຍຄ້ານ  ພາກັນສະແດງຄວາມດີໃຈນໍາ ຜົນການສໍາຫລວດ ຫາງສຽງພວກ ທີ່ອອກມາຈາກບ່ອນປ່ອນບັດ ຢູ່ຈະຕຸລັດກາງເມືອງ ໃນນະຄອນຫລວງ Tbilisi, ປະເທດຈໍເຈຍ, ຄືນວັນທີ 1 ຕຸລາ 2012.

ຊາວຈໍເຈຍພາກັນໄປເລືອກຕັ້ງສະພາແຫ່ງຊາດ ຢູ່ບ່ອນປ່ອນບັດແຫ່ງນຶ່ງ ໃນນະຄອນຫລວງ Tbilisi, ວັນທີ 1 ຕຸລາ 2012.

ພວກມີສິດເລືອກຕັ້ງ ພາກັນຢືນລຽນແຖວ ລໍຖ້າປ່ອນບັດ ຢູ່ບ່ອນປ່ອນບັດແຫ່ງນຶ່ງ ໃນນະຄອນຫລວງ Tbilisi, ວັນທີ 1 ຕຸລາ 2012.

ແມ່ຍິງຊະລາທີ່ນອນຢູ່ກັບຕຽງຄົນນຶ່ງ ປ່ອນບັດ ຢູ່ເຮືອນຂອງລາວ ທີ່ບ້ານ Sartichala ໃນເຂດ Kakhety ຂອງຈໍເຈຍ, ວັນທີ 1 ຕຸລາ 2012.

ປະທານາທິບໍດີຈໍເຈຍ ທ່ານ Mikhail Saakashvili ກັບພັນລະຍາ ທ່ານນາງ Sandra Roelofs ແລະລູກຊາຍ Nikoloz  ກໍາລັງຈະປ່ອນບັດ ໃນນະຄອນຫລວງ Tblisi, ວັນທີ 1 ຕຸລາ 2012.

ທ່ານ Bidzina Ivanishvili ຫົວໜ້າພັກ ຄວາມຝັນຂອງຈໍເຈຍ ຫລື Georgian Dream ຊຶ່ງເປັນປະສົມຝ່າຍຄ້ານ ມີຄວາມເຫັນຕໍ່ພວກນັກຂ່າວ ໃນນະຄອນຫລວງ Tbilisi, ວັນທີ 1 ຕຸລາ 2012.

ທ່ານ Bidzina Ivanishvili ແລະພັນລະຍາ ທ່ານນາງ Ekaterine Khvedelidze ສວດມົນຢູ່ໂບດແຫ່ງນຶ່ງ ໃນນະຄອນຫລວງ Tbilisi, ວັນທີ 1 ຕຸລາ 2012.

ບັນດາຜູ້ສະນັບສະໜຸນພັກປະສົມ Georgian Dream ຝ່າຍຄ້ານ ໄປຮ່ວມການຊຸມນຸມຫາສຽງ ກ່ອນການເລືອກຕັ້ງ ໃນນະຄອນຫລວງ Tbilisi, ວັນທີ 29 ກັນຍາ 2012.