ຜູ້ຍິງຄົນນຶ່ງ ທີ່ໄດ້ຖືກຕັດສິນວ່າ ມີຄວາມຜິດໃນການຄາດຕະກຳ
ສາມີຂອງນາງເມື່ອ ປີ 1997 ໄດ້ຖືກປະຫານຊີວິດແລ້ວຢູ່ໃນລັດ
Georgia ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງໃຕ້ຂອງສະຫະລັດ
ເຖິງແມ່ນວ່າ ໄດ້ມີການເຄື່ອນໄຫວທາງດ້ານກົດໝາຍຕ່າງໆ
ໃນນາທີສຸດທ້າຍ ແລະ ການຂໍຮ້ອງເປັນສ່ວນຕົວ ໂດຍພະສັນຕະ
ປາປາ Francis ເພື່ອຂໍໃຫ້ຍົກເວັ້ນ ໂທດປະຫານຕໍ່ນາງກໍຕາມ.
ນາງ Kelly Gissendaner ເສຍຊີວິດ ດ້ວຍ ການສັກຢາໃສ່ເສັ້ນ
ປະສາດ ໃນຕອນເຊົ້າໆ ຂອງວັນພຸດມື້ນີ້ ຢູ່ທີ່ຄຸກນອກນະຄອນ
Atlanta ຊຶ່ງເປັນນະຄອນຫລວງຂອງລັດຈໍເຈຍ. ນາງ Gissendaner ອາຍຸ 47 ປີ ເປັນ
ນັກໂທດຍິງ ທີ່ລໍຖ້າການປະຫານຊີວິດຂອງລັດດັ່ງກ່າວພຽງຄົນດຽວແລະເປັນຄົນທຳອິດ
ທີ່ໄດ້ຖືກປະຫານຊີວິດ ໂດຍລັດຈໍເຈຍ ນັບຕັ້ງແຕ່ ປີ 1945 ເປັນຕົ້ນມາ.
ນາງ Gissendaner ໃນເບື້ອງຕົ້ນ ໄດ້ຖືກກຳນົດ ໃຫ້ປະຫານຊີວິດ ເມື່ອຕອນຄ່ຳ ວັນອັງ
ຄານວານນີ້ ແຕ່ມັນໄດ້ມີການເລື່ອນເວລາອອກໄປໃນຂະນະທີ່ບັນດາທະນາຍຄວາມຂອງ
ນາງ ໄດ້ຍື່ນຄຳຮ້ອງກັບທາງລັດ ແລະສານລັດຖະບານກາງ ເພື່ອຂໍໃຫ້ໂຈະການປະຫານ
ລວມທັງການ
ຂໍຮ້ອງສາມເທື່ອໄປຍັງສານສູງສຸດຂອງສະຫະລັດແຕ່ບໍ່ປະສົບຜົນ ສຳເລັດ.
ພະສັງຄະລາດ Carlos Maria Vigano ຊຶ່ງເປັນຜູ້ຕາງໜ້າ ທາງການທູດຂອງພະສັນຕະ
ປາປາ ໄດ້ສົ່ງຈົດໝາຍໄປຫາຄະນະໃຫ້ອະໄພຍະໂທດ ແລະ ຄະນະຄວບຄຸມການປະພຶດ
ຂອງລັດ Georgia ໃນນາມພະສັນຕະປາປາ Francis ທີ່ຂໍໃຫ້ຄະນະດັ່ງກ່າວ ຜ່ອນໂທດ
ຂອງນາງ Gissendaner “ໃຫ້ເປັນອັນທີ່ດີຂຶ້ນກວ່າເກົ່າ ແລະຈະສະແດງ ອອກໃຫ້
ເຫັນ ເຖິງທັງຄວາມຍຸດຕິທຳ ແລະຄວາມເມດຕາ.” ຄະນະດັ່ງກ່າວເປັນອົງກອນທາງ
ດ້ານກົດໝາຍພຽງອັນດຽວ ໃນລັດ Georgia ທີ່ອະນຸຍາດໃຫ້ ພິຈາລະນາການຜ່ອນຜັນ
ໂທດຕ່າງໆ.
ນາງ Gissendaner ໄດ້ຖືກຕັດສິນວ່າ ມີຄວາມຜິດ ໃນການວາງແຜນສົມຮູ້ຮ່ວມຄິດຄາດ
ຕະກຳສາມີຂອງນາງພ້ອມກັນກັບຊູ້ຮັກຂອງນາງທ້າວ Gregory Owen ຜູ້ທີ່ໄດ້ລົງມືແທງ ສາມີຂອງນາງຈົນຕາຍ.
Your browser doesn’t support HTML5